ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອີຈິບຮຽກຮ້ອງໃຫ້ມີ ການໂຮມຊຸມນຸມ ທົ່ວປະເທດ ໃນວັນອາທິດມື້ນີ້ (ເບິ່ງວີດິໂອ)


A foreign activist tries to escape from a jeep after he was detained by Israeli border policemen on suspicion of attacking an officer during minor clashes at a rally marking Land Day in the West Bank village of al-Tuwani, south of Hebron.
A foreign activist tries to escape from a jeep after he was detained by Israeli border policemen on suspicion of attacking an officer during minor clashes at a rally marking Land Day in the West Bank village of al-Tuwani, south of Hebron.

ພວກ​ນັກ​ເຄື່ອນ​ໄຫວ​ຊາວ​ອີ​ຈິບ ​ໄດ້ຮຽກຮ້ອງ​ໃຫ້​ມີ​ການ​ໂຮ​ມຊຸມນຸມ​ກັນ​ຢູ່​ທົ່ວ​ປະ​ເທດ ​ໃນ​
ວັນອາທິດມື້ນີ້ ຊຶ່ງ​ເປັນ​ເວລານຶ່ງມື້ ກ່ອນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ ທີ່​ໄດ້​ຖືກບົດ​ບັງ
​ໂດ​ຍຄວາມວຸ້ນວາຍ​ທາງ​ການ​ເມືອງ ​ແລະໄພ​ຂົ່ມຂູ່​ທີ່​ມີ​ຢູ່​ຕໍ່​ມາຂອງ​ການກໍ່ຄວາມຮຸນແຮງ
ຢ່າງ​ຕໍ່​ເນື່ອງນັ້ນ.

ບັນດາກຸ່ມ​ຊາວໜຸ່ມຫົວປະຕິວັດຈໍານວນ​ນຶ່ງ​ ທີ່​ນໍາພາ​ການ​ປະ​ທ້ວງ​ນັ້ນ ​ໄດ້ຮຽກຮ້ອງ​ໃຫ້​
ມີ​ການຈັດຕັ້ງລັດຖະບານຮັກສາ​ການ​ຊົ່ວຄາວ​ຂອງ​ພົນລະ​ເຮືອນ​ຂຶ້ນ ທີ່​ນໍາພາ​ໂດຍ​ ທ່ານ
ໂມ​ຫາ​ເມດ ​ແອ​ລບາຣາເດ (Mohamed Elbaradei) ຜູ້​ນໍາ​ຝ່າຍ​ຄ້ານທີ່ໄດ້ຮັບລາງວັນໂນ​
ແບ​ລຂະ​ແໜງສັນຕິພາບ​ນັ້ນ ​ແລະ​ໃຫ້​ມີ​ຜູ້ຮອງຂອງ​ທ່ານ​ທີ່​ມາ​ຈາກທຸກ​ພັກ​ຝ່າຍ​ການ​ເມືອງ.
ລັດຖະບານ​ພົນລະ​ເຮືອນທີ່​ຖືກ​ສະ​ເໜີ​ໃຫ້​ມີນັ້ນ ຈະ​ໄປ​ແທນ​ທີ່ສະພາ​ປົກຄອງ​ຂອງ​ທະຫານ ​
ໃນ​ການ​ຊີ້​ນໍາ​ການ​ຫັນປ່ຽນ​ໄປ​ສູ່​ປະຊາທິປະ​ໄຕ​ຂອງ​ອີ​ຈິ​ບ.

ສ່ວນ​ທ່ານ ແອ​ລບາຣາເດ ນັ້ນ ໄດ້ກ່າວໃນ​ວັນ​ເສົາ​ວານ​ນີ້ວ່າ ທ່ານ​ຈະ​ຖອນການ​ສະມັກ
ເປັນ​ປະທານາທິບໍດີ​ອີຈິ​ບ ຖ້າ​ຫາກ​ທ່ານ​ໄດ້​ຖືກຂໍຮ້ອງ​ຢ່າງ​ເປັນ​ທາງ​ການ​ ໃຫ້ນໍາພາລັດ
ຖະບານແບບທີ່ສະ​ເໜີຂຶ້ນມາ​ນັ້ນ.

ທາງ​ດ້ານ​ສະພາ​ສູງ​ສຸດ​ຂອງ​ກອງທັບ ​ກໍໄດ້ມີ​ການສົນທະນາກັນກັບ​ທ່ານ ແອ​ລ ບາຣາເດ
ແລະ​ຜູ້​ທີ່​ຫວັງ​ຢາກເປັນ​ປະທານາທິບໍດີ​ອີກ​ທ່ານ​ນຶ່ງ ຄື ອະດີດ​ຫົວໜ້າສັນນິບາດ​ຊດອາ
ຫຣັບ ທ່ານອາມ ມອດ​ຊາ (Amr Mossa). ທັງ​ສອງ​ທ່ານໄດ້​ກ່າວແຕ່​ພຽງ​ວ່າ ພວກທ່ານ
ໄດ້ສົນທະນາ​ຫາລື​ກັນກ່ຽວ​ກັບ​ວ່າ ເຮັດ​ແນວ​ໃດ​ຈະ​ຍຸດ​ຕິ​ວິ​ກິດ​ການ​ໃນ​ປັດຈຸ​ບັນ ​ໃຫ້​ສິ້ນ
ສຸດ​ລົງ​ໄດ້.

ການ​ປະຊຸມ​ກັນ​ນີ້​ໄດ້​ມີຂຶ້ນ ​ທ່າມກາງການໂຮມຊຸມນຸມກັນຢ່າງໜາ​ແໜ້ນທີ່ຈະຕຸລັດ Tahrir ໃນກຸງໄຄໂຣຂອງຊາວອີຈີບ ເກືອບຮອດ 10 ພັນ​ຄົນ ທີ່ສືບຕໍ່ທໍາການ​ປະ​ທ້ວງ​ຕໍ່ພວກຜູ້​ນໍາ
ທະ​ຫານທີ່ປົກຄອງປະ​ເທດຊົ່ວຄາວນັ້ນ ແລະ​ການແຕ່ງຕັ້ງນາຍົກ​ລັດຖະມົນຕີຮັກສາ​ການ
ທ່ານ ຄາ​ມາ​ລ ​ແອ​ລ-ການ​ຊູຣີ (Kamal el-Ganzouri) ຊຶ່ງພວກ​ປະ​ທ້ວງ​ຖື​ວ່າ​ເປັນ​ການ
ສືບ​ຕໍ່ ລະບອບ​ປົກຄອງ​ອັນ​ເກົ່າ​ອອກໄປ​ອີກ.

ກໍາລັງຮັກສາຄວາມ​ສະ​ງົບ ​ໄດ້ຍິງ​ລະ​ເບີດ​ນໍ້າຕາ​ໃສ່​ພວກເດີນ​ຂະ​ບວນປະ​ທ້ວງ​ ທີ່​ແກວ່ງ​
ກ້ອນ​ຫີນ​ໃສ່​ພວກ​ເຂົາ​ເຈົ້າ.

ທາງ​ດ້ານ ທ່ານ​ນາງ Catherine Ashton ຫົວໜ້າຝ່າຍນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ສະ
ຫະພາບ​ຢູ​ໂຣບ ​ກໍໄດ້​ປະນາມ​ການ​ໃຊ້​ຄວາມຮຸນ​ແຮງ​ໃນ​ວັນ​ເສົາວານ​ນີ້ ​ແລະ​ໄດ້​ຊຸກຍູ້​ໃຫ້​
ອີ​ຈິບ ຮັກສາການ​ປົກຄອງ​ດ້ວຍ​ໂຕ​ບົດກົດໝາຍ​ໄວ້.

ເບິ່ງວີດິໂອລາຍງານຂ່າວກ່ຽວຂ້ອງກັນເປັນພາສາອັງກິດ

XS
SM
MD
LG