ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບ ປ່ອນບັດເລືອກຕັ້ງ ປະທານາທິບໍດີ ມື້ສຸດທ້າຍ (ວີດີໂອ)


ຊາວອີຈິບໃຊ້ສິດປ່ອນບັດຂອງເຂົາເຈົ້າ ໃນມື້ທີສອງ ຂອງການເລືອກຕັ້ງປະທານາທິບໍດີ ຢ່າງເສລີຄັ້ງທໍາອິດ ນັບຕັ້ງແຕ່ທ່ານໂຮສນີ ມູບາຣັກ ຖືກໂຄ່ນລົ້ມຈາກອໍານາດ, ວັນທີ 17 ມີຖຸນາ 2012.
ຊາວອີຈິບໃຊ້ສິດປ່ອນບັດຂອງເຂົາເຈົ້າ ໃນມື້ທີສອງ ຂອງການເລືອກຕັ້ງປະທານາທິບໍດີ ຢ່າງເສລີຄັ້ງທໍາອິດ ນັບຕັ້ງແຕ່ທ່ານໂຮສນີ ມູບາຣັກ ຖືກໂຄ່ນລົ້ມຈາກອໍານາດ, ວັນທີ 17 ມີຖຸນາ 2012.

ຊາວອີ​ຈິບ​ທີ່​ມີ​ສິດ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ ​ພາກັນ​ອອກ​ໄປ​ບ່ອນ​ບັດ​ໃນ​ມື້​ສຸດ​ທ້າຍ​ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຮອບຕັດສິນ​ຊີ້​ຂາດ​ເປັນ​ເວລາ 2 ມື້ ​ເພື່ອ​ເລືອກ​ເອົາ​ຜູ້​ນໍາ​ຄົນ​ຕໍ່​ໄປ​ຂອງ​ປະ​ເທດ ລຸນຫຼັງ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່​ຂອງ​ມະຫາຊົນ ທີ່ໄດ້​ບີບ​ບັງຄັບ​ໃຫ້​ອະດີດ​ປະທານາທິບໍດີ ໂຮ​ສນີ ມູບາຣັກ ຕ້ອງລາ​ອອກ​ຈາກ​ຕໍາ​ແໜ່​ງ​ໃນປີ​ແລ້ວ​ນີ້.

ພວກ​ຜູ້​ປ່ອນ​ບັດ​ມີ​ທາງ​ເລືອກ​ ໃນ​ລະຫວ່າງ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຈາກຍຸກ​ຂອງທ່ານ​ມູບາຣັກ ຄື ​ອະດີດ​ນາຍົກລັດຖະມົນຕີ Ahmed Shafiq ແລະທ່ານ Mohammad Morsi ຜູ້​ສະໜັກຫົວ​ນິຍົມ​ອິສລາມ ສັງ​ກັດພັກ​ພະລາດອນພາບ​ມຸສລິ​ມ.

ພວກ​ທີ່ອອກ​ໄປ​ປ່ອນ​ບັດ ແມ່ນ​ມີ​ປະ​ປົນ​ກັນ​ໃນ​ວັນ​ເສົາ​ວານ​ນີ້​ ​ຊຶ່ງ​ເປັນ​ມື້​ທໍາ​ອິດ​ຂອງ​ການ​ປ່ອນ​ບັດ​ຮອບ​ສຸດ​ທ້າຍນີ້ ​ແລະ​ບັນຍາກາດ​ປາກົດ​ວ່າ​ບໍ່​ຕື່ນ​ເຕັ້ນ​ເທົ່າ​ກັບ​ກັບ​ໃນ​ລະ​ຫວ່າງ​ການ​ປ່ອນ​ບັດເລື້ອກຕັ້ງ​ຮອບ​ທໍາ​ອິດ​ໃນ​ເດືອນ​ແລ້ວ​ນີ້. ພວກ​ຜູ້​ປ່ອນ​ບັດ​ບາງ​ຄົນ​ໄດ້​ສະ​ແດງ​ຄວາມ​ຜິດ​ຫວັງ​ນໍາ​ການ​ຂາດຄວາມກ້າວໜ້າ​ໃນ​ປະ​ເທດ 16 ​ເດືອນ​ຫຼັງ​ຈາກ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ.

ວີດີໂອ: ມີຄົນໄປປ່ອນບັດຢ່າງເບົາບາງໃນການເລືອກຕັ້ງປະທານາທິບໍດີອີຈິບ:

​ເວລາ​ນີ້ ອີ​ຈິບ​ກໍ​ຍັງ​ບໍ່​ທັນ​ມີ​ກົດໝາຍ​ລັດຖະທໍາ​ມະນູນສະບັບ​ໃໝ່​ຢູ່ ຊຶ່ງ​ຈະ​ກໍານົດ​ຂອບ​ເຂດ​ອໍານາດ​ຂອງ​ປະທານາທິບໍດີນັ້ນ ແລະ​ໃນ​ວັນ​ພະຫັດອາທິດ​ແລ້ວ​ນີ້ ສານ​ລັດຖະທໍາ​ມະນູນສູງ​ສຸດກໍ​ໄດ້ຕັດສິນໃຫ້ຍຸບ​ສະພາ​ພາ​ແຫ່ງ​ຊາດ​ ພາຍ​ໃຕ້​ການ​ນໍາພາ​ຂອງ​ພວກ​ນິຍົມ​ສາ​ສະໜາ​ອິສລາມ​ ທີ່​ປົກຄອງ​ປະ​ເທດໃນ​ປັດຈຸບັນ​.

ການ​ປະກາດ​ຜູ້​ຊະນະ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ທີ່​ເສລີ​ຄັ້ງ​ທໍາອິດ​ຂອງ​ອີຈິບ ​ກໍານົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ພະຫັດ​ສັບປະດາ​ນີ້ ​ແຕ່​ຜົນ​ຂອງ​ການ​ເລືອກ​ຕັ້ງຢ່າງ​ບໍ່ເປັນ​ທາງ​ການ ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ຕົ້ນ​ສັບປະດາ.

ຊາວອີຈິບສະແດງຄວາມຄິດເຫັນກ່ຽວກັບລັດຖະບານທີ່ເຂົາເຈົ້າຢາກໄດ້:

XS
SM
MD
LG