ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

1 ຄົນເສຍຊີວິດ ໃນການປະທະກັນ ຄັ້ງໃໝ່ ຢູ່ອີຈິບ


ທະຫານອີຈິບຢືນຍາມຢູ່ໃນຮົ້ວໜາມໝາກຈັບທີ່ຕຶກໂຮງການຄະນະລັດຖະບານໃກ້ໆຈະຕຸລັດ Tahrir (26 ພະຈິກ 2011)
ທະຫານອີຈິບຢືນຍາມຢູ່ໃນຮົ້ວໜາມໝາກຈັບທີ່ຕຶກໂຮງການຄະນະລັດຖະບານໃກ້ໆຈະຕຸລັດ Tahrir (26 ພະຈິກ 2011)

ພວກປະທ້ວງທີ່ຈະຕຸລັດ Tahrir ທຳການຕໍ່ສູ້ກັບກຳລັງຮັກສາຄວາມສະຫງົບຂອງອີຈິບອີກ ຊຶ່ງຍັງຜົນໃຫ້ມີການເສຍຊີວິດເກີດຂຶ້ນ.

ການປະທະກັນເທື່ອລ່າສຸດລະເບີດຂຶ້ນໃນຕອນເຊົ້າຂອງວັນເສົາມື້ນີ້ ຂະນະທີ່ພວກປະທ້ວງ
ຊາວອີຈິບທີ່ບໍ່ພໍໃຈ ພາກັນຮ້ອງຄຳຂວັນຕໍ່ຕ້ານ ແລະແກວ່ງກ້ອນຫີນ ເຂົ້າໃສ່ກຳລັງຮັກສາ
ຄວາມສະຫງົບ. ຕຳຫຼວດປາບຈະລາຈົນໄດ້ຕອບໂຕ້ດ້ວຍການຍິງລະເບີດນໍ້າຕາເຂົ້າໃສ່ແລະ
ຂັບໄລ່ຝູງຊົນໃຫ້ແຕກພ່າຍໜີ.

ມີຜູ້ເສຍຊີວິດຢ່າງນ້ອຍນຶ່ງຄົນເວລາພວກປະທ້ວງທີ່ແຍກໂຕອອກຈາກກຸ່ມປະທ້ວງໃຫຍ່ໄດ້
ປະທະກັບຕຳຫຼວດຢູ່ນອກຕຶກໂຮງການຄະນະລັດຖະບານ.

ເຈົ້າໜ້າທີ່ເວົ້າວ່າ ນອກນັ້ນຍັງມີຜູ້ໄດ້ຮັບບາດເຈັບອີກ 3 ຄົນໃນການປະທະກັນເທື່ອລ່າສຸດ ຊຶ່ງມີຂຶ້ນລຸນຫຼັງຄໍ່າຄືນໃນການກໍ່ຄວາມຮຸນແຮງ ທີ່ເມືອງອາເລັກຊານເດຍ ຊຶ່ງເປັນຫົວເມືອງ
ແຄມທະເລຂອງອີຈິບນັ້ນ.

ຄວັນຂອງລະເບີດນໍ້າຕາ ໄດ້ເຮັດໃຫ້ຖະໜົນຫົນທາງໃນນະຄອນອາເລັກຊານເດຣຍມືດມົນ
ຂະນະທີ່ພວກປະທ້ວງຫຼາຍພັນຄົນ ປະທະກັນ ກຳກັບກຳລັງຮັກສາຄວາມສະຫງົບ. ພວກ
ປະທ້ວງຫຼາຍໆຄົນ ໄດ້ພາກັນແກວ່ກ້ອນຫີນເຂົ້າໃສ່ຕຳຫຼວດປາບຈະລາຈົນ ທີ່ຍາມຮັກສາ
ການຢູ່ຕຶກສຳນັກງານຮັກສາຄວາມສະຫງົບກ່ອນຈະຖືກຕຳຫຼວດໃນລົດຫຸ້ມເກາະຂັບໄລ່ໃຫ້
ແຕກໜີໄປ.

ຂະນະດຽວກັນທີ່ນະຄອນຫຼວງໄຄໂຣ ພວກເດີນຂະບວນຈຳນວນຫຼາຍພັນຄົນໄດ້ພາກັນ
ລົງສູ່ຖະໜົນຫົນທາງຮຽກຮ້ອງໃຫ້ສະໜັບສະໜຸນຕຳຫຼວດແລະທະຫານ.

ການໂຮມຊຸມນຸມໃນຕອນເດິກນີ້ ໄດ້ມີຂຶ້ນລຸນຫຼັງການປະທ້ວງຄັ້ງໃຫຍ່ຊຶ່ງມີຂຶ້ນທີ່ນະຄອນ ຫຼວງອີຈິບກ່ອນໜ້ານັ້ນໃນມື້ວານນີ້ເວລາພວກປະທ້ວງຫຼາຍສິບພັນຄົນໄດ້ໄປໂຮມຊຸມນຸມ
ກັນທີ່ຈະຕຸລັດ Tahrir ຮຽກຮ້ອງໃຫ້ສິ້ນສຸດການປົກຄອງຂອງພວກທະຫານ.

ນອກນັ້ນແລ້ວ ພວກປະທ້ວງຈຳນວນຫຼວງຫຼາຍ ຍັງໄດ້ຕຳໜິຕິຕຽນການແຕ່ງຕັ້ງຂອງສະ
ພາປົກຄອງທະຫານໃຫ້ເຈົ້າໜ້າທີ່ໆເຄີຍຮັບໃຊ້ພາຍໃຕ້ລັດຖະບານຂອງ ອະດີດປະທານາ
ທິບໍດີ Hosni Mubarak ໃຫ້ເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດ.

ທ່ານ Kama el-Ganzouri ກ່າວໃນມື້ວັນສຸກວານນີ້ວ່າ ທ່ານບໍ່ສາມາດຈັດຕັ້ງລັດຖະ
ບານຊຸດໃໝ່ຂຶ້ນໄດ້ ກ່ອນການເລືອກຕັ້ງ ໃນມື້ວັນຈັນຈະມາ. ການປ່ອນບັດທີ່ວ່ານີ້ແມ່ນ ເປັນການປ່ອນບັດເທື່ອທຳອິດ ນັບແຕ່ທ່ານ Mubarak ໄດ້ຖືກບັງຄັບໃຫ້ລາອອກຈາກ
ຕຳແໜ່ງ.

XS
SM
MD
LG