ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອີຈິບສະຫຼອງຄົບຮອບ ການລາອອກຂອງມູບາຣັກ


ຊາວອີຈິບຈຳນວນຫຼາຍພັນຄົນ ໄປໂຮມຊຸມນຸມກັນ ທີ່ຈະຕຸລັດ Tahrir ໃນກຸງໄຄໂຣ ເພື່ອສວດມົນພາວະນາ ແລະສະເຫຼີມສະຫຼອງ ການລາອອກຂອງທ່ານມູບາຣັກ (18 ກຸມພາ 2011)
ຊາວອີຈິບຈຳນວນຫຼາຍພັນຄົນ ໄປໂຮມຊຸມນຸມກັນ ທີ່ຈະຕຸລັດ Tahrir ໃນກຸງໄຄໂຣ ເພື່ອສວດມົນພາວະນາ ແລະສະເຫຼີມສະຫຼອງ ການລາອອກຂອງທ່ານມູບາຣັກ (18 ກຸມພາ 2011)

ພວກສະໜັບສະໜຸນຂະບວນການປະຊາທິປະໄຕໃນອີຈິບ
ຈຳນວນຫລາຍພັນຄົນ ໄດ້ໄປໂຮມຊຸມນຸມກັນ ທີ່ຈະຕຸລັດ
Tahrir ໃນວັນສຸກມື້ນີ້ ເພື່ອກະກຽມການສະເຫຼີມສະຫຼອງ
ຄົບຮອບນຶ່ງສັບປະດານັບແຕ່ປະທານາທິບໍດີ Hosni Mu-
barak ໄດ້ລົງຈາກອຳນາດ.

ເຖິງແມ່ນໄດ້ມີການຮັກສາຄວາມປອດໄພ ອ້ອມຮອບບໍລິ
ເວນຈະຕຸລັດ ຊຶ່ງເປັນຈຸດໃຈກາງໃນການໂຮມຊຸມນຸມປະ
ທ້ວງຕໍ່ຕ້ານລັດຖະບານເປັນເວລາ 18 ມື້ທີ່ ນຳພາໄປສູ່
ການລາອອກຈາກຕຳແໜ່ງ ຂອງທ່ານ Mubarak ນັ້ນກໍ
ຕາມແຕ່ມີລາຍງານວ່າຜູ້ຄົນຢູ່ໃນບໍລິເວນຈະຕຸລັດມີຄວາມ
ຮູ້ສຶກຕື່ນເຕັ້ນດີໃຈ. ເປັນທີ່ຄາດກັນວ່າການໂຮມຊຸມນຸມທີ່ວ່ານີ້ຈະມີຜູ້ຄົນເຂົ້າຮ່ວມເພີ່ມຂຶ້ນ
ລຸນຫຼັງການສວດມົນພາວະນາໃນຕອນທ່ຽງ.

ອົງການຂ່າວຣອຍເຕີ້ລາຍງານວ່າພວກສະໜັບສະໜຸນທ່ານ Mubarak ກໍຈະຈັດການໂຮມ
ຊຸມນຸມຕໍ່ຕ້ານຂຶ້ນ ເພື່ອຮັບຮູ້ເຖິງຜົນງານຂອງທ່ານ ທີ່ໄດ້ບັນລຸໃນລະຫວ່າງທີ່ທ່ານຄອງອຳ
ນາດ ເປັນເວລາ 3 ທົດສະວັດ. ພວກຈັດການໂຮມຊຸມນຸມ ກ່າວຕໍ່ອົງການຂ່າວຣອຍເຕີ້ວ່າ
ພວກສະໜັບສະໜຸນທ່ານ Mubarak ຈະໃສ່ຊຸດສີດຳຂະນະທີ່ພວກໂຮມຊຸມນຸມສະເຫຼີມສະ
ຫຼອງໄຊຊະນະຈະພາກັນໃສ່ຊຸດສີຂາວ.

ໃນວັນພະຫັດວານນີ້ເຈົ້າໜ້າທີ່ອີຈິບໄດ້ຈັບອະດີດລັດຖະມົນຕີກະຊວງພາຍໃນທ່ານ Habib
el-adly ຊຶ່ງມີໜ້າທີ່ເປັນຜູ້ຄວບຄຸມກຳລັງຮັກສາຄວາມສະຫງົບຂອງອີຈິບຈຳນວນ 5 ແສນ
ຄົນນັ້ນ. ມີການຖິ້ມໂທດ ຢ່າງກວ້າງຂວາງໃສ່ທ່ານວ່າ ເປັນຜູ້ຮັບຜິດຊອບໃນການໃຊ້ກຳລັງ ຕຳຫຼວດປາບຈະຈົນຢ່າງໂຫດຫ້ຽມ ຕໍ່ການເດີນຂະບວນໂຮມຊຸມນຸມປະທ້ວງຂະໜາດໃຫຍ່ທີ່
ໄດ້ເລີ້ມຂຶ້ນໃນວັນທີ 25 ມັງກອນນັ້ນ.

XS
SM
MD
LG