ຊາວອີຈິບຫຼາຍພັນຄົນໄດ້ໂຮມຊຸມນຸມກັນເພື່ອສະໜັບສະໜຸນປະທານາທິ ບໍດີ Mohamed Morsi ຫຼັງຈາກສານສູງສຸດຂອງປະເທດ ໄດ້ລົບລ້າງການຕັດສິນໃຈຂອງທ່ານ ທີ່ສັ່ງໃຫ້ສະພາຄືນເຂົ້າຮັບຕຳແໜ່ງໃໝ່.
ພວກເດີນຂະບວນປະທ້ວງໄດ້ຮ້ອງໂຮ ແລະໂບກທຸງຊາດ ເມື່ອຕອນບ່າຍວັນອັງຄານວານນີ້ ທີ່ຈະຕຸລັດ Tahrir.
ກ່ອນໜ້ານີ້ສານໄດ້ຕັດສິນບໍ່ເຫັນພ້ອມການຕັດສິນໃຈຂອງທ່ານ Morsi ທີ່ສັ່ງໃຫ້ສະພານໍາໂດຍພັກສາສະໜາອິສລາມກັບຄືນເຂົ້າຮັບໜ້າທີ່ອີກ ທີ່ບັນດາຜູ້ນໍາທະຫານຂອງປະເທດ ໄດ້ຍຸບສະພາດັ່ງກ່າວ ເມື່ອເດືອນຜ່ານມາ ຫຼັງ ຈາກສານລັດຖະທຳມະນູນສູງສຸດ ພົບເຫັນຄວາມບົກຜ່ອງກ່ຽວກັບກັບຂັ້ນ ຕອນທີ່ສະມາຊິກສະພາໄດ້ຖືກເລືອກຕັ້ງມານັ້ນ.
ສະພາຕໍ່າຂອງອີຈິບໄດ້ເລິ່ມທໍາການປະຊຸມກັນຄືນໃໝ່ເປັນເວລາສັ້ນໆເມື່ອ ວັນອັງຄານວານນີ້ ໂດຍບໍ່ຍອມຟັງຄໍາສັ່ງຂອງຝ່າຍທະຫານແລະສານສູງສຸດຂອງປະເທດ.