ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຝ່າຍຄ້ານອີຈິບ ບໍ່ຍອມ ເຂົ້າຮ່ວມ ການເລືອກຕັ້ງ ທີ່ຈະມາເຖິງນີ້


ທ່ານ Mohamed ElBaradei ບຸກຄົນສໍາຄັນໃນລະດັບຫົວໜ້າ ຂອງຝ່າຍຄ້ານອີຈິບ
ທ່ານ Mohamed ElBaradei ບຸກຄົນສໍາຄັນໃນລະດັບຫົວໜ້າ ຂອງຝ່າຍຄ້ານອີຈິບ
ບຸກຄົນສໍາຄັນໃນລະດັບຫົວໜ້າຂອງຝ່າຍຄ້ານອີຈິບທ່ານ
ນຶ່ງ ໄດ້ຮຽກ ຮ້ອງໃຫ້ຂວໍ້າບາດ ການເລືອກຕັ້ງສະພາແຫ່ງ
ຊາດທີ່ຈະມາເຖິງນີ້.

ທ່ານ Mohamed ElBaradei ກ່າວໃນວັນເສົາວານນີ້ວ່າ
ທ່ານຈະບໍ່ ຍອມເຂົ້າຮ່ວມໃນການເລືອກຕັ້ງ ທີ່ປະທານາທິ
ບໍດີ Mohamed Morsi ໄດ້ຮຽກໃຫ້ມີຂຶ້ນເມື່ອຕົ້ນອາທິດນີ້.

ໃນເບື້ອງຕົ້ນ ທ່ານ Morsi ໄດ້ຮຽກຮ້ອງໃຫ້ ການປ່ອນບັດ
ເລີ້ມຕົ້ນ ຂຶ້ນແຕ່ວັນທີ 27 ເມສາທີ່ຈະມາເຖິງນີ້ ແຕ່ວ່າສະ
ມາຊິກຂອງພວກຊາວ ຄຣິສ Coptic ທີ່ເປັນກຸ່ມນ້ອຍນັ້ນ ຄັດຄ້ານຕໍ່ກໍານົດເວລາດັ່ງກ່າວ ເພາະວ່າ ມັນຄວບກັນກັບ
ວັນພັກຂອງສາສະໜາຄຣິສ. ເພື່ອຜ່ອນຜັນ ການຄັດຄ້ານ
ຂອງເຂົາເຈົ້າ ທ່ານ Morsi ໄດ້ຈັດກໍານົດເວລາໃໝ່ໃນວັນເສົາວານນີ້ ໂດຍໃຫ້ເລີ້ມຕົ້ນ ການລົງຄະແນນສຽງໃນ ວັນທີ 22 ເມສາ ແລະສິ້ນສຸດລົງໃນທ້າຍເດືອນມິຖຸນາ ແລະ ໃຫ້ສະພາແຫ່ງຊາດ ຊຸດໃໝ່ ເລີ້ມຕົ້ນກອງປະຊຸມນັດທໍາອິດ ໃນວັນທີ 2 ກໍລະກົດ.

ທ່ານ ElBaradei ອະດີດຫົວໜ້າອົງການດ້ານນີວເຄລຍຂອງສະຫະປະຊາຊາດ ເອີ້ນ ການລົງຄະແນນສຽງດັ່ງກ່າວວ່າ ເປັນ “ພຶດຕິການ ຫລອກລວງ.”

ພວກອິສລາມສາມາດໄດ້ຮັບໄຊຊະນະທຸກຄັ້ງ ນັບຕັ້ງແຕ່ໄດ້ມີການຂັບໄລ່ອະດີດປະ ທານາທິບໍດີ Hosni Mubarak ອອກຈາກຕຳແໜ່ງ.

ເຈົ້າໜ້າທີ່ຄົນອື່ນໆ ທີ່ຢູ່ໃນພັກກຸ່ມຝ່າຍຄ້ານຂອງພັກ National Salvation Front
ຂອງທ່ານ ElBaradei ເວົ້າວ່າ ສະມາຊິກຫລາຍຄົນຢູ່ໃນກຸ່ມ ແມ່ນມີຄວາມເຫັນພ້ອມນໍາ
ການຂວໍ້າບາດດັ່ງກ່າວ ແຕ່ວ່າ ຍັງບໍ່ໄດ້ມີການຕັດສິນໃຈເທື່ອວ່າ ພວກເຂົາເຈົ້າຈະເຂົ້າ
ຮ່ວມນໍາ ຫລືບໍ່.
XS
SM
MD
LG