ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ອີຈິບ ທ່ານ Morsi ຈະຖະແຫຼງ ຕໍ່ປະເທດຊາດ (ສະໄລດ໌)


ຊາວອິຈິບຄົນນຶ່ງຂີ່ລົດຖີບຜ່ານປ້າຍທີ່ຂຽນວ່າ "ພັກພະລາດອນພາບ ມຸສລິມ ໄດ້ລັກເອົາປະເທດຊາດໄປແລ້ວ"
ຊາວອິຈິບຄົນນຶ່ງຂີ່ລົດຖີບຜ່ານປ້າຍທີ່ຂຽນວ່າ "ພັກພະລາດອນພາບ ມຸສລິມ ໄດ້ລັກເອົາປະເທດຊາດໄປແລ້ວ"
ທ່ານ Mohamed Morsi ປະທານາທິບໍດີ​ອີ​ຈິບ​ມີ​ແຜນການ​ທີ່​ຈະ​ຖະ​ແຫຼງ ຕໍ່​ປະ​ເທດ​ຊາດ​ໃນ​ວັນ​ພະຫັດ​ມື້​ນີ້​ ໃນ​ຂະນະ​ທີ່​ຄະນະ​ກໍາມະການ​ສະພາທີ່​ມີ ມີ​ຊາວ​ຄຣີສຕຽນ​ແລະ​ພວກ​ຫົວເສລີ​ນິຍົມພາກັນ​ຕໍ່ຕ້ານ​ນັ້ນ ມີ​ກໍານົດ​ຈະ​ລົງ​ຄະ​ແນນ​ສຽງ ​ກ່ຽວ​ກັບ​ຮ່າງ​ລັດຖະທໍາ​ມະ ນູນ​ສະບັບ​ໃໝ່.

ທ່ານ Morsi ​ໄດ້​ຕໍ່​ອາຍຸ​ເສັ້ນ​ຕາຍອອກ​ໄປ​ອີກ ​ເພື່ອ​ຮ່າງ​ລັດຖະທໍ​າມະນູນ ​ຈາກ​ເດືອ​ນ ທັນວາ ​ໄປ​ຈົນ​ເຖິງ​ເດືອນ​ກຸມພາ​ປີໜ້າ​ນີ້ ​ແຕ່ປະທານສະພາ ​ເວົ້າ​ວ່າ ການ​ຕໍ່​ອາຍຸ​ດັ່ງກ່າວ​ນີ້​ບໍ່​ຈໍາ​ເປັນ. ບັນດາ​ນັກ​ວິຈານ​ເວົ້າ​ວ່າ ການ​ເຄຶ່ອນ​ໄຫວ​ດັ່ງກ່າວ​ຂອງ​ຄະນະ​ກໍາມະການ​ທີ່​ຄອບ​ງໍາ​ໂດຍພັກສາ​ສະໜາ ອີສລາມ​ ​ເພື່ອຮ່າງ​ລັດຖະທໍາ​ມະນູນໃຫ້​ສຳ​ເລັດຢ່າງ​ວ່ອງ​ໄວ​ນັ້ນ ອາດເຮັດ​ໃຫ້ຄວາມ​ສັນ​ສົນ​ວຸ້ນວາຍ​ທາງ​ການ​ເມືອງ​ຮ້າຍ​ແຮງ​ລົງ​ໄປ​ອີກ​ໄດ້ ຊຶ່ງ ສະພາບ​ການ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນນັບ​ຕັ້ງ​ແຕ່​ທ່ານ Morsi ​ໄດ້​ອອກ​ດໍາລັດ​ເມື່ອ​ວັນ​ທີ 22 ​ພະຈິກ​ນີ້ ທີ່​ຫ້າມບໍ່​ໃຫ້ຝ່າຍ​ຕຸລາການ​ທ້າ​ທາຍ​ໃນ​ການ​ຕັດ ສິນ​ໃຈໃດໆຂອງທ່ານ.

ຂະນະ​ດຽວ​ກັນຊາ​ວອີ​ຈິບ​ກໍ​ສືບ​ຕໍ່​ປະ​ທ້ວງ​ຢູ່​ຈະຕຸ​ລັດ Tahrir ຕໍ່ຕ້ານ​ປະທາ ນາ​ທິບໍດີ Morsi ​ເປັນ​ມື້​ທີ່​ເຈັດ​ລຽນຕິດ ​ໂດຍ​ກ່າວ​ຫາ​ທ່ານ Morsi ວ່າ ​ວາງ​ຕົວ​ເປັນ​ແບບ​ຈອມ​ຜະ​ເດັດ​ການ. ການ​ປະ​ທະ​ກັນຫຼາຍບັ້ນ​ລະ​ຫວ່າງ ພວກ​ປະ​ທ້ວງ​ທີ່ແກວ່ງ​ກ້ອນ​ຫິນ ​ແລະ​ຕໍາຫຼວດຍິງ​ລະ​ເບີດ​ນໍ້າຕານັ້ນປະກົດ​ວ່າໄດ້​ດໍາ​ເນີນ​ໄປ​ຕະຫຼອດຄືນ.

ພວກ​ສະໜັບສະໜຸນ​ປະທານາທິບໍດີ ປະຕິ​ຍານ​ວ່າ​ ຈະ​ທໍາ​ການ​ເດີນ​ຂະ​ບວນປະ​ທ້ວງ​ໃນ​ວັນ​ເສົາຕໍ່ໜ້າ​ນີ້.

ທາງ​ດ້ານສານ​ສູງ​ສຸດ​ຂອງ​ອີ​ຈີບ ກໍ​ໄດ້​ພາກັນ​ນັດ​ຢຸດ​ງານ​ເມື່ອ​ວັນ​ພຸດ​ວານ​ນີ້ ​ເພື່ອ​ປ​ະທ້ວງ​ດໍາລັດ​ຂອງ​ປະທານາທິບໍດີ Morsi ​ໂດຍ​ສັນ​ຍາ​ວ່າ​ ຈະ​ຢຸດ ​ເຮັດ​ວຽກ​ໄປ​ຈົນ​ກວ່າ​ສານ​ລັດຖະທໍາ​ມະນູນ​ຕັດສິນ​ ກ່ຽວ​ກັບ​ດຳລັດທີ່ທ່ານ Morsi ​ ທີ່ອະນຸມັດໃຫ້​ທ່ານ​ເອງ ມີ​ສິດ​ພິ​ເສດ​ ຈາ​ກການກວດ​ສອບ​ຂອງ​ຝ່າຍ​ຕຸລາການນັ້ນ.

XS
SM
MD
LG