ທ່ານ Wael Ghonim ນັກເຄື່ອນໄຫວເພື່ອປະຊາທິປະໄຕໃນອີຈິບ ກ່າວວ່າ ຄະນະປົກ
ຄອງທະຫານໃໝ່ໄດ້ໃຫ້ຄໍາໝັ້ນສັນຍາຕໍ່ທ່ານວ່າ ຈະຈັດໃຫ້ມີການລົງປະຊາມະຕິກ່ຽວກັບ
ກົດໝາຍລັດຖະທໍາມະນູນສະບັບດັດແກ້ໃໝ່ ໃນເວລາ 2 ເດືອນ.
ທ່ານ Ghonim ແລະທ່ານ Amr Salama ຜູ້ຂຽນບົດຄວາມລົງໃນ internet ໄດ້ລົງ
ຂ່າວນີ້ທາງ website ຂອງເຂົາເຈົ້າ ແລະເວົ້າວ່າ ເຂົາເຈົ້າໄດ້ຮັບຄໍາໝັ້ນໝາຍດັ່ງກ່າວ
ໃນການໂອ້ລົມສົນທະນາກັນກັບສະພາທະຫານ ທີ່ເຂົ້າຄວບຄຸມປະເທດອີຈິບຕໍ່ຈາກປະທາ
ນາທິບໍດີHosni Mubarak ເວລາທ່ານລາອອກຈາກຕໍາແໜ່ງໃນວັນສຸກຜ່ານມານີ້.
ທ່ານ Ghonim ຊຶ່ງເປັນຜູ້ບໍລິຫານຄົນນຶ່ງໃນບໍລິສັດ Google ແລະພວກນັກເຄື່ອນໄຫວ
ທາງອິນເຕີແນັທຄົນອື່ນໆ ໄດ້ຫລິ້ນບົດບາດທີ່ສໍາຄັນໃນການຈັດແຈງການປະທ້ວງຕໍ່ຕ້ານລັດຖະບານຂຶ້ນໃນທົ່ວປະເທດເປັນເວລາ18 ມື້ ທີ່ໄດ້ບີບບັງຄັບໃຫ້ທ່ານມູບາຣັກ ຕ້ອງລາອອກຈາກຕໍາແໜ່ງໄປ ແລະມອບອໍານາດໃຫ້ພວກທະຫານຫລັງຈາກຄອງອໍານາດ ມາໄດ້ 30 ປີນັ້ນ.
ສະພາທະຫານໄດ້ງົດໃຊ້ກົດໝາຍລັດຖະທໍາມະນູນແລະຍຸບສະພາໃນວັນອາທິດວານນີ້ ໃນການປະຕິບັດຕາມຄໍາຮຽກຮ້ອງທີ່ສໍາຄັນທີ່ສຸດ 2 ຂໍ້ຂອງພວກປະທ້ວງເພື່ອປະຊາທິປະໄຕ ທີ່ເຫັນວ່າ ລັດຖະທໍາມະນູນແລະສະພານິຕິບັນຍັດແມ່ນເປັນເຄື່ອງມືຂອງລະບອບປົກຄອງແບບຜະເດັດການຂອງທ່ານມູບາຣັກນັ້ນ.
ໃນຖະແຫລງການສະບັບນຶ່ງໃນວັນອາທິດວານນີ້ ພວກທະຫານທີ່ປົກຄອງອີຈິບໃນເວລານີ້ ກ່າວວ່າ ເຂົາເຈົ້າຈະປົກຄອງປະເທດເປັນເວລາ 6 ເດືອນ ຫລືຈົນຮອດເວລາມີການເລືອກຕັ້ງປະທານາທິບໍດີແລະ ສະພານິຕິບັນຍັດຊຸດໃໝ່ ຊຶ່ງການປ່ອນບັດເລືອກຕັ້ງໄດ້ກໍານົດໃສ່ ເດືອນກັນຍາປີນີ້.