ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍ່ສົ່ງແກັສລະເບີດ ທີ່ອີຈິບ


Majka sa detetom na prilazima sela Čongćin u Kini.
Majka sa detetom na prilazima sela Čongćin u Kini.

ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງອີຈິບກ່າວວ່າ ເຫດລະ
ເບີດຂະໜາດແຮງໄດ້ສ້າງຄວາມເສຍຫາຍໃຫ້ແກ່ທໍ່ສົ່ງແກັສ
ທຳມະຊາດໄປຍັງປະເທດຈໍແດັນ.

ໃນຂັ້ນຕົ້ນ ພວກເຈົ້າໜ້າທີ່ເວົ້າວ່າ ເຫດລະເບີດທີ່ວ່ານີ້ໄດ້
ເກີດຂຶ້ນກັບທໍ່ສົ່ງແກັສທີ່ແຍກໄປຍັງອິສຣາແອລແລະພວກ
ເຈົ້າໜ້າທີ່ ໄດ້ຖິ້ມໂທດ ໃສ່ພວກກໍ່ກວນຊາວຕ່າງປະເທດ
ກ່ຽວກັບການໂຈມຕີໃນຄັ້ງນີ້.

ແປວໄຟຂະໜາດໃຫຍ່ ໄດ້ລຸກໄໝ້ໃກ້ໆບ່ອນທີ່ເກີດເຫດ
ລະເບີດ ຊຶ່ງຕັ້ງຢູ່ໃນເຂດພາກເໜືອຂອງແຫຼມໄຊນາຍ.

ຍັງບໍ່ທັນມີການເປີດເຜີຍລາຍລະອຽດຫຍັງຫຼາຍ ກ່ຽວກັບເຫດລະເບີດ ໃນວັນເສົາມື້ນີ້.

XS
SM
MD
LG