ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກສະໜັບ ສະໜຸນທ່ານ Morsi ສືບຕໍ່ປະທ້ວງ ໃນອີຈິບ (ສະໄລດ໌)


ພວກ​ປະຊາຊົນ​ ທີ່​ສະໜັບສະໜຸນ​ປະທານາທິບໍດີ ທີ່​ຖືກ​ໂຄ່ນ​ລົ້ມ​ໄປ​ແລ້ວ​ນັ້ນ ຮ້ອງຄໍາຂວັນ ຕ້ານລັດຖະມົນຕີກະຊວງປ້ອງກັນປະເທດ ນາຍພົນ Abdel-Fattah el-Sissi ທີ່ເມືອງ Nasr ໃນກຸງໄຄໂຣຂອງອີຈິບໃນວັນທີ 28 ກໍລະກົດ 2013.
ພວກ​ປະຊາຊົນ​ ທີ່​ສະໜັບສະໜຸນ​ປະທານາທິບໍດີ ທີ່​ຖືກ​ໂຄ່ນ​ລົ້ມ​ໄປ​ແລ້ວ​ນັ້ນ ຮ້ອງຄໍາຂວັນ ຕ້ານລັດຖະມົນຕີກະຊວງປ້ອງກັນປະເທດ ນາຍພົນ Abdel-Fattah el-Sissi ທີ່ເມືອງ Nasr ໃນກຸງໄຄໂຣຂອງອີຈິບໃນວັນທີ 28 ກໍລະກົດ 2013.
ພວກ​ປະຊາຊົນ​ທີ່​ສະໜັບສະໜຸນ​ປະທານາທິບໍດີ Mohamed
Morsi ທີ່​ຖືກ​ໂຄ່ນ​ລົ້ມ​ໄປ​ແລ້ວ​ນັ້ນ ໄດ້​ຮຽກຮ້ອງໃຫ້ມີການ
ເດີນຂະບວນໃນຕອນແລງວັນຈັນ ມື້ນີ້ ຢູ່ຕໍ່ໜ້າຕຶກຕ່າງໆ
ຂອງຫ້ອງການບໍລິຫານການຮັກສາຄວາມສະຫງົບ ໃນຂະ
ນະທີ່ພວກເຂົາເຈົ້າຍັງສືບຕໍ່ສະ​ແດງການ​ທ້າ​ທາຍ ຕໍ່ໜ້າ
ການເຄື່ອນໄຫວຂອງຝ່າຍທະຫານ ໃນການຕັ້ງລັດຖະ
ບານຊົ່ວຄາວຂຶ້ນ ​ເມື່ອ​ເກືອບນຶ່ງເດືອນຜ່ານມາ​ແລ້ວ​ນັ້ນ.

ໃນຖະແຫລງການສະບັບນຶ່ງທີ່ເຜີຍແຜ່ອອກໃນວັນຈັນມື້ນີ້,
ກຸ່ມສະໜັບສະໜຸນ​ທ່ານ Morsi ຍັງໄດ້ຮຽກຮ້ອງໃຫ້ຊາວ
ອີຈິບ ໄປໂຮມຊຸມນຸມກັນໃນວັນອັງຄານ ມື້ນອື່ນ ເພື່ອເຂົ້າຮ່ວມ “ການເດີນຂະບວນນຶ່ງລ້ານຄົນ” ສໍາລັບພວກທີ່ຄັດຄ້ານ ການໂຄ່ນລົ້ມທ່ານ Morsi ແລະຢາກ “ຮຽກຮ້ອງເອົາສິດເສລີພາບ ແລະກຽດ ສັກສີຂອງຕົນຄືນ”

ທາງຝ່າຍກອງທັບອີຈິບນັ້ນ ໄດ້ເຕືອນພວກສະໜັບສະໜຸນ​ທ່ານ Morsi ໃຫ້ຢູ່ຫ່າງໄກ
ຈາກອາຄານສະຖານທີ່ຂອງທະຫານ ໂດຍສະເພາະແມ່ນສໍານັກງານໃຫຍ່ຂອງໜ່ວຍ
ສືບລັບຂອງທະຫານ ໂດຍເວົ້າວ່າ ສະຖານທີ່ເຫລົ່ານັ້ນສໍາຄັນ ຫຼາຍ ແລະວ່າຜູ້ໃດທີ່
ເຂົ້າໄປໃກ້ສະຖານທີ່ເຫລົ່ານັ້ນ ແມ່ນຈະເປັນອັນຕະລາຍ.

ໃນຂະນະດຽວກັນ ຫົວໜ້າດ້ານນະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ ທ່ານນາງ Catherine Ashton ກໍ​ກໍາລັງຢ້ຽມຢາມກຸງໄຄໂຣ ເພື່ອໂອ້ລົມກັບບັນດາຜູ້ນໍາ
ລັດຖະບານຊົ່ວຄາວ ຊຶ່ງເປັນການຢ້ຽມຢາມຄັ້ງທີສອງຂອງທ່ານນາງ ໃນຮອບນຶ່ງເດືອນ
ຜ່ານມາ.

ຄວາມເຄັ່ງຕຶງລະຫວ່າງທະຫານແລະພວກຈົງຮັກພັກດີຕໍ່​ທ່ານ Morsi ຍັງສືບຕໍ່ມີມາໃນ
ວັນອາທິດວານນີ້ ໂດຍທີ່ພວກປະທ້ວງພາກັນຢືນຢັດຢູ່ໃນທ່າທີຂອງຕົນຢູ່ນອກວັດອິສ
ລາມ Raba’a al-Adawiya ໃກ້ກັບມະຫາວິທະຍາໄລ ກຸງ Cairo. ລັດຖະບານໄດ້
ເຕືອນວ່າ ຕົນຈະທັບມ້າງການເດີນຂະບວນ ແລະພວກນັ່ງຄັດຄ້ານການໂຄ່ນລົ້ມປະທາ ນາທິບໍດີ.

ປະມວນພາບຫລ້າສຸດຈາກອີຈິບ

XS
SM
MD
LG