ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມີນາ ໒໐໒໓

ການປະທ້ວງ ຕໍ່ຕ້ານ ປ. Morsi ກ້າວເຂົ້າສູ່ ມື້ທີສີ່ (ສະໄລດ໌)


ຜູ້ປະທ້ວງ ປະທະກັນກັບ ກໍາລັງຮັກສາຄວາປອດໄພ ໃກ້ກັບ ຈັດຕຸລັດ Tahrir ທີ່ກຸງ Cairo, ປະເທດ Egypt, ວັນອາທິດ ທີ 25 ພະຈິກ 2012.
ປະທານາທິບໍດີ ອີ​ຈິ​ບ ທ່ານ Mohammed Morsi ​ເຖິງ​ກໍາໜົດ​
ທີ່​ຈະ​ພົບ​ປະ​ກັບ ສະພາ​ຍຸ​ຕິ​ທໍາສຸງສຸດ​ຂອງ​ປະ​ເທດ ​ໃນ​ຂະນະ​ທີ່​
ບັນດາຜູ້​ພິພາກສາ ພະຍາຍາມ ຊັກ​ຊ່ວນ​ໃຫ້ ປະທານາທິບໍດີ
ຈໍາ​ກັດ​ອໍານາດ​ທັງ​ໝົດ ທີ່​ທ່ານ ມອບ​ໃຫ້​ຕົນ​ເອງ​ອາທິດ​ແລ້ວ​ນີ້.


ຄໍາ​ສັ່ງໄດ້​ເຮັດ​ໃຫ້​ເກີດການ​ປະ​ທ້ວງ​ຈາກ ບັນດາ​ນັກ​ເຄຶ່ອນ​ໄຫວ​
ທີ່​ ບໍ່​ເປັນ​ພ້ອມ ຜູ້​ກໍາລັງປະ​ທ້ວງ​ຢູ່ທີ່ ຈັດ​ຕຸ​ລັດ Tahrir ​ເປັນ​ມື້​ທີ່​ສີ່​
ໃນ​ວັນ​ຈັນ ຮຽກຮ້ອງ​ໃຫ້ ທ່ານ Morsi ຫັນປ່ຽນການ​ຕັດສິນ​ໃຈ​
ຂອງ​ທ່ານ. ບັນດາ​ຝ່າຍ​ຄ້ານ ​ແລະ​ຜູ້​ສະໜັບສະໜູນ ປະທານາ
ທິບໍດີ ພາກັນ​ຮຽກຮ້ອງ​ໃຫ້​ມີ​ການ​ເດີນ​ປະ​ທ້ວງ​ຄັ້ງ​ໃຫຍ່ ຢູ່​ກາງ
​ເມືອງ​ໃນວັນ​ອັງຄານ​ມື້​ອຶ່ນ​ນີ້.

ຄໍາ​ສັ່ງ​ຂອງ​ທ່ານ Morsi ກ່າວ​ວ່າ ການ​ຕັດສິນ​ໃຈ​ຂອງ​ທ່ານ ບໍ່​ສາມາດ​ທີ່​ຈະ​ອຸທອນ​ໄດ້​ຈາກ​ສານ ​ແລະ​ຫ້າມສານ​ຍຸຕິ​ທໍາ​ຂອງ​ອີ​ຈິບ ຍຸບສະພາ​ສູງ ​ແລະ​ສະພາຮ່າງ​ລັດຖະທໍາ​ມະ
ນູນ​ໃໝ່. ບັນດາ​ຜູ້​ຕິຕຽນ​ກ່າວ​ວ່າ ທ່ານ Morsi ກໍາລັງ​ໄຊ້ອໍານາດ​ຜະ​ເດັດ​ການ ​ເໝືອນ​ດັ່ງ​ພວກຜູ້​ນໍາ​ຄົນ​ກ່ອນ​ ທ່ານ Hosni Mubarak ຜູ້​ທີ່ຖືກ​ຂັບໄຫລ່ອອກຈາກ​ອໍານາດ​ການ​ລຸກ​ຮື​ຂື້ນ​ຂອງ​ປະຊາຊົນ.

ປະທານາທິບໍດີ ກ່າວ​ວ່າ ຄໍາ​ສັ່ງ​ຂອງ​ທ່ານ​ພ່ຽງ​ແຕ່ “ຊົ່ວ​ຄາວ” ​ແລະ​ຈະ​ສິ້ນ​ສຸດ​ລົງ​ເວລາ
ອີ​ຈິບ ​ເລືອກ​ຕັ້ງ​ເອົາ​ສະພາ​ໃໝ່ ພາຍ​ໃຕ້​ການ​ດັດແປງ​ລັດຖະທໍາ​ມະນູນ. ​ໂຄສົກທ່ານ​ນຶ່ງ
ຂອງ​ຣັຖບານເສຣີ ​ແລະ​ພັກ​ຍຸ​ຕິທໍາ ຂອງ​ທ່ານ ກ່າວ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້​ວ່າ ຄໍາ​ສັ່ງ​ນີ້
ອາດ​ຈະ​ມີໝົດ​ກໍາໜົດ​ພາຍ​ໃນ​ສອງ ​ເດືອນ ຫລື​ໜ້ອຍ​ກວ່າ ​ແລະ​ໃຫ້ເຫັນ​ວ່າ​ເປັນ ການ​ເອົາບາດກ້າວ​ເພື່ອ “ຮັກສາ​ສະຖຽນ​ລະ​ພາບ” ​ໃນ​ອີ​ຈິ​ບ.

ສະໄລດ໌ປະມວນພາບການປະທ້ວງໃນອີຈິບ:

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG