ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານາທິບໍດີ ຄົນໃໝ່ ຂອງອີຈິບ ສາບານໂຕ ເຂົ້າຮັບຕຳແໜ່ງ (ສະໄລດ໌)


ທ່ານ Mohamed Morsi ປະທານາທິບໍດີຄົນໃໝ່ຂອງອິຈິບ
ທ່ານ Mohamed Morsi ປະທານາທິບໍດີຄົນໃໝ່ຂອງອິຈິບ

ປະທານາທິບໍດີ​ທີ່ໄດ້​ຮັບ​ເລືອກ​ໃໝ່​ຂອງ​ອີ​ຈິບ ທ່ານ Mohamed Morsi ຈະ ສາບານ​ໂຕ​ເຂົ້າ
ຮັບ​ຕຳ​ແໜ່​ງ​ໃນ​ວັນ​ເສົາມື້ນີ້ ຊຶ່ງ​ເປັນ​ຂີດ​ໝາຍ​ຂອງການ​ເລີ່ມຕົ້ນ​ປະຫວັດສາດໜ້າ​ໃໝ່ຂອງ
​ປະ​ເທດ​ດັ່ງກ່າວທີ່​ໄດ້​ມີ​ການ​ເລືອກ​ຕັ້ງປະທານາທິບໍ ດີ​ພົນລະ​ເຮືອນ​ຄົນ​ທຳ​ອິດ.

ທ່ານ Morsi ຈະ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງຕໍ່ໜ້າ​ສານ​ລັດຖະທຳ​ມະນູນ​ຂອງອີ​ຈິບ. ​ຂ່າວໂທ
ລະພາບສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ໄດ້​ເດີນທາງ​ ໄປ​ເຖິງ​ສານ​ລັດຖະທຳ​ມະນູນ ຊ້າ​ເກືອບ​ນຶ່ງ​ຊົ່ວ​
ໂມງ​ໃນ​ວັນ​ເສົາ ​ມື້ນີ້ ຈຶ່ງ​ໄດ້​ເຮັດ​ໃຫ້​ພິທີ​ ສາບານເຂົ້າຮັບ​ຕຳ​ແໜ່​ງຢ່າງ​ເປັນ​ທາງ​ການ ​ຕ້ອງ​ໄດ້​ມີ​
ການ​ຊັກ​ຊ້າ.

ພິທີ​ສາບານ​ໂຕເຂົ້າຮັບ​ຕຳ​ແໜ່​ງຂອງ​ທ່ານ​ໄດ້​ມີ​ຂຶ້ນນຶ່ງ​ມື້ຫຼັງຈາກ​ທ່ານ​ໄດ້​ກ່າວ​ຄຳປາ​ໄສ​ຕໍ່​ພວກ
​ສະໜັບສະໜຸນ​ຫຼາຍສິບ​ພັນ​ຄົນ​ທີ່​ແໜ້ນ​ກັນ​ຢູ່​ຈະຕຸ​ລັດ Tahrir ​ໃນ ນະຄອນຫຼວງ​ໄຄ​ໂຣ ​ເພື່ອ
ພາກັນ​ປະ​ທ້ວງ​ສະພາ​ປົກຄອງ​ປະ​ເທດ​ຂອງ​ພວກທະຫານ. ທ່ານ​ໄດ້​ສະ​ແດງ​ຄວາມ​ຄຳນັບ​ຕໍ່​
ປະຊາຊົ​ນຊາວ​ອີ​ຈິບ​ໃນ​ທົ່ວ​ປະ​ເທດ ​ແລະ​ຢູ່​ຕ່າງປະ​ເທດ ​ໂດຍ​ເວົ້າວ່າ ​ເລືອດ​ຂອງ​ພວກ​ປະຕິ​ວັດ​
ທີ່​ໄດ້​ເສຍ​ຊີວິດ​ແລະ​ບາດ​ເຈັບໃນ​ການ​ລຸກ​ຮື​ຂຶ້ນ ​ໄດ້​ແຜ້ວ​ທາງ ​ໃຫ້​ມີ​ອິດສະຫຼະພາບ. ນອກ​ນັ້ນ
​ແລ້ວທ່ານ​ຍັງ​ເວົ້າວ່າ ທ່ານ​ຈະ​ຮັກ​ ແລະ​ໃຫ້ການ​ຖະນຸຖໜອມຕໍ່​ກຽດ​ອັນ​ຍິ່ງ​ໃຫຍ່ ທີ່​ປະຊາຊົນ​
ຊາວ ອີີ​ຈິບ​ໄດ້​ມອບ​ໃຫ້​ແກ່​ທ່ານ.

ທ່ານ Morsi ປະກາດ​ວ່າ ຈະ​ເຂົ້າຮັບ​ຕຳ​ແໜ່​ງປະທານາທິບໍດີ​ຕໍ່ໜ້າ​ສະພາ. ​ແຕ່ສະພາ​ປົກຄອງ
​ທະຫານ​ເວົ້າວ່າ ທ່ານ​ຈະ​ຕ້ອງ​ສາບານ​ໂຕຢູ່​ຕໍ່ໜ້າ​ສານ​ລັດຖະທຳ​ມະນູນຍ້ອນ​ໄດ້​ມີ​ການ​ຍຸບ​
ສະພາ​ຕໍ່າເມື່ອ​ໄວໆ​ມານີ້ ທີ່​ຄອບ​ງຳ​ໂດຍພັກ​ພະລາດອນພາບມຸສລິ​ມນັ້ນ.

ພວກ​ນັກ​ສັງ​ເກດ​ການ​ບາງ​ຄົນ​ເວົ້າວ່າ ການ​ບໍ່​ລົງ​ຮອຍ​ກັນ​ທີ່​ວ່າ​ນີ້ ອາດ​ຈະ​ເປັນ​ໄລຍະທຳ​ອິດ​
ໃນ​ການ​ຕໍ່ສູ້​ຍາດ​ແຍ່ງ​ອຳນາດ​ແບບ​ແກ່ຍາວລະຫວ່າງ​ພັກ​ພະລາດອນ​ພາບ​ມຸສລິ​ມ​ແລະ​ພວກ
​ທະຫານ.

ທ່ານ Morsi ​ໄດ້​ສະມັກ​ເປັນ​ປະທານາທິບໍດີ​ ໃນ​ນາມ​ຜູ້​ສະມັກ​ຂອງພັກ​ພະລາດອນພາບ​ມຸສ
ລິ​ມກ່ອນ​ທີ່​ຈະລາ​ອອກ​ຈາກ​ກຸ່ມ​ດັ່ງກ່າວຫຼັງຈາກ​ໄດ້​ມີ​ການປະກາດວ່າ​ ທ່ານເປັນ​ປະທາ​ນາ​ທິ
ບໍດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່. ​ໃນ​ມື້ວານ​ນີ້ ທ່ານ​ໄດ້​ສະ​ແດງ​ຄວາມປະສົງ ທີ່​ຈະ​ສ້າງຕັ້ງລັດຖະບານ
​ແບບ​ມີ​ທຸກ​ພັກ​ຝ່າຍ​ເຂົ້າຮ່ວມ ​ເພື່ອ​ຍື່ນ​ມື​ໄປ​ຫາທັງ​ພວກ​ມຸສລິ​ມ ພວກຄຣິສຕຽນ ​ແລະ​ພວກ​
ແມ່ຍິງ​ນຳ​ດ້ວຍ.

XS
SM
MD
LG