ສານອີຈິບແຫ່ງນຶ່ງ ໄດ້ຕັດສິນລົງໂທດ ປະທານາທິບໍດີ
ທີ່ຖືກໄລ່ອອກຈາກຕຳ ແໜ່ງ ທ່ານ Hosni Mubarak
ໃຫ້ຕິດຄຸກສາມປີ ໃນຂໍ້ຫາຍັກຍອກເງິນຫຼວງ.
ອະດີດປະທານາທິບໍດີ Mubarak ໄດ້ເບິ່ງອອກມາຈາກ
ກົງຂັງ ໃນຂະນະທີ່ຜູ້ພິ ພາກສາ ໃນວັນພຸດມື້ນີ້ ຍັງໄດ້ຕັດ
ສິນລົງໂທດລູກຊາຍ ຂອງທ່ານອີກສອງຄົນ ໃຫ້ຕິດຄຸກສີ່
ປີ ໃນຄວາມຜິດດຽວກັນນີ້.
ທ່ານ Mubarak ໄດ້ຖືກຂັບໄລ່ອອກຈາກຕຳແໜ່ງໃນປີ
2011 ຍ້ອນການລຸກຮືຂື້ນທີ່ເປັນພາກສ່ວນນຶ່ງຂອງລະດູບານໃໝ່ອາຣັບ ທີ່ລຸກລາມໄປທົ່ວຕາເວັນອອກກາງ.
ນັບແຕ່ນັ້ນມາ ອີຈິບ ໄດ້ຈັດການເລືອກຕັ້ງແບບປະຊາທິປະໄຕ ແຕ່ພວກ ທະຫານ
ໄດ້ໂຄນລົ້ມປະທານາທິບໍດີຜູ້ທີ່ຖືກເລືອກຂຶ້ນມາ ທ່ານ Mohammed Morsi ເວລາ
ທີ່ທ່ານຊຸກຍູ້ ໃຫ້ມີການຮັບຮອງເອົາລັດຖະທຳມະນູນ ທີ່ຊາວອີຈິບ ຫລາຍຄົນເຫັນ
ວ່າ ເປັນການເອນອຽງໄປສູ່ແນວທາງການເມືອງອິສລາມນັ້ນ.
ໃນບໍ່ເທົ່າໃດວັນທີ່ຜ່ານມານີ້ ສານແຫ່ງນຶ່ງໄດ້ຫ້າມບໍ່ໃຫ້ບັນດາສະມາຊິກ ຂອງພັກ
ທ່ານ Mubarak ເຂົ້າຮ່ວມການເລືອກຕັ້ງໃນອະນາຄົດ.
ໃນວັນທີ 6 ເດືອນເມສາຜ່ານມານີ້ ຂະບວນການເຄື່ອນໄຫວເພື່ອປະຊາທິປະໄຕ ທີ່
ໄດ້ຊ່ວຍໂຄນລົ້ມທ່ານ Mubarak ໃນປີ 2011 ນັ້ນກໍໄດ້ຖືກຫ້າມເຊັ່ນດຽວກັນ.