ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ສະພາສູງອີຈິບ ເປີດປະຊຸມ ຫລັງການຮັບຜ່ານ ລັດຖະທໍາມະນູນໃໝ່


ພາບລວມສະແດງໃຫ້ເຫັນສະພາ Shura ໃນຂະນະທີ່ ໄຂກອງປະຊຸມໃນວັນພຸດມື້ນີ້, ວັນທີ 26 ທັນວາ 2012 ທີ່ກຸງໄຄໂຣ.
ພາບລວມສະແດງໃຫ້ເຫັນສະພາ Shura ໃນຂະນະທີ່ ໄຂກອງປະຊຸມໃນວັນພຸດມື້ນີ້, ວັນທີ 26 ທັນວາ 2012 ທີ່ກຸງໄຄໂຣ.
ສະພາສູງຂອງອີຈິບ ໄດ້ປະຊຸມກັນເປັນເທື່ອທໍາອິດ ນັບຕັ້ງ
ແຕ່ປະທານາທິບໍດີ Mohamed Morsi ເຊັນດໍາລັດອະນຸມັດ ໃຫ້ລັດຖະທໍາມະນູນສະບັບໃໝ່ ທີ່ເປັນບັນຫາໂຕ້ແຍ້ງກັນ ແລະໄດ້ຮັບການສະໜັບສະໜຸນຈາກພວກນັບຖືສາສະໜາ
ຢ່າງເຖິງຖອງ ຫລືພວກອິສລາມິສນັ້ນ ມີຜົນບັງຄັບໃຊ້ໄດ້.

ສະພາ Shura ໄຂກອງປະຊຸມໃນວັນພຸດມື້ນີ້ ເພື່ອສາບານໂຕ
ສະມາຊິກໃໝ່ 90 ຄົນ ທີ່ໄດ້ຮັບແຕ່ງຕັ້ງຈາກທ່ານ Morsi ເຂົ້າ
ຮັບຕໍາແໜ່ງ. ນອກນີ້ ຍັງຄາດວ່າສະພາດັ່ງກ່າວ ຈະເລີ້ມວາງ
ໂຄງຮ່າງວຽກງານ ສໍາລັບຈັດການເລືອກຕັ້ງເອົາສະມາຊິກສະ
ພາຕໍ່າ ພາຍໃນເວລາສອງເດືອນຕໍ່ໜ້າ.

ທ່ານ Morsi ໄດ້ເຊັນດໍາລັດດັ່ງກ່າວ ໃນຕອນແລງວັນອັງຄານ
ວານນີ້ ຫລັງຈາກທີ່ຄະນະກໍາມະການເລືອກຕັ້ງປະກາດວ່າ ເກືອບ 64 ສ່ວນຮ້ອຍຂອງ ພວກມີສິດປ່ອນບັດ ໄດ້ຮັບຮອງເອົາລັດຖະທໍາມະນູນສະບັບໃໝ່ ໃນການລົງປະຊາມະ ຕິໃນເດືອນນີ້.

ແຕ່ບັນດາກຸ່ມຝ່າຍຄ້ານ ທີ່ນໍາພາໂດຍພວກຫົວເສລີນິຍົມແລະພວກນິຍົມທາງໂລກນັ້ນ ໄດ້ປະຕິຍານທີ່ຈະສືບຕໍ່ທໍາການປະທ້ວງຕໍ່ຕ້ານລັດຖະທໍາມະນູນ. ເຂົາເຈົ້າກ່າວວ່າ ພວກ ຮ່າງລັດຖະທໍາມະນູນບໍ່ໄດ້ຮັບຟັງຜົນປະໂຫຍດຂອງພວກເຂົາເຈົ້າ ແລະພວກຄັດຄ້ານ ບາງຄົນກໍກ່າວວ່າ ເອກະສານດັ່ງກ່າວບໍ່ເອົາຫົວຊາຕໍ່ສິດທິຂອງແມ່ຍິງ.
XS
SM
MD
LG