ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບເລີ່ມ ດໍາເນີນຄະດີ ປະທານາທິບໍດີ ມູບາຣັກ ຄືນອີກ ທີ່ກຸງໄຄໂຣ


ຕໍາຫລວດປາບການຈະລາຈົນຢືນຄຽງຂ້າງທຸງຊາດອີຈິບ ຂະນະທີ່ສານເປີດການດໍາເນີນຄະດີອະດີດປະທານາ ທິບໍດີ ມູບາຣັກ ຄືນອີກ ໃນກຸງໄຄໂຣ.
ວັນທີ 28 ທັນວາ 2011
ຕໍາຫລວດປາບການຈະລາຈົນຢືນຄຽງຂ້າງທຸງຊາດອີຈິບ ຂະນະທີ່ສານເປີດການດໍາເນີນຄະດີອະດີດປະທານາ ທິບໍດີ ມູບາຣັກ ຄືນອີກ ໃນກຸງໄຄໂຣ. ວັນທີ 28 ທັນວາ 2011

ອີ​ຈິບ​ຟື້ນ​ການ​ດໍາ​ເນີນ​ຄະດີອະດີດ​ປະທານາທິບໍດີ ​ໂຮ​ສນີ ມູບາຣັກທີ່ໄດ້​ຖືກ​ໂຄ່ນ​ລົ້ມ​ໄປ ຫລັງ​ຈາກ​ຢຸດ​ພັກ​ມາ​ເປັນ​ເວລາ 3 ​ເດືອນ.

ໂທລະພາບ​ແຫ່ງ​ຊາດ​ສະ​ແດງ​ຮູບ​ພາບ​ທ່ານ​ມູບາຣັກ ​ເວລາໄປ​ຮອດ​ສານ​ໃນ​ກຸງ​ໄຄ​ໂຣ ນໍາ​ລົດ​ໂຮງໝໍ ​ແລະ​ໄດ້​ຂີ່​ລໍ້​ລ່ຽນ​ເຂົ້າ​ໄປ​ໃນ​ສານ​ໄປ​ຫາ​ຕຽງ​ນອນ​ໂຮງໝໍ​ທີ່​ຈັດ​ໄວ້ ​ເຊ່ນ​ດຽວ​ກັນ​ກັບ​ທີ່​ໄດ້​ຈັດ​ໄວ້​ສໍາລັບ​ທ່ານມູບາຣັກ ​ໄວ 83 ປີຄື​ກັນ​ກັບ​ການ​ດໍາ​ເນີນ​ຄະດີ​ມາ​ເທື່ອ​ກ່ອນ​ນັ້ນ.

ການ​ດໍາ​ເນີນ​ຄະດີ​ໄດ້​ຖືກ​ໂຈະ ​ໃນ​ຂະນະ​ທີ່​ສານ​ອີກ​ແຫ່ງ​ນຶ່ງ​ພິຈາລະນາ​ຄໍາ​ຂໍ​ຮ້ອງ​ໃຫ້​ມີ​ພວກ​ພິພາກສາ​ຈຸ​ໃໝ່​ເພື່ອ​ດໍາ​ເນີນ​ຄະດີ​ທ່ານຕໍ່​ໄປ ​ແຕ່​ຄໍາ​ຂໍ​ຮ້ອງ​ດັ່ງກ່າວ​ໄດ້​ຖືກ​ປະຕິ​ເສດ​ໄປ.

ທ່ານ​ມູບາຣັກ ​ໄດ້​ຖືກ​ກ່າວ​ຫາ​ຖານ​ມີ​ສ່ວນ​ພົວພັນ​ໃນ​ການ​ຄາດ​ຕະກໍາ​ພວກປະ​ທ້ວງ​ຈໍານວນ​ຫລາຍ​ກວ່າ 800 ຄົນ​ໃນ​ລະຫວ່າງ​ການ​ລຸກ​ຮື​ຂຶ້ນຕໍ່ຕ້ານ​ລັດຖະບານທີ່​ໄດ້​ບັງຄັບ​ໃຫ້​ທ່ານ​ຕ້ອງ​ລາ​ອອກ​ຈາກ​ຕໍາ​ແໜ່​ງ​ໄປໃນ​ເດືອນ​ກຸມພາ​ຜ່ານ​ມາ.

ຄູ່​ຈໍາ​ເລີຍ​ຂອງ​ທ່ານ​ກໍ​ມີ​ຮວມທັງ​ລູກ​ຊາຍ​ທ່ານ 2 ຄົນ ອະດີດ​ລັດຖະ ມົນຕີ​ກະຊວງ​ພາຍ​ໃນ​ຂອງ​ທ່ານ ​ແລະ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ຂັ້ນ​ສູງ​ຕື່ມ​ອີກ 6 ຄົນ.

XS
SM
MD
LG