ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວຄຣິສຕ໌ນິກາຍ Coptic ໃນ​ອີ​ຈິບ​​ ເລືອກ​ເອົາ ສັນຕະປາປາ ຄົນ​ໃໝ່ (ສະໄລດ໌)


ຊາວຄຣິສຕ໌ ນິກາຍ Coptic ທີ່ໄຄໂຣ ປະເທດອີ​ຈິບ ​​ກໍາລັງເລືອກເອົາ Pope ຫລື ​ສັນຕະປາປາ ​ຄົນ​ໃໝ່.
ຊາວຄຣິສຕ໌ ນິກາຍ Coptic ທີ່ໄຄໂຣ ປະເທດອີ​ຈິບ ​​ກໍາລັງເລືອກເອົາ Pope ຫລື ​ສັນຕະປາປາ ​ຄົນ​ໃໝ່.
ວັດສາສະໜາ​ຄຣິສຕ໌ ນິກາຍ Coptic ຂອງ​ອີ​ຈິບ​ໄດ້​ເລືອກ​ເອົາ Pope ຫລື ​ສັນຕະປາປາ ​ຄົນ​ໃໝ່

Bishop Tawadros ​ໄດ້ເປັນ​ຫົວໜ້າ​ໃໝ່​ຂອງ​ວັດ​ດັ່ງກ່າວ​ເມື່ອ​ຕອນ​ເຊົ້າ ວັນ​ອາທິດ​ມື້​ນີ້ ​ເວລາ​ເດັກ​ຊາຍ​ຄົນ​ນຶ່ງ​ທີ່​ເອົາ​ຜ້າ​ປິດ​ຕາ ​ຈົກ​ສະຫຼາກ​ໄດ້ຊື່​ຂອງທ່ານ​ຈາກ​ໂຖ​ແກ້ວ ​ໃນ​ພິທີ​ນຶ່ງ ທີ່ວັດ Coptic ຂອງ​ນະຄອນຫລວງ ​ໄຄໂຣ.

Bisho Tawadros ຜູ້​ມີ​ອາຍຸ​ໄດ້ 60 ປີ ຈະ​ສື​ບຕໍາ​ແໜ່​ງ​ແທນ Pope Shenouda ທີ 3 ທີ່​ເສຍ​ຊີວິດ​ໄປ​ໃນ​ເດືອນ​ມີນາ​ຜ່ານ​ມາ ​ໃນ​ໄວ 88 ປີ.

ບັນດາ​ນັກ​ເຄຶ່ອນ​ໄຫວ​ດ້ານ​ວັດ​ວາ​ທັງຫຼາຍພາກັນ​ສະ​ແດງ​ຄວາ​ມຫວັງ​ວ່າ Pope ຄົນ​ໃໝ່​ຈະ​ນໍາພາພວກ​ນັບຖື​ນິກາຍ Coptic ​ໄປ​ໄດ້​ຢ່າງ​ປອດ​ໄພ ພາຍ​ໃຕ້​ສະພາວະ​ທີ່​ບໍ່​ແນ່ນອນ​ຂອງ​ອີ​ຈິບ​ໃນ​ເວລາ​ນີ້ ລຸນຫຼັງຈາກ​ການ​ປະຕິວັດ​ການ​ເມືອງຂອງ​ປະ​ເທດ ທີ່​ໄດ້​ໂຄ່ນ​ລົ້ມ ທ່ານ Hosni Mubarak ​ໃນ ເດືອນ​ກຸມພາ​ຜ່ານ​ມາ.

ຊາວຄຣີສຕຽນ ປະກອບ​ເປັນ 10 ​ເປີ​ເຊັນ​ຂອງ​ປະຊາ​ຊົນ​ທັງ​ໝົດ​ຂອງ​ອີ ຈິບ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ຊາວ​ມຸສລິ​ມນັ້ນ.

ເບິ່ງສະໄລດ໌ພາບການເລືອກຕັ້ງສັນທະປາປາຄົນໃໝ່ໃນອີຈິບ
XS
SM
MD
LG