ທ່ານ Hohamed Morsi ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ສັງກັດພັກສາ ສະໜາ
ອິສລາມຂອງອີຈິບ ໄດ້ເລີ້ມດຳເນີນງານເພື່ອຈັດຕັ້ງໃນສິ່ງທີ່ທ່ານໃຫ້ຄຳໝັ້ນສັນຍາວ່າ
ຈະເປັນລັດຖະບານທີ່ມີຫຼາຍພັກຝ່າຍເຂົ້າຮ່ວມ ນຶ່ງມື້ຫຼັງຈາກໄດ້ ກາຍເປັນປະທານາ
ທິບໍດີພົນລະເຮືອນຄົນທຳອິດ ທີ່ໄດ້ຮັບເລືອກແບບປະຊາທິ ປະໄຕ ຂອງປະເທດດັ່ງກ່າວ.
ນຶ່ງໃນການເອົາບາດກ້າວຫຼາຍໆຢ່າງນັ້ນ ໃນວັນຈັນວານນີ້ ທ່ານ Morsi ໄດ້ຍົກຍ້າຍ
ເຂົ້າໄປຢູ່ທີ່ທໍານຽບປະທານາທິບໍດີ ຊຶ່ງແຕ່ກ່ອນແມ່ນປະທານາທິບໍດີ Hosni Mubarak
ທີ່ໄດ້ຖືກຂັບໄລ່ອອກຈາກຕຳແໜ່ງເປັນຜູ້ຢູ່ທີ່ນັ້ນ ຈົນເທົ່າປະຊາຊົນໄດ້ພາກັນລຸກຮືຂື້ນ
ໂຄ່ນລົ້ມທ່ານ ເມື່ອປີກາຍນີ້.
ນອກນັ້ນ ທ່ານ Morsi ຍັງໄດ້ພົບປະກັບຜູ້ບັນຊາການທະຫານຂອງອີຈິບຈອມພົນ
Hussein Tantawi ຊຶ່ງໂທລະພາບຂອງລັດຖະບານໄດ້ອ້າງຄໍາເວົ້າຂອງ ທ່ານທີ່ໃຫ້ຄໍາ
ໝັ້ນສັນຍາວ່າ ຈະໃຫ້ການສະໜັບສະໜຸນຕໍ່ປະທານາທິບໍດີເລືອກໃໝ່ທີ່ຖືກຕ້ອງຕາມ
ກົດໝາຍ” ຂອງປະເທດນັ້ນ.
ນາຍົກລັດຖະມົນຕີ ທີ່ຈະພົ້ນຈາກຕຳແໜ່ງ ທ່ານ Kamal al Ganzouri ໄດ້ຍື່ນໃບລາ
ອອກໃນວັນຈັນວານນີ້ ແຕ່ຍັງຈະເປັນຜູ້ຮັກສາການຕໍ່ໄປ ຈົນກວ່າລັດ ຖະບານຈະເຂົ້າ
ຮັບໜ້າທີ່. ສະພາປົກຄອງທະຫານທີ່ໄດ້ເປັນຜູ້ບໍລິຫານປະເທດ ມານັບຕັ້ງແຕ່ທ່ານ
Mubarak ໄດ້ຖືກຂັບໄລ່ອອກຈາກໜ້າທີ່ນັ້ນໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະໂອນອໍານາດ
ໃຫ້ແກ່ປະທານາທິບໍດີພົນລະເຮືອນຄົນໃໝ່ ພາຍໃນທ້້າຍເດືອນນີ້.