ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອິສຣາແອລ ຮັບເອົາ ຂໍ້ສະເໜີຢຸດຍິງ ກັບກຸ່ມຮາມັ​ສ ທີ່ໄກ່ເກ່ຍໂດຍອີຈິບ (ວີດີໂອ)


Egypt Calls On Israel, Hamas to Agree On Cease-fire
please wait

No media source currently available

0:00 0:03:08 0:00

ອິສຣາ​ແອ​ລ ​ໄດ້​ໃຫ້ການອະນຸມັດຕໍ່​ຂໍ້​ສະ​ເໜີ​ຢຸດ​ຍິງ​ຂອງອີ​ຈິບກັບ
​ກຸ່ມຫົວຮຸນ ແຮງ Hamas ໃນແຫລມ Gaza ​ແຕ່​ການ​ຍິງລູກ​ຈະ
ຫຼວດໂຈມຕີ ຈາກດິນ​ແດນທີ່ກຸ່ມ Hamas ຄວບ​ຄຸມ​ຢູ່​ນັ້ນ ຍັງດຳ
ເນີນຢູ່ຕໍ່ມາ.

ກອງທັບອິສຣາ​ແອ​ລກ່າວ​ວ່າ ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ Iron
Dome ຂອງ ຕົນ ​ໄດ້ຍິງສະກັດກັ້ນຈະຫຼວດຢູ່​ເທິງສາມ​ເມືອງ ​
ໃນ​ວັນ​ອັງຄານ​ມື້​ນີ້ ຫລັງ​ຈາກ ຄະນະ​ລັດຖະບານຮັກສາ​ຄວາມ​
ປອດ​ໄພຂອງ ນາຍົກລັດ​ຖະມົນຕີ Benjamin Netanyahu ​ໄດ້​
ລົງມະຕິ​ ໃຫ້ການອະນຸມັດ ຕໍ່ການ​ຢຸດ​ຍິງ.

ທ່ານ Netanyahu ​ໄດ້​ໃຫ້​ສັນຍານ​ວ່າ ອິສຣາ​ແອ​ລ ພ້ອມແລ້ວ​ທີ່ຈະຂະຫຍາຍການປະຕິ
ບັດງານເປັນ​ເວລາ​ນຶ່ງ​ອາທິດ​ຂອງຕົນ ​ຕໍ່ກຸ່ມ Hamas ຖ້າ​ຫາກ​ພວກ​ຫົວຮຸນແຮງ ປະຕິ​ເສດ
ບໍ່ຮັບເອົາ​ຂໍ້ສະ​ເໜີ ​ແລະ​ທ່ານ​ຫວັງ​ວ່າຈະໄດ້​ຮັບ​ການ​ສະ ໜັບສະໜູນ​ຈາກປະຊາ​ຄົມນາໆ
​ຊາດ.

ທ່ານ Natanyahu ກ່າວ​ວ່າ “ຖ້າກຸ່ມ Hamas ປະຕິ​ເສດຕໍ່​ຂໍ້​ສະ​ເໜີ​ຂອງອີ​ຈິບ ​ແລະ​ການ
ຍິງຈະຫຼວດຈາກເຂດ Gaza ຍັງ​ບໍ່​ຢຸດ​ເຊົາ ​ແລະ​ນັ້ນ​ປະກົດ​ວ່າ​ແມ່ນ ເປັນ​ກໍລະນີ​ໃນ​ຂະນະ​
ນີ້ ພວກ​ເຮົາ​ຕຽມ​ພ້ອມ​ແລ້ວ​ທີ່​ຈະສືບຕໍ່ ແລະເພີ້ມການ​ປະ ຕິບັດ​ງານ​ ເພື່ອ​ປົກ​ປ້ອງປະຊາ
ຊົນ​ຂອງ​ພວກ​ເຮົາ.”

ບັນ​ດາ​ເຈົ້າ​ໜ້າ​ທີ່ກຸ່ມ Hamas ຈໍານວນ​ນຶ່ງ ​ໄດ້ໃຫ້ສັນ​ຍານ ໃນ​ວັນ​ອັງຄານ​ມື້​ນີ້ ວ່າ ​ກຸ່ມ​ຂອງ​
ຕົນ​ຍັງ​ບໍ່​ທັນ​ໄດ້​ຕັດສິນ​ໃຈ ​ແຕ່​ກຳລັງ​ປະກອບ​ອາວຸດ​ ​ໄດ້​ປະຕິ​ເສດ​ຕໍ່ແຜນການ​ຂອງ ອີ​ຈິບ ​ໂດຍ​ກ່າວ​ວ່າ ມັນ​ຈະ​ເທົ່າກັບເປັນການ “ຍອມ​ແພ້.”

ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ຍິນ​ດີ​ກັບ​ການ​ຕັດສິນ​ໃຈ​ຂອງ
ອິສຣາ​ແອລ ທີ່​ຮັບ​ເອົາການຢຸດຍິງ ​ແລະ​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ປະຕິບັດ​ ເຊັ່ນ​ດຽວ​ກັນ.

ຂໍ້​ສະ​ເໜີດັ່ງກ່າວ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ຊົ່ວ​ຄາວ ທີ່​ຈະ​ເລີ້ມມີຜົນ​ໃນ​ວັນ​ອັງຄານ​ມື້​ນີ້
ຕິດ​ຕາມມາ​ດ້ວຍ​ການ​ເປີດ​ຊາຍ​ແດນ​ຕໍ່ເຂດ Gaza ​ແລະ​ການ​ເຈ ລະຈາ​ລະຫວ່າງ​ສອງ​
ຝ່າຍ ຢູ່​ນະຄອນ​ໄຄ​ໂຣ ​ພາຍ​ໃນ​ເວລາສອງ​ວັນ.

ISRAEL PALESTINIANS CNPK 1ST UPD
please wait

No media source currently available

0:00 0:03:17 0:00

XS
SM
MD
LG