ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

ພັກສາສະໜາອິສລາມ ປະກາດໄຊຊະນະ ໃນການເລືອກຕັ້ງ ທີ່ອີຈິບ (ສະໄລດ໌)


ທ່ານ Mohamed Morsi, ຜູ້ແຂ່ງຂັນປະທານາທິບໍດີ ສັງກັດພັກພາລາດອນພາບ ມຸສລິມ ອີຈີບ. ວັນທີ 18 ມິຖຸນາ 2012

ທ່ານ Mohammed Morsi ຜູ້​ນໍາພັກສາ​ສະໜາ​ອິສລາມ​ຂອງ​ອີ​ຈິບ ​ໄດ້​ປະກາດ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຄັ້ງ​ທໍາ​ອິດ​ຂອງ​ປະ​ເທດ​ ໃນ​ຍຸກ​ຫຼັງ​ຈາກ​ການ​ລຸກ​ຮື​ຂຶ້ນ​ຂອງ​ປະຊາຊົນ​ຕໍ່ຕ້ານ​ລັດຖະບານ ​ແຕ່​ຄູ່​ແຂ່ງ​ຂອງ​ທ່ານ ຄື​ທ່ານ Ahmed Shafiq ໄດ້​ໂຕ້​ແຍ້ງ​ຕໍ່​ຄໍາປະກາດ​ຂອງທ່ານ​ ​ໃນ​ຂະນະທີ່​ພວກທະຫານທີ່​ປົກຄອງ​ປະ​ເທດຂະ​ຫຍາ​ຍອໍານາດຄວບ​ຄຸມ​ຂອງ​ພວກ​ເຂົາ​ຕໍ່​ປະທານາທິບໍດີ​ຄົນ​ຕໍ່​ໄປ.

ພັກ​ພະລາດອນພາບ​ມຸສລິ​ມຂອງ​ທ່ານ Morsi ກ່າວ​ວ່າ ຜົນ​ຂອງ​ການ​ເລືອກ​ຕັ້ງ​ທີ່​ບໍ່​ເປັນ​ທາງ​ການ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Morsi ​ໄດ້​ຮັບສຽງ​ສະໜັບສະໜຸນ​ປະມານ 52 ​ເປີ​ເຊັນ​ຂອງ​ຄະ​ແນນ​ສຽງ​ທັງ​ໝົດ​ໃນການ​ເລືອກ​ຕັ້ງ​ຮອບ​ສຸດ​ທ້າຍ​ ເປັນ​ເວລາ 2 ມື້​ ທີ່​ຍຸດຕິ​ລົງ​ໃນວັນ​ອາທິດ​ວານ​ນີ້ ສົມ​ທຽບ​ໃສ່​ກັບ 48 ​ເປີ​ເຊັນ​ສໍາລັບ​ທ່ານ Shafiq ຊຶ່ງ​ເປັນນາຍົກລັດຖະມົນຕີຄົນສຸດ​ທ້າຍ ​ທີ່​ຮັບ​ໃຊ້​ໃນ​ຄະນະ​ລັດຖະບານຂອງ​ປະທານາທິບໍດີ​ໂຮ​ສນີ ມູບາຣັກ ທີ່​ໄດ້​ຖືກ​ຂັບໄລ່
ອອກ​ຈາກ​ອໍານາດ​ໄປ​ນັ້ນ. ພັກ​ພະລາດອນພາບ​ໄດ້​ອ້າງ​ເອົາ​ໄຊຊະນະ​ຂອງ​ຕົນ​ ໂດຍ​ອິງ​ໃສ່​ຜົນ​ຂອງ​ການ​ນັບ​ບັດ​ເລືອກ​ຕັ້ງ​ໂດຍ​ບັນດາ​ຜູ້ຕາງໜ້າ​ຂອງພັກ​ພະລາດອນພາບ​ຢູ່ໜ່ວຍປ່ອນ​ບັດ​ເກືອບ​ໝົດ​ທຸກ​ບ່ອນ​ໃນ​ທົ່ວ​ປະເທດ​ນັ້ນ.

​ໃນ​ຄໍາ​ປາ​ໄສ​ທີ່​ສໍານັກງານ​ໃຫຍ່​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ທ່ານ​ໃນ​ວັນ​ອາທິດ​ວານ​ນີ້ ທ່ານ Morsi ກ່າວ​ວ່າ ທ່ານ​ຈະ​ຮັບ​ໃຊ້​ໃນ​ຖານະ​ເປັນ​ຜູ້ນໍາ​ຂອງ​ປະຊາຊົນ​ອີ​ຈິບ​ທັງ​ໝົດ ຮວມທັງ​ພວກ​ມຸສລິ​ມ​ແລະ​ຄຣິສຕຽນ​ ​ແລະ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ບໍ່​ຊອກ​ຫາ​ທາງ​ແກ້​ແຄ້ນໃດໆ​ກັບ​ພວກທີ່​ຄັດຄ້ານ​ພັກ​ພະລາດອນພາບ​ມຸສລິ​ມນັ້ນ ຊຶ່ງ​ທ່ານ Morsi ກ່າວ​ດັ່ງ​ນີ້:

“ພວກ​ເຮົາຊອກ​ຫາ​ສະຖຽນ​ລະ​ພາບ ຄວາມ​ຮັກ​ແພງ ​ແລະ​ຄວາມ​ສໍາພັນ​ສັນ​ພີ່​ສັນ​ນ້ອງ​
ຫຼື​ພະລາດອນພາບ​ສໍາລັບ​ປະ​ເທດ​ອີ​ຈິບ ທີ່​ມີ​ອະລິຍະ​ທໍາ ​ຫົວ​ຊາດນິຍົມ ​ເປັນປະຊາທິ
ປະ​ໄຕ ປົກຄອງ​ໂດ​ຍລັດຖະທໍາ​ມະນູນ ​ແລະ​ທັນ​ສະ​ໄໝ. ພວກ​ເຮົາ​ທັງ​ໝົດ​ມີ​ຄວາມ​ກະຕື
ລື​ລົ້ນຕໍ່ການ​ຮັກ​ຫອມຊຶ່ງ​ກັນ​ແລະ​ກັນ.”

ທ່ານ Mahmud Barakeh ຜູ້​ຊ່ອຍ​ວຽກ​ທ່ານ Shafiq ​ສະ​ແດງ​ຄວາມ​ແປກ​ໃຈ​ຕໍ່​ຄໍາປະກາດ​
ຂອງ​ພັກ​ພະລາດອນພາບນັ້ນ ໂດຍກ່າວ​ຫາພັກ​ດັ່ງກ່າວ​ວ່າ ລັກຂະໂມ​ຍ​ເອົາ​ຂັ້ນ​ຕອນ​ການ
​ເລືອກ​ຕັ້ງ​ໄປ ​ໂດຍ​ບໍ່​ຍອມ​ລໍຖ້າຟັງ​ຜົນ​ຂອງ​ການ​ເລືອກ​ຕັ້ງ ​ຢ່າງ​ເປັນ​ທາງການຂອງ​ຄະນະ​ກໍາ
ມະການ​ກໍາກັບ​ການ​ເລືອກ​ຕັ້ງ ຊຶ່ງ​ກໍານົດ​ຈະ​ປະກາດ​ໃຫ້​ຮູ້​ໃນ​ວັນ​ພະຫັດ​ສັບປະດາ​ນີ້. ທ່ານ
Barakeh ຍັງ​ກ່າວ​ເຊ່ນກັນ​ວ່າ ໂຕ​ເລກ​ຢ່າງ​ບໍ່​ເປັນ​ທາງ​ການ​ຂອງ​ໜ່ວຍ​ໂຄສະນາ​ຫາສຽງ​
ເລືອກ​ຕັ້ງ​ຂອງ​ທ່ານ Shafiq ນັ້ນ ບອກ​ວ່າ ອະດີດ​ນາຍົກລັດຖະມົນຕີທ່ານ​ນີ້ ມີ​ຄະ​ແນນນໍາ​ໜ້າ.

​ໃນ​ການ​ເຄື່ອນ​ໄຫວ​ທີ່​ລົດ​ອໍານາດຂອງ​ຜູ້​ຊະນະ​ໃນ​ການ​ເລືອກ​ຕັ້ງລົງນັ້ນ ພວກ​ນາຍ​ພົນທະ
ຫານ​ທີ່ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ​ໄດ້​ປະກາດ​ໃຊ້ກົດໝາຍ​ລັດຖະທໍາ​ມະນູນ​ຊົ່ວຄາວ​ສະບັບ
ໃໝ່​ ຫຼັງ​ຈາກ​ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງ​ທັງ​ໝົດ​ອັດ​ລົງ​ໃນ​ວັນ​ອາທິດວານ​ນີ້. ສະພາທະຫານ​ທີ່
ໄດ້​ປົກຄອງ​ປະ​ເທດ​ມາ​ ນັບ​ແຕ່​ທ່ານ​ມູບາຣັກໄດ້​ຖືກ​ປົດ​ອອກ​ຈາກ​ຕໍາ​ແໜ່​ງ​ໃນ​ເດືອ​ນມີນາ ປີ
2011​ ເປັນຕົ້ນ​ມານັ້ນ ​ໄດ້​ໃຫ້​ຄໍາ​ໜັ້ນສັນຍາ​ວ່າ ຈະ​ມອບ​ໝາຍ​ອໍານາດ​ໃຫ້​ປະທານາ​ທິບໍດີ​ທີ່ຖືກ
​ເລືອກ​ຕັ້ງ​ໃໝ່ ​ໃນ​ວັນ​ທີ 1 ກໍລະກົດ ​ເດືອນໜ້າ​ນີ້.

XS
SM
MD
LG