ອີຈິບເລີ້ມການປ່ອນບັດໃນການເລືອກຕັ້ງປະທານາທິບໍດີຮອບຕັດສິນຊີ້ຂາດເປັນເວລາ
ສອງມື້ໃນວັນເສົາມື້ນີ້ໂດຍມີອະດີດນາຍົກລັດຖະມົນຕີ Ahmed Shafiq ລົງແຂ່ງຂັນກັບ
ຜູ້ສະມັກຂອງພັກພະລາດອນພາບມຸສລິມທ່ານ Mohamed Morsi.
ການປ່ອນບັດທີ່ວ່ານີ້ ມີຂຶ້ນທ່າມກາງຄວາມວຸ້ນວາຍທາງດ້ານການເມືອງ ຫຼັງຈາກສານ
ລັດຖະທຳມະນູນສູງສຸດຂອງປະເທດ ໄດ້ຕັດສິນໃນອາທິດນີ້ ຕ່າວປີ້ນກົດໝາຍທີ່ຮັບຜ່ານ
ໂດຍສະພາ ແຫ່ງຊາດພາຍໃຕ້ການນຳພາຂອງພັກສາສະໜາອິສລາມທີ່ຫ້າມບໍ່ໃຫ້ພວກ
ເຈົ້າໜ້າທີ່ອະວຸໂສຂອງລັດຖະບານປະທານາທິບໍດີ Hosni Mubarak ທີ່ຖືກຂັບໄລ່ອອກ
ຈາກອຳນາດເຊັ່ນທ່ານ Shafiq ສາມາດກຳຕຳແໜ່ງທີ່ສຳຄັນໆໄດ້. ພວກຜູ້ພິພາກສາ ທີ່
ຍັງສືບຕໍ່ກຳຕຳແໜ່ງມາແຕ່ສະໄໝ ທ່ານ Mubarak ພຸ້ນ ຍັງໄດ້ກ່າວອ້າງເຖິງບັນຫາທາງ
ດ້ານກົດໝາຍກ່ຽວກັບການເລືອກຕັ້ງສະພາແຫ່ງຊາດຄັ້ງທີແລ້ວ ແລະໄດ້ສັ່ງໃຫ້ຍຸບສະພາ
ແຫ່ງຊາດທີ່ນຳພາໂດຍພັກສາສະໜາອິສລາມນັ້ນ.
ສະມາຊິກພັກສາສະໜາອິສລາມບາງຄົນ ໄດ້ກ່າວຫາສະພາທະຫານ ທີ່ປົກຄອງປະເທດ
ໃຊ້ສານໃນການກໍ່ລັດຖະປະຫານ ແຕ່ສະພາປົກຄອງທະຫານກ່າວວ່າ ການເລືອກຕັ້ງ
”ປະທານາທິບໍດີຮອບສອງ ຍັງຈະດຳເນີນຕໍ່ໄປຕາມແຜນການທີ່ໄດ້ວາງໄວ້.
ໃນການຖະແຫຼງຕໍ່ພວກສະໜັບສະໜຸນ ທີ່ກຸງໄຄໂຣ ໃນວັນພະຫັດຜ່ານມານີ້ ທ່ານ
Shafiq ເອີ້ນການຕັດສິນຂອງສານວ່າ ມີຄວາມສຳຄັນເປັນປະຫວັດການ ແລະຮຽກ
ຮ້ອງໃຫ້ຊາວອີີຈິບປະກອບສ່ວນເຂົ້າຮ່ວມໃນການປ່ອນບັດຄັ້ງນີ້. ແຕ່ໃນຂະນະດຽວກັນ
ພັກພະລາດອນພາບມຸສລິມກ່າວວ່າ ການຕັດສິນຂອງສານສະແດງໃຫ້ເຫັນວ່າອີຈິບ
ພວມມຸ່ງໜ້າໄປສູ່ວັນເວລາທີ່ຍຸ່ງຍາກສັບສົນ ທີ່ອາດເປັນອັນຕະລາຍຮ້າຍແຮງກວ່າໄລຍະ
ສຸດທ້າຍໃນການປົກຄອງຂອງທ່ານ Mubarak ອີກ.
ພວກປະທ້ວງ ທີ່ມີຄວາມໂກດແຄ້ນຍ້ອນການຕັດສິນຂອງສານ ໄດ້ພາກັນລົງສູ່ຖະໜົນ
ຫົນທາງ ເພື່ອທຳການປະທ້ວງທີ່ນະຄອນຫຼວງໄຄໂຣ ແລະເມືອງອາເລັກຊານເດຣຍ ໃນ
ວັນສຸກວານນີ້.
ພວກປະທ້ວງຫຼາຍພັນຄົນ ໄດ້ພາກັນເດີນຂະບວນໄປຍັງຈະຕຸລັດ Tahrir ໃນນະຄອນ
ຫຼວງໄຄໂຣ ໂດຍແນເປົ້າໝາຍຂອງພວກເຂົາເຈົ້າໃສ່ທ່ານ Shafiq ຍ້ອນມີຄວາມສົງໄສວ່າ
ອະດີດນາຍົກລັດຖະມົນຕີອີຈິບທ່ານນີ້ ຍັງສືບຕໍ່ເປັນພາກສ່ວນນຶ່ງຂອງແຜນການໃນຂອບ
ເຂດທີ່ກວ້າງຂວາງ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ວໍຊິງຕັນ
ພວມຕິດຕາມເບິ່ງສະຖານະການທາງດ້ານການເມືອງ ຢູ່ໃນອີຈິບ ແລະຄາດວ່າຈະໄດ້
ເຫັນການໂອນອຳນາດໂດຍເຕັມ ໄປໃຫ້ລັດຖະບານພົນລະເຮືອນ ທີ່ໄດ້ຖືກເລືອກຂຶ້ນມາ
ຕາມແນວທາງປະຊາທິປະໄຕ.
ສ່ວນທ່ານ Ban Ki-moon ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ຮຽກຮ້ອງ
ໃຫ້ມີການປ່ອນບັດດ້ວຍຄວາມສະຫງົບແລະມີທຸກພັກຝ່າຍເຂົ້າຮ່ວມຢູ່ໃນອີຈິບ.
ວີດີໂອຊາວອີຈິບປະທ້ວງ ຕໍ່ຕ້ານການຕັດສິນຂອງສານທີ່ອະນຸຍາດໃຫ້
ທ່ານຊາຟິກສະມັກເລືອກຕັ້ງໄດ້: