ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ່ມີຫຼັກຖານວ່າ ເກີດການກໍ່ການຮ້າຍ ເຮັດໃຫ້ ເຮືອບິນ ໂດຍສານຂອງ ຣັດເຊຍຕົກ


ຊິ້ນສ່ວນທາງຫາງຂອງເຮືອບິນໂດຍສານ Metrojet ທີ່ໄດ້ຕົກລົງ ໃນເຂດເມືອງ Hassana ຂອງອີຈິບ ເມື່ອວັນເສົາ ທີ 31 ຕຸລາ 2015.
ຊິ້ນສ່ວນທາງຫາງຂອງເຮືອບິນໂດຍສານ Metrojet ທີ່ໄດ້ຕົກລົງ ໃນເຂດເມືອງ Hassana ຂອງອີຈິບ ເມື່ອວັນເສົາ ທີ 31 ຕຸລາ 2015.

ປະເທດອີຈິບ ໄດ້ເປີດເຜີຍບົດລາຍງານຂັ້ນຕົ້ນສະບັບນຶ່ງ ໃນ
ວັນຈັນມື້ນີ້ ໂດຍກ່າວວ່າ ການສືບສວນສອບສວນຂອງຕົນ ໄດ້
ພົບເຫັນວ່າ ບໍ່ມີຫຼັກຖານຂອງການກໍ່ການຮ້າຍ ໃນເຫດການ
ເຮືອບິນໂດຍສານ ຂອງຣັດເຊຍຕົກລົງ ໃນແຫຼມຊາຍນາຍ ຂອງ
ອີຈິບເມື່ອວັນທີ 31 ຕຸລາ ທີ່ໄດ້ເຮັດໃຫ້ມີ 224 ຄົນ ເສຍຊີວິດນັ້ນ.

ຖະແຫລງການຈາກກະຊວງການບິນພົນລະເຮືອນ ໄດ້ກ່າວວ່າ
ການສອບສວນຫາສາເຫດທີ່ເຮັດໃຫ້ຍົນຕົກ ແມ່ນຍັງມີຢູ່ຕໍ່ໄປ
ແຕ່ມາເຖິງເວລານີ້ ບໍ່ມີຫຍັງເລີຍ ທີ່ບົ່ງບອກວ່າ ເປັນການກໍ່ການ
ຮ້າຍ ຫຼື ເປັນການກະທຳທີ່ຜິດກົດໝາຍອື່ນໆ.

ບັນດາປະເທດຕາເວັນຕົກ ແລະ ຣັດເຊຍ ລວມທັງສະຫະລັດ ໄດ້ກ່າວວ່າ ມີອຸປະກອນ
ວັດຖຸລະເບີດ ຖືກລອບວາງໄວ້ເທີງເຮືອບິນ Airbus ທີ່ໄດ້ເຮັດໃຫ້ເຮືອບິນຕົກ. ກຸ່ມລັດ
ອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ແລະ ໄດ້ເຜີຍແຜ່ພາບຕ່າງໆ ຂອງອັນທີ່ຕົນ
ກ່າວວ່າ ເປັນລະເບີດນັ້ນ.

ຖ້ຽວບິນຂອງສາຍການບິນ Metrojet ໄດ້ບິນອອກຈາກ ຣີສອດ Sharm al-Sheiks
ສະຖານທີ່ພັກພ່ອນທີ່ນິຍົມຊົມຊອບ ແລະເຫດການຍົນຕົກ ໄດ້ສົ່ງຜົນກະທົບ ຕໍ່ການ
ທ່ອງທ່ຽວ ກັບທັງຣັດເຊຍ ແລະ ອັງກິດ ດ້ວຍການສັ່ງໃຫ້ໂຈະຖ້ຽວບິນທັງໝົດ ໄປຍັງອີຈິບ.

ກຸ່ມລັດອິສລາມ ໄດ້ກ່າວວ່າ ຕົນໄດ້ເຮັດໃຫ້ຖ້ຽວບິນດັ່ງກ່າວຕົກ ເພື່ອເປັນການຕອບໂຕ້
ສຳລັບພາລະກິດການໂຈມຕີ ທາງອາກາດຂອງຣັດເຊຍ ໃນຊີເຣຍ ຊຶ່ງໄດ້ເລີ້ມຕົ້ນຂຶ້ນ
ເມື່ອທ້າຍເດືອນກັນຍາ. ຣັດເຊຍ ໄດ້ຖືກຕຳນິຕິຕຽນ ຈາກບັນດາລັດຖະບານຂອງປະເທດ
ຕາເວັນຕົກ ທີ່ກ່າວວ່າ ຣັດເຊຍປະຕິບັດການໂຈມຕີທາງອາກາດ ເພື່ອສະໜັບສະໜູນ
ປະທານາທິບໍດີ ຊີເຣຍ Bashar al-Assad ແລະ ບໍ່ແມ່ນເປັນການຕໍ່ສູ້ຕ້ານກຸ່ມຫົວຮຸນແຮງ.
ທຳນຽບຫ້າແຈ ໄດ້ເນັ້ນຢ້ຳວ່າ ຫຼັງຈາກເຫດການເຮືອບິນຕົກ ເປົ້າໝາຍຕ່າງໆ ຂອງຣັດເຊຍ ແມ່ນປາກົດວ່າ ໄດ້ເພັ່ງເລັງໃສ່ກຸ່ມລັດອິສລາມຫຼາຍຂຶ້ນ.

Egypt Russia Plane Crash
please wait

No media source currently available

0:00 0:00:50 0:00

XS
SM
MD
LG