ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ: ອີຈິບ “ກໍາລັງທໍາຄວາມກ້າວໜ້າ” ໃນການເຈລະຈາກັນ


ທ່ານ Omar Suleiman ໄດ້ພົບປະກັບພວກຜູ້ນໍາທີ່ສຳຄັນໆຫຼາຍຄົນ
ຂອງພັກຝ່າຍຄ້ານເປັນເທື່ອທຳອິດ
ທ່ານ Omar Suleiman ໄດ້ພົບປະກັບພວກຜູ້ນໍາທີ່ສຳຄັນໆຫຼາຍຄົນ ຂອງພັກຝ່າຍຄ້ານເປັນເທື່ອທຳອິດ

ປະທານາທິບໍດີສະຫະລັດ ທ່ານ Obama ກ່າວວ່າ ອີຈິບ
“ກໍາລັງມີຄວາມກ້າວໜ້າ” ໃນການເຈລະຈາເພື່ອຍຸດຕິການ
ປະເຊີນໜ້າລະຫວ່າງລັດຖະບານຂອງປະທານາທິບໍດີ
ທ່ານ Hosni Mubarak ແລະພວກຜູ້ນໍາຝ່າຍຄ້ານ.

ໃນຖະແຫລງການຂອງ ທ່ານ Obama ໃນວັນຈັນວານນີ້
ມີຂຶ້ນມື້ນຶ່ງຫຼັງຈາກຮອງປະທານາທິບໍດີອີຈິບ ທ່ານ Omar
Suleiman ໄດ້ພົບປະເປັນເທື່ອທຳອິດກັບພວກຜູ້ນໍາ
ທີ່ສຳຄັນໆຫຼາຍຄົນຂອງພັກຝ່າຍຄ້ານໃນຄວາມພະຍາຍາມ
ເພື່ອຫາທາງຍຸດຕິການປະທ້ວງທີ່ດຳເນີນມາເປັນເວລາ
14 ມື້ ຂອງພວກປະທ້ວງຕໍ່ຕ້ານລັດຖະບານນັ້ນ. ແຕ່ແນວໃດກໍຕາມ ພວກຜູ້ນໍາທີ່ສໍາຄັນ
ບາງຄົນຂອງຝ່າຍຄ້ານ ແມ່ນບໍ່ໄດ້ຮວມຢູ່ໃນການເຈລາຈາດັ່ງກ່າວ.

ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານ P. J. Crowly ກ່າວໃນວັນຈັນວານ
ນີ້ວ່າ ສະຫະລັດແມ່ນມີຄວາມເປັນຫ່ວງກັງວົນໃນການເຈລະຈາທີ່ໄດ້ມີຂຶ້ນ ທີ່ບໍ່ໄດ້ຢູ່ໃນ ຂອບເຂດກ້ວາງຂວາງພຽງພໍ. ທ່ານກ່າວວ່າມີອີກຫຼາຍໆກຸ່ມບໍ່ໄດ້ຖືກເຊື້ອເຊີນໃຫ້ເຂົ້າຮ່ວມ ແລະອີກຫຼາຍໆກຸ່ມບໍ່ໄດ້ຮ່ວມ ໃນຂັ້ນຕອນການໂອນອຳນາດ ຍ້ອນວ່າພວກເຂົາເຈົ້າ
ບໍ່ເຊື່ອວ່າ ຂັ້ນຕອນທີ່ວ່ານີ້ ເປັນທີ່ເຊື່ອຖືໄດ້.

ຕໍ່ມາ ທ່ານ Robert Gibbs ໂຄສົກທໍານຽບຂາວ ກ່າວວ່າບາດກ້າວອັນໃຫຍ່ຫຼວງສຳລັບ
ການປ່ຽນແປງນັ້ນໄດ້ເລີ່ມຂຶ້ນແລ້ວ ໂດຍທີ່ທ່ານ Mubarak ໃຫ້ຄໍາໝັ້ນສັນຍາວ່າ
ບໍ່ປະສົງທີ່ຈະລົງສະມັກເລືອກຕັ້ງອີກ ໃນເດືອນກັນຍາທີ່ຈະມາເຖິງນີ້ ແລະກໍຈະບໍ່ໃຫ້
ລູກຊາຍຂອງທ່ານເປັນຜູ້ສະມັກ ເພື່ອຮັບຊ່ວງອຳນາດຕໍ່ຈາກທ່ານ ແລະທ່ານ Sulei-
man ກໍໄດ້ຖືກແຕ່ງຕັ້ງເປັນຮອງປະທານາທິບໍດີ ເມື່ອໄວໆມານີ້.

XS
SM
MD
LG