ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ຊົ່ວຄາວ ອີຈິບ ຈະເອົາ ຜູ້ນໍາພັກ ພະລາ ດອນພາບ ຂຶ້ນສານ (ວີດິໂອ)


ທ່ານ Khairat el-Shater (ຂາວ), ແລະທ່ານ Mohammed Badie (ຊ້າຍ) ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ນໍາຄົນໃໝ່ຂອງພັກພະລາດອນພາບ ທີ່ລັດຖະບານຊົ່ວຄາວຂອງອີຈິບ ຈະນໍາຂຶ້ນສານ ເພື່ອໄຕ່ສວນຄະດີ
ທ່ານ Khairat el-Shater (ຂາວ), ແລະທ່ານ Mohammed Badie (ຊ້າຍ) ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ນໍາຄົນໃໝ່ຂອງພັກພະລາດອນພາບ ທີ່ລັດຖະບານຊົ່ວຄາວຂອງອີຈິບ ຈະນໍາຂຶ້ນສານ ເພື່ອໄຕ່ສວນຄະດີ
ລັດຖະບານຊົ່ວຄາວທີ່ໜຸນຫລັງໂດຍທະຫານເວົ້າວ່າ ຕົນຈະ
ເອົາທ່ານ Mohamed Badie ຫົວໜ້າພັກພະລາດອນພາບ ແລະຜູ້ຮອງຂອງຜູ້ກ່ຽວຄົນນຶ່ງຂຶ້ນສານ ເພື່ອໄຕ່ສວນໃນ
ວັນທີ 25 ສິງຫານີ້ ໃນຂໍ້ຫາວ່າຍຸຍົງໃຫ້ມີການກໍ່ຄວາມຮຸນແຮງ.
ທ່ານ Badie ຍັງເປັນອິດສະລະຢູ່ ໃນຂະນະທີ່ທ່ານ Khairat
el-Shater ຜູ້ຮອງຂອງທ່ານຖືກຂັງຢູ່ໃນຄຸກແຫ່ງນຶ່ງໃນກຸງໄຄ
ໂຣ. ພວກທ່ານເຫລົ່ານີ້ ຖືກກ່າວຫາວ່າ ພາກັນເຮັດໃຫ້ເລີ້ມມີ
ການກໍ່ຄວາມຮຸນແຮງ ທີ່ສົ່ງຜົນໃຫ້ພວກປະທ້ວງເສຍຊີວິດ ຢູ່
ນອກສໍານັກງານຕ່າງໆ ຂອງພັກພະລາດອນພາບໃນເດືອນມິ
ຖຸນາຜ່ານມາ ໃນເວລາບໍ່ພໍເທົ່າໃດມື້ ກ່ອນໜ້າທີ່ທະຫານ
ໂຄ່ນລົ້ມປະທານາທິບໍດີ Mohamed Morsi ໃນວັນທີ 3 ກໍລະກົດ.

ພວກສະໜັບສະໜຸນພັກພະລາດອນພາບ ແລະທ່ານ Morsi ໄດ້ຈັດການວິ້ງວອນຕະ
ຫລອດ ໃນກຸງໄຄໂຣສອງຄັ້ງ ໃນຮອບ 24 ຊົ່ວໂມງ ເພື່ອຮຽກຮ້ອງໃຫ້ນຳເອົາທ່ານ Morsiຂຶ້ນມາກໍາຕໍາແໜ່ງຄືນ.

ເຮືອບິນເຮລີຄັອບເຕີ້ຂອງຕໍາຫລວດຫລາຍລໍາ ໄດ້ຫວ່ານໃບປີວໃສ່ສູນແຫ່ງຕ່າງໆ ຂອງພວກປະທ້ວງໃນວັນອາທິດວານນີ້ ໂດຍບອກພວກເຂົາເຈົ້າວ່າ ພັກພະລາ
ດອນພາບໄດ້“ລັກເອົາເຂົາເຈົ້າທາງດ້ານຄວາມຄິດ.” ຂໍ້ຄວາມຢູ່ໃນໃບປີວນັ້ນເວົ້າ
ວ່າ ຕໍາຫລວດຈະບໍ່ທໍາຮ້າຍພວກເດີນຂະບວນປະທ້ວງຖ້າຫາກພວກເຂົາເຈົ້າ
ຈະພາກັນກັບໄປບ້ານເຮືອນ ຂອງຕົນດຽວນີ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Egypt Protest
please wait
Embed

No media source currently available

0:00 0:00:20 0:00
XS
SM
MD
LG