ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານມູບາຣັກ ຖືກຈັບກຸມ ແລະສອບປາກຄໍາ


ອະດີດປະທານາທິບໍດີ Hosni Mubarak ແຫ່ງເອຈິບ
ວັນທີ 13 ເມສາ 2011
ອະດີດປະທານາທິບໍດີ Hosni Mubarak ແຫ່ງເອຈິບ ວັນທີ 13 ເມສາ 2011

ອະດີດ​ປະທານາທິບໍດີ ​ໂຮ​ສນີ ມູບາຣັກ​ແລະ​ລູກ​ຊາຍ​ຂອງ
ທ່ານ 2 ຄົນພວມ​ຖືກ​ກັກ​ຂັງ​ເປັນ​ເວລາ 15 ມື້​ ອັນ​ເປັນ​
ພາກສ່ວນ​ນຶ່ງ​ໃນ​ການ​ສືບສວນສອບ​ສວນ​ໃນ​ຂໍ້​ຫາ​ຖານ​
ທໍາ​ການ​ສໍ້​ລາດ​ບັງ​ຫລວງ​ແລະ​ໃຊ້​ອໍາ​ນາດເກີນ​ຂອບ​ເຂດ
ນັ້ນ.

ພວກ​ໄອ​ຍະ​ການ​ປະກາດ​ເລື້ອງ​ນີ້​ໃຫ້​ຊາບ​ໃນ​ວັນ​ພຸດ​ວານ​ນີ້
1 ມື້​ຫລັງຈາກ​ທ່ານ​ມູບາຣັກ​ເຂົ້າ​ໂຮງໝໍ​ຍ້ອນ​ມີບັນຫາ​ຫົວ
ໃຈ​ໃນ​ຂະນະ​ທີ່​ຜູ້​ກຽວພວມຖືກ​ສອບ​ປາກ​ຄໍາ​ໂດຍ​ພວກ​ເຈົ້າ
ໜ້າ​ທີ່​ກ່ຽວຂ້ອງ​ຢູ່​ທີ່​ເມືອງ Sharm el-Sheikh ສະຖານ
ທີ່​ຕາກ​ອາກາດ​ແຄມ​ທະ​ເລ​ແດງ​ນັ້ນ.

ພວກ​ລູກ​ຊາຍ​ສອງ​ຄົນ​ຂອງ​ທ່ານ​ມູບາຣັກ ຄື​ທ້າວ Alaa ​ແລະ​ທ້າ​ວ Gamal ຖືກ​ນໍາ​ໄປ​ຂັງ​ໄວ້​ທີ່​ຄຸກ Tora ​ໃນ​ເຂດ​ຊານ​ເມືອງ​ກຸງ​ໄຄ​ໂຣໃນ​ວັນ​ພຸດ​ວານ​ນີ້. ພວກ​ອະດີດ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອີກ​ຫລາຍ​ທ່ານ​ໄດ້ຖືກ​ນໍາ​ໄປ​ກັກ​ຂັງ​ໄວ້​ໃນ​ຄຸກ​ແຫ່ງ​ນີ້ ຊຶ່ງ​ທັງ​ໝົດ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ໃນທໍານອງ​ດຽວ​ກັນ​ໃນ​ຖານ​ສໍ້​ໂກງ​ເງິນ​ລັດ​ແລະ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ພວກປະ​ທ້ວງ​ໃນ​ລະຫວ່າງ​ການ​ເດີນ​ຂະ​ບວນຕໍ່ຕ້ານ​ລັດຖະບານ​ໃນ​ຕົ້ນ​ປີ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ເອຈິບ​ກ່າວ​ວ່າ ປະທານາທິບໍດີ​ທີ່​ຖືກ​ປົດ​ອອກ​ຈາກ​ຕໍາ​ແໜ່​ງ​ໄປ​ນີ້ ຈະ​ຖືກ​ນໍາ​
ໄປ​ປິ່ນປົວ​ທີ່​ໂຮງໝໍທະຫານ​ແຫ່ງ​ນຶ່ງ​ຢູ່​ໃກ້ໆ​ກັບ​ກຸງ​ໄຄ​ໂຣ ຊຶ່ງ​ຈະ​ເປັນ​ບ່ອນ​ທີ່ທ່ານ​ຈະ​ຖືກ​ກັກ
ຂັງ​ໂຕ​ໄວ້​ນັ້ນ. ​ໂທລະພາບ​ແຫ່ງ​ຊາດ​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ທ່ານ​ມູບາຣັກພ້ອມ​ດ້ວຍ​ລູກ
ຊາຍ​ທັງ​ສອງ​ຄົນ​ຂອງ​ທ່ານ​ຈະ​ໄປ​ປາກົດ​ໂຕ​ຕໍ່​ສານ​ໃນ​ກຸງ​ໄຄ​ໂຣໃນ​ສັບປະດາ​ໜ້າ​ນີ້ ​ເພື່ອສອບ
ປາກ​ຄໍາ.

ອະດີດ​ຜູ້​ນໍາ​ເອຈິບ​ທ່ານ​ນີ້ ກ່າວ​ວ່າ ການ​ກ່າວ​ຫາ​ຕ່າງໆ​ຕໍ່​ທ່ານທັງ​ໝົດ​ແມ່ນ​ບໍ່​ມີ​ມູນ​ຄວາມ​ຈິງ
ແລະ​ວ່າ ທ່ານ​ກໍ​ມີ​ສິດ​ປ້ອງ​ກັນ​ຊື່​ສຽງ​ຂອງທ່ານ ແລະຂອງ​ຄອບຄົວທ່ານ. ຂໍ້​ຄິດ​ເຫັນ​ຂອງ​
ທ່ານນີ້ໄດ້ອອກອາກາດ​ໃນ​ວັນ​ອາທິດ​ຜ່ານ​ມາ​ໂດຍ​ຊ່ອງ​ຂ່າວໂທລະພາບ al-Arabiya ຊຶ່ງ​
ເປັນຄວາມເຫັນ​ຄັ້ງ​ທໍາ​ອິດ​ຂອງ​ທ່ານ​ທີ່​ແຈ້ງ​ໃຫ້​ປະຊາຊົນ​ຊາບ ນັບ​ແຕ່​ໄດ້​ມີ​ການ​ປະ​ທ້ວງ​ຂອງ
ປະຊາຊົນ​ຄັ້ງ​ໃຫຍ່​ຕໍ່ຕ້ານ​ລັດຖະບານທີ່​ຍັງ​ຜົນ​ບັງຄັບ​ໃຫ້​ທ່ານ​ຕ້ອງ​ລາ​ອອກ​ຈາກ​ຕໍາ​ແໜ່​ງ​ໄປ
ໃນ​ເດືອນ​ກຸມພາ​ຜ່ານ​ມາ.

XS
SM
MD
LG