ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອີຈິບເລີ້ມດຳເນີນຄະດີ ສະມາຊິກ ຈຸທີສອງຂອງ ກຸ່ມພະລາດອນພາບ ມຸ​ສ​ລິມ (ວີ​ດີ​ໂອ)


ແຜນທີ່ເມືອງ Minya, ອີຈິບ
ແຜນທີ່ເມືອງ Minya, ອີຈິບ
ສານ​ອີ​ຈິບ​ແຫ່ງ​ນຶ່ງ ​ໄດ້​ໄຂ​ການ​ດຳ​ເນີນ​ຄະດີ ພວກ​ສະມາຊິກ
​ຂອງ​ກຸ່ມ​ພະລາດອນ​ພາບ​ມຸສລິ​ມ ຈຳນວນ​ເກືອບ 700 ຄົນ
ຮວມທັງແກນນຳ​ຂອງ​ກຸ່ມ.

ການ​ດຳ​ເນີນ​ຄະດີ​ໃນ​ວັນ​ອັງ​ຄານ​ມື້​ນີ້ ທີ່​ເມືອງ Minya ມີ​ຂຶ້ນ​
ໃນ​ເວລາ​ນຶ່ງ​ມື້ຫຼັງ​ຈາກ​ສານ​ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ​
ພວກ​ສະມາຊິກ​ກຸ່ມ​ພະລາດອນພາບມຸສລິ​ມ 529 ຄົນ ​ໃນ​ຂໍ້
​ກ່າວ​ຫາ​ທີ່​ຮວມທັງ​ການ​ຄາດ​ຕະກຳ​ເຈົ້າ​ໜ້າ​ທີ່​ຕຳຫຼວດຄົນ​ນຶ່ງ
​ພ້ອມ​ທັງ​ການ​ໂຈມ​ຕີ​ປ້ອມ​ຕຳຫຼວດ​ແຫ່ງ​ນຶ່ງ ​ແລະ​ພຶດຕິ​ກຳ​ກໍ່​
ຄວາມ​ຮຸນແຮງ​ອື່ນໆ.

ການ​ດຳ​ເນີນ​ຄະດີ​ຄັ້ງ​ທຳ​ອິດ​ໄດ້​ໃຊ້​ເວລາ​ພຽງ​ແຕ່ 2 ມື້ ​ໂດຍ​
ໄດ້​ຮັບການຕຳ​ໜິ ຕິຕຽນ​ຈາກ​ນາໆ​ຊາດ ກ່ຽວ​ກັບ​ວ່າການ​
ດຳ​ເນີ​ນຂັ້ນ​ຕອນ​ດັ່ງກ່າວຍຸຕິ​ທຳ​ຫຼື​ບໍນັ້ນ.

ທ່ານ Saba Mahmoud ຮອງ​ສາດສະດາຈານ​ວິຊາ​ມະນຸດ​ສາດ ທີ່​ມະຫາວິ ທະ
ຍາ​ໄລ California ທີ່​ເມືອງ Berkeley ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ອັງຄານ​ມື້​ນີ້ ວ່າ ບໍ່​
ໄດ້ດຳ​ເນີນການ​ຢ່າງ​ຖືກຕ້ອງຕາມກະບວນການທາງກົດໝາຍຂອງ​ອີ​ຈິບ ​ແລະ​ເອີ້ນ​ການ​ຕັດສິນ​ລົງ​ໂທດ​ນີ້ວ່າ “​ເປັນຕາ​ໜ້າ​ຫົວຂວັນ.”

ທ່ານ​ນາງ Marie Harf ​ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​
ວ່າ ສະຫະລັດ​ໄດ້​ມີ “ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ” ​ແລະ​ “ຕື່ນ​ຕົກ​ໃຈ ຢ່າງ
ຫລວງ​ຫຼາຍ”
ຫຼັງ​ຈາກໄດ້ມີ​ການ​ຕັດສິນ​ຂອງ​ສານ​ ໃນ​ວັນ​ຈັນ​ວານ​ນີ້.
In Egypt, Another Day, Another Trial
please wait

No media source currently available

0:00 0:01:46 0:00
XS
SM
MD
LG