ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ທ່ານມູບາຣັກແລະລູກຊາຍ ຖືກສອບປາກຄໍາໃນເອຈິບ


ທ້າວ Gamal ແລະທ້າວ Alaa Mubarak, ລູກຊາຍຂອງອະດີດ ປະທານາທິບໍດີ Hosni Mubarak, ແຫ່ງເອຈິບ ທີ່ກຸງໄຄໂຣ, ເອຈິບ ວັນທີ 13 ເມສາ 2011.

ທາງ​ການ​ເອຈິບ​ໄດ້​ຄຸມ​ຂັງ​ອະດີດ​ປະທານາທິບໍດີ ​ໂຮ​ສນີ
ມູບາຣັກ​ເປັນເວລາ15 ມື້​ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ
ສືບສວນ​ສອບ​ສວນ​ໃນ​ຂໍ້​ຫາ​ຖານ​ທໍາ​ການ​ສໍ້​ລາດ​ບັງ​ຫລວງ​ນັ້ນ.

ພວກ​ໄອ​ຍະ​ການ​ປະກາດ​ເລື້ອງ​ນີ້​ໃຫ້​ຮູ້​ໃນ​ວັນ​ພຸດ​ມື້​ນີ້ ​ໃນ
ເວລາ​ບໍ່​ດົນ​ຫລັງຈາກ​ທ່ານ​ມູບາຣັກ​ເຂົ້າ​ໂຮງໝໍ​ຍ້ອນ​ບັນ
ຫາ​ຫົວ​ໃຈ ​ໃນ​ຂະນະ​ທີ່​ທ່ານຖືກ​ສອບ​ປາກ​ຄໍາ​ໂດຍ​ພວກ​
ເຈົ້າ​ໜ້າ​ທີ່ຢູ່​ເມືອງ Sham el-Sheikh ​ສະຖານ​ທີ່​ຕາກ
ອາກາດ​ແຄມ​ທະ​ເລ​ແດງ. ສື່​ມວນ​ຊົນ​ເອຈິບ​ແຈ້ງ​ໃຫ້​ຊາບ
ວ່າ ພວກ​ລູກ​ຊາຍ​ຂອງ​ທ່ານ​ຄື ທ້າ​ວ Alaa ​ແລະ​ທ້າວ
Gamal ກໍ​ກໍາລັງຖືກ​ສອບ​ປາກ​ຄໍາແລະ​ຄຸມ​ຂັງ​ໄວ້ 15 ມື້​
ເຊ່ນ​ກັນ.

ພວກ​ສະມາຊິກ​ຄອບຄົວ​ທ່ານ​ມູບາຣັກ ພ້ອມ​ທັງ​ພວກເຈົ້າ
ໜ້າ​ທີ່​ຂັ້ນ​ສູງຫລາຍ​ທ່ານ​ຖືກ​ກ່າວຫາ​ວ່າ ທໍາ​ການ​ສໍ້​ໂກງ
ເງິນ​ລັດຖະບານ​ແລະ​ໃຊ້​ອໍານາດ​ເກີນ​ຂອບ​ເຂດ​ໃນ​ການ​ໃຊ້
ກໍາລັງ​ທະຫານ​ປາບປາມ​ພວກ​ປະ​ທ້ວງ​ໃນ​ລະຫວ່າງ​ການ​ເດີນ
ຂະ​ບວນຕໍ່ຕ້ານ​ລັດຖະບານ​ໃນ​ຕົ້ນ​ປີ​ນີ້.

ປະທານາທິບໍດີ​ມູບາຣັກທີ່​ຖຶກປົດ​ອອກ​ຈາກ​ຕໍາ​ແໜ່​ງ​ໄດ້​ກ່າວ​ມາ​ວ່າ ຂໍ້ກ່າວ​ຫາ​ຕ່າງໆ​ຕໍ່​ທ່ານ​ນັ້ນ​ແມ່ນ​ບໍ່​ມີ​ມູນ​ຄວາມ​ຈິງ ​ແລະ​ວ່າ ທ່ານ​ມີ​ສິດປ້ອງ​ກັນ​ຊື່​ສຽງ​ ແລະ​ຄອບຄົວ​ຂອງ​ທ່ານ. ຖ້ອຍ​ຖະ​ແຫລງຂອງ​ທ່ານ​ໄດ້​ນໍາ​ມາ​ອອກ​ອາກາດ​ໃນ​ຊ່ອງ​ຂ່າວ Al Arabiya ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້. ຖ້ອຍ​ຖະ​ແຫລ​ງ​ເຫລົ່າ​ນີ້​ນັບ​ວ່າ​ເປັນຄຳເຫັນທີ່​ເປີດເຜີ​ຍ​ຄັ້ງ​ທໍາ​ອິດ​ນັບ​ແຕ່​ໄດ້​ມີ​ການ​ປະ​ທ້ວງ​ຂອງປະຊາຊົນ​ຄັ້ງ​ໃຫຍ່​ທີ່​ໄດ້​ບັງຄັບ​ໃຫ້​ທ່ານ​ລາ​ອອກ​ຈາກ​ຕໍາ​ແໜ່​ງ​ໄປ​ໃນ​ເດືອນ​ກຸມພາ​ຜ່ານ​ມາ.

.

XS
SM
MD
LG