ອີຈິບ ກຳລັງຕຽມການເພື່ອຮັບມືກັບຄວາມຮຸນແຮງທີ່ອາດ
ເກີດຂຶ້ນ ໃນລະຫວ່າງທີ່ມີການປະທ້ວງ ໂດຍພວກອິສລາມ
ຫົວຮຸນແຮງ ຊຶ່ງຕ້ອງການຢາກໂຄ່ນລົ້ມ ລັດຖະບານທີ່ໄດ້
ຮັບການໜຸນຫລັງຈາກພວກທະຫານນັ້ນ.
ກຸ່ມແນວໂຮມ Salafi ທີ່ນິຍົມແນວທາງດັ້ງເດີມຈັດ ໄດ້ຮ້ອງ
ໃຫ້ມີການເດີນຂະບວນທົ່ວປະເທດ ໃນວັນສຸກມື້ນີ້ ອັນເປັນ
ພາກສ່ວນນຶ່ງ ທີ່ກຸ່ມດັ່ງກ່າວຮ້ອງວ່າ “ການລຸກຮືຂື້ນຂອງ
ຊາວໜຸ່ມອິສລາມ.”
ກຸ່ມດັ່ງກ່າວ ທີ່ກຳລັງຊຸກຍູ້ໃຫ້ມີການບັງຄັບໃຊ້ກົດໝາຍອິສ
ລາມນັ້ນ ຕ້ອງການຢາກໃຫ້ບັນດາຜູ້ສະໜັບສະໜູນ ພາກັນຍົກຄຳພີ Qurans ຂຶ້ນໃນ
ເວລາມີການໂຮມຊຸມນຸມເດີນຂະບວນ.
ບັນດາເຈົ້າໜ້າທີ່ ໄດ້ເພີ້ມການຮັກສາຄວາມປອດໄພ ຢູ່ຕາມຈຸດສຳຄັນຕ່າງໆ ແລະໄດ້
ເຕືອນວ່າ ຈະຕອບໂຕ້ຢ່າງແຂງຂັນ ຖ້າຫາກການປະທ້ວງ ກາຍມາເປັນຄວາມຮຸນແຮງ.
ນີ້ເປັນຄວາມພະຍາຍາມທີ່ມີການປະສານງານກັນຫລາຍທີ່ສຸດ ໃນຮອບຫລາຍເດືອນ
ເພື່ອເຕົ້າໂຮມຝ່າຍຄ້ານ ມາປະທ້ວງຕໍ່ຕ້ານລັດຖະບານ ຂອງປະທານາ ທິບໍດີ Abdel
Fattah el-Sisi.
ທ່ານ Sisi ອະດີດຜູ້ບັນຊາການທະຫານ ແມ່ນເປັນຜູ້ກຳກັບນຳການໂຄ່ນລົ້ມ ປະທານາ
ທິບໍດີພັກອິສລາມ ທ່ານ Mohamed Morsi ຊຶ່ງເປັນປະທານາທິບໍດີອີຈິບຄົນທຳອິດ ທີ່
ໄດ້ຖືກຮັບເລືອກ. ທ່ານ Morsi ໄດ້ເປັນຊະມາຊິກ ພັກພະ ລາດອນພາບມຸສລິມທີ່ໄດ້
ໃຫ້ການສະໜັບສະໜູນການປະທ້ວງໃນວັນສຸກມື້ນີ້ ເຊັ່ນດຽວກັນນັ້ນ.
ນັບຕັ້ງແຕ່ທ່ານ Morsi ໄດ້ຖືກໂຄ່ນລົ້ມ ລັດຖະບານໄດ້ຄຸມຂັງສະມາຊິກພັກພະ ລາດອນ
ພາບ ແລະພວກສະໜັບສະໜຸນ ຫລາຍສິບພັນຄົນ. ນອກນັ້ນ ຍັງມີອີກ ຫລາຍຮ້ອຍຄົນ
ໄດ້ຖືກຂ້າຕາຍ ຍ້ອນຄວາມຮຸນແຮງ ທີ່ມັກເກີດຂຶ້ນໃນລະຫວ່າງ ປະທ້ວງ ເຖິງແມ່ນວ່າ
ຈຳນວນຂອງພວກປະທ້ວງໄດ້ຫລຸດນ້ອຍຖອຍລົງກໍຕາມ.