ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກປະທ້ວງປະທະກັບ ຕໍາຫຼວດ ຢູ່ອີຈິບ


ພວກເດີນຂະບວນປະທ້ວງຊາວອີຈິບ ປະທະກັບຕຳຫຼວດ ທີ່ນະຄອນຫຼວງໄຄໂຣ (28 ມັງກອນ 2011)
ພວກເດີນຂະບວນປະທ້ວງຊາວອີຈິບ ປະທະກັບຕຳຫຼວດ ທີ່ນະຄອນຫຼວງໄຄໂຣ (28 ມັງກອນ 2011)

ກຳລັງຮັກສາຄວາມສະຫງົບຂອງອີຈິບໄດ້ຍິງລະເບີດນໍ້າຕາ
ແລະລູກປືນຢາງ ໃສ່ພວກປະທ້ວງຕໍ່ຕ້ານລັດຖະບານ ໃນ
ເຂດໃຈກາງນະຄອນຫຼວງໄຄໂຣ ຂະນະທີ່ພວກສະໜັບສະ
ໜຸນຝ່າຍຄ້ານຫຼາຍພັນຄົນ ໂຮມຊຸມນຸມກັນ ເພື່ອທຳການ
ເດີນຂະບວນປະທ້ວງຄັ້ງໃຫຍ່ ຮຽກຮ້ອງໃຫ້ການປົກຄອງ
ທີ່ດຳເນີນມາເປັນເວລາ 30 ປີຂອງປະທານາທິບໍດີ Hosni
Mubarak ສິ້ນສຸດລົງ.

ລົດບັນທຸກຕຳຫຼວດປະກອບອາວຸດພ້ອມກັບທໍ່ຊີດນໍ້າຂະໜາດໃຫຍ່ໄດ້ຈອດລຽງລາຍຢູ່ຕາມ
ຖະໜົນຫົນທາງສາຍສຳຄັນໆຈຳນວນນຶ່ງໃນກຸງໄຄໂຣບ່ອນທີ່ຄາດກັນວ່າ ພວກປະທ້ວງຈະ
ໂຮມຊຸມນຸມກັນນັ້ນ.

ຕາໜ່າງອິນເຕີແນັດຊຶ່ງເປັນເຄື່ອງມືອັນສຳຄັນຂອງພວກນັກເຄື່ອນໄຫວນັ້ນໄດ້ຖືກອັດລົງໃນ
ທົ່ວປະເທດບໍ່ດົນຫຼັງຈາກຕອນທ່ຽງຄືນຕາມເວລາທ້ອງຖິ່ນ. ນອກນັ້ນແລ້ວການສົ່ງຂໍ້ຄວາມ ແລະຂໍ້ມູນທາງໂທລະສັບມືຖື ກໍຖືກເຮັດໃຫ້ໃຊ້ການບໍ່ໄດ້.

ເປັນທີ່ຄາດກັນວ່າຈະມີການປະທ້ວງໃນທົ່ວປະເທດອີຈິບຮວມທັງທີ່ເມືອງອາເລັກຊານເດຣຍ
ແລະຊູເອສ ບ່ອນທີ່ມີລາຍງານວ່າ ໄດ້ເກີດການປະທະໃນທຳນອງ ດຽວກັນນີ້.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ຮ້ອງຂໍຕໍ່ພວກ
ຜູ້ນຳແລະປະຊາຊົນຊາວອີຈິບ ບໍ່ໃຫ້ເພີ່ມທະວີຄວາມຮຸນແຮງຂຶ້ນ. ທ່ານກ່າວວ່າ ພວກຜູ້ນຳ
ຂອງໂລກຄວນມອງເບິ່ງການປະທ້ວງດັ່ງກ່າວນີ້ວ່າເປັນໂອກາດສຳລັບຮັບຟັງຄວາມວິຕົກກັງ
ວົນທີ່ຖືກຕ້ອງຊອບທຳຂອງປະຊາຊົນຂອງຕົນ.

ກ່ອນໜ້ານີ້ ກຸ່ມຝ່າຍຄ້ານທີ່ໃຫຍ່ທີ່ສຸດໃນອີຈິບຄືກຸ່ມນອກກົດໝາຍພະລາດອນພາບມຸສລິມ
ຫຼື Muslim Brotherhood ກ່າວວ່າມີຜູ້ນຳອະວຸໂສຂອງຕົນຢ່າງນ້ອຍ 5 ຄົນແລະອະດີດ
ສະມາຊິກສະພາແຫ່ງຊາດ 5 ຄົນໄດ້ຖືກຕຳຫຼວດບຸກເຂົ້າໄປຈັບໃນຕອນເຊົ້າຂອງວັນສຸກມື້ນີ້. ກຸ່ມດັ່ງກ່າວບໍ່ໄດ້ຢູ່ເບື້ອງຫຼັງການໂຮມຊຸມນຸມປະທ້ວງຂອງພວກຊາວໜຸ່ມທີ່ໂກດແຄ້ນຍ້ອນ ມາດຕະຖານການຄອງຊີບຕໍ່າແລະການປົກຄອງແບບຜະເດັດການ ແຕ່ກໍເວົ້າວ່າຕົນຈະເຂົ້າ ຮ່ວມການປະທ້ວງໃນວັນສຸກມື້ນີ້.

ຂະນະດຽວກັນທ່ານ Mohammed ElBaradei ຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລແລະອະ
ດີດຫົວໜ້າອົງການພະລັງງານນິວເຄລຍສະຫະປະຊາຊາດທີ່ໄດ້ກາຍເປັນຜູ້ນຳປະຕິຮູບຂອງ
ອີຈິບ ໄດ້ເດີນທາງກັບຄືນໄປຍັງກຸງໄຄໂຣໃນຄວາມພະຍາຍາມເພື່ອກະຕຸກຊຸກຍູ້ແລະສະໜັບ
ສະໜຸນການປະທ້ວງ.

ມີ 5 ຄົນເສຍຊີວິດແລ້ວໃນຄວາມວຸ້ນວາຍຢູ່ອີຈິບແລະລັດຖະບານກ່າວວ່າມີ 800 ຄົນຖືກ
ຈັບ ນັບແຕ່ວັນອັງຄານເປັນຕົ້ນມາ ແຕ່ບັນດາກຸ່ມປົກປ້ອງສິດທິມະນຸດເວົ້າວ່າ ມີຫຼາຍກວ່າ
2,000 ຄົນຖືກຈັບ.

XS
SM
MD
LG