ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບອີຈິບ ຂໍຂະມາໂທດ ກ່ຽວກັບ ການເສຍຊີວິດ ຂອງພວກປະທ້ວງ (ເບິ່ງສະໄລດ໌)


ທະຫານອີຈິບ ນຳເອົາທ່ອນເຫຼັກແລະໜາມໝາກຈັບ ມາກັ້ນລະຫວ່າງພວກປະທ້ວງແລະກຳລັງຮັກສາຄວາມສະ ຫງົບ (24 ພະຈິກ 2011)
ທະຫານອີຈິບ ນຳເອົາທ່ອນເຫຼັກແລະໜາມໝາກຈັບ ມາກັ້ນລະຫວ່າງພວກປະທ້ວງແລະກຳລັງຮັກສາຄວາມສະ ຫງົບ (24 ພະຈິກ 2011)

ກອງທັບອີຈິບໄດ້ຂໍຂະມາໂທດກ່ຽວກັບການເສຍຊີວິດຂອງພວກປະທ້ວງຢ່າງນ້ອຍ 35 ຄົນ
ໃນການປະທະກັນຫຼາຍໆຄັ້ງກັບຕຳຫຼວດໃນອາທິດນີ້.

ຖະ​ແຫລ​ງການຂໍຂະມາໂທດ​ໄດ້ມີຂຶ້ນໃນຂະນະທີ່ການຢຸດປະທະກັນຊົ່ວຄາວທີ່ສາມາດແຕກ
ຫັກລົງ​ໄດ້​ທຸກ​ນາທີ ໃນບໍລິເວນຈະຕຸລັດ Tahrir ຍັງໄດ້ຮັບການເຄົາລົບຢູ່ຕໍ່ມາ ຊຶ່ງເຂດດັ່ງ
ກ່າວນີ້ແມ່ນ​ເປັນຈຸດເດືອດ ໃນການປະທະກັນຢ່າງຮຸນແຮງລະຫວ່າງຕຳຫຼວດແລະພວກປະ
ທ້ວງທີ່ຮຽກຮ້ອງ ​ໃຫ້ທະຫານທີ່ປົກຄອງປະເທດຢູ່ໃນເວລານີ້ລາອອກໃນທັນທີ.

ພວກທະຫານໄດ້ໃຊ້ທ່ອນເຫຼັກ ແລະໜາມໝາກຈັບ ແຍກພວກປະທ້ວງແລະຕຳຫຼວດອອກ
ຈາກກັນໃນຖະໜົນສາຍນຶ່ງ ທີ່ໄດ້ເກີດການປະທະກັນຢ່າງດຸ​ເດືອດ. ຂະນະດຽວກັນຖະແຫຼງ ການຂອງພວກຜູ້ນຳທະຫານທີ່ປົກຄອງປະເທດໃຫ້ຄຳໝັ້ນສັນຍາວ່າ ຈະນໍາເອົາໂຕພວກທີ່
ຮັບຜິດຊອບໃນການເສຍຊີວິດເຫຼົ່ານີ້ ມາລົງໂທດໃຫ້ໄດ້.

ການປະທະກັນເທື່ອລ່າສຸດ ເກີດຂຶ້ນໃນຕອນເຊົ້າຂອງວັນພະຫັດມື້ນີ້ ຢູ່ທາງກໍ້າຕາເວັນອອກ
ຂອງກຸງໄຄໂຣທີ່ເມືອງ Ismailia ຊຶ່ງຕັ້ງຢູ່ຕາມແຄມຄອງຊູເອສ. ພວກປະທ້ວງບາງຄົນໄດ້
ແກວ່ງລະເບີດໄຟເຂົ້າໃສ່ທະຫານ ທີ່ເຄື່ອນກຳລັງໄປຕາມຫົນທາງສາຍຕ່າງໆ ດ້ວຍລົດຫຸ້ມ
ເກາະແລະລົດຖັງ ທ່າມກາງສຽງປືນທີ່ດັງຂຶ້ນຢ່າງບໍ່ຂາດໄລຍະນັ້ນ.

ພວກປະທ້ວງບາງຄົນໄດ້ກ່າວຫາທະຫານວ່າ ໄດ້ໃຊ້ຄວາມຮຸນແຮງຕື່ມຂຶ້ນໂດຍທີ່ບໍ່ມີການ
ທ້າທາຍໃດໆທັງໝົດ.

ທີ່ຫົວເມືອງແຄມທະເລ Alexandria ໃນຕອນແລງຂອງມື້ວັນພຸດວານນີ້ ພວກປະທ້ວງໄດ້
ພາກັນວາງເຄື່ອງກີດຂວາງແລະແກວ່ງກ້ອນຫີນເຂົ້າໃສ່ຕຳຫຼວດ ແລະອີກຈຳນວນນຶ່ງໄດ້ພາ
ກັນຈັບມືຕິດຕໍ່ກັນຢູ່ຕໍ່ໜ້າຕຶກໂຮງການຂອງພວກທະຫານແລະຮ້ອງຄຳຂວັນວ່າ “ອິດສະຫຼະ
ພາບ”.

ໃນມື້ວານນີ້ ຂ້າຫຼວງໃຫຍ່ໃນດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ ທ່ານນາງ
Navi Pillay ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ອີຈິບຢຸດເຊົາໃນອັນທີ່ທ່ານນາງເອີ້ນວ່າ ການໃຊ້ກຳ
ລັງເກີນຂອບເຂດຢ່າງຈະແຈ້ງຕໍ່ພວກປະທ້ວງແລະເອີ້ນຮູບພາບກ່ຽວກັບການທຸບຕີຢ່າງໂຫດ
ຮ້າຍຕໍ່ພວກປະທ້ວງນັ້ນວ່າ ເຮັດໃຫ້ຕົກໃຈເປັນທີ່ສຸດ.


View El-tahrir Square in a larger map

XS
SM
MD
LG