ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Morsi ຖືກຄຸມຂັງ ໃນຂໍ້ຫາ ສົມຮູ້ຮ່ວມຄິດ ກັບກຸ່ມ ຮາມາສ (ສະໄລດ໌/ວີດີໂອ)


ພວກສະໜັບສະໜຸນ ປະທານາທິບໍດີທີ່ຖືກໂຄ່ນລົ້ມຂອງອິຈິບ ທ່ານ Mohammed Morsi ພາກັນໃສ່ຜ້າໝັດຫົວ ທີ່ຂຽນເປັນ ພາສາອາຣັບວ່າ ຈົ່ງປົດທ່ານ Sisi ພາກັນໂຮມຊຸມນຸມ ປະທ້ວງທີ່ຄຸ້ມ Nasr ໃນນະຄອນຫຼວງໄຄໂຣ (26 ກໍລະກົດ 2013)
ພວກສະໜັບສະໜຸນ ປະທານາທິບໍດີທີ່ຖືກໂຄ່ນລົ້ມຂອງອິຈິບ ທ່ານ Mohammed Morsi ພາກັນໃສ່ຜ້າໝັດຫົວ ທີ່ຂຽນເປັນ ພາສາອາຣັບວ່າ ຈົ່ງປົດທ່ານ Sisi ພາກັນໂຮມຊຸມນຸມ ປະທ້ວງທີ່ຄຸ້ມ Nasr ໃນນະຄອນຫຼວງໄຄໂຣ (26 ກໍລະກົດ 2013)
ຜູ້ພິພາກສາຄົນນຶ່ງຂອງອີຈິບ ໄດ້ສັ່ງໃຫ້ສືບຕໍ່ຄຸມຂັງປະທານາທິ
ບໍດີ ທີ່ຖືກໂຄ່ນລົ້ມ ທ່ານ Mohamed Morsi ໃນຂໍ້ຫາວ່າ ທ່ານ
ສົມຮູ້ຮ່ວມຄິດກັບກຸ່ມຫົວຮຸນແຮງປາແລສຕາຍນ໌ຮາມາສຂະນະ ທີ່ປະເທດດັ່ງກ່າວກຽມຮັບມືກັບການປະທ້ວງຂອງທັງສອງຝ່າຍ ທີ່ເປັນປໍລະປັກກັນ ໃນວັນສຸກມື້ນີ້.

ອົງການຂ່າວ MENA ຂອງທາງການອີຈິບແຈ້ງວ່າ ທ່ານ Mor-
si ໄດ້ຖືກຄຸມຂັງມາເປັນເວລາ 15 ມື້ ໃນການສືບສວນກ່ຽວກັບ
ຂໍ້ຫາເຫຼົ່ານີ້. ຜູ້ນຳພັກສາສະໜາອິສລາມໄດ້ຖືກຄຸມຂັງໂດຍປາ
ສະຈາກການຕັ້ງຂໍ້ຫາ ຢູ່ທີ່ຄຸກລັບຂອງພວກທະຫານມາແຕ່ວັນ
ທີ 3 ກໍລະກົດ ເວລາທ່ານຖືກໂຄ່ນລົ້ມ ໂດຍກອງທັບອີຈິບ.

ຄະນະສືບສວນ ພວມພິຈາລະນາເບິ່ງວ່າ ທ່ານ Morsi ໄດ້ດຳເນີນຮ່ວມກັນກັບກຸ່ມຮາມາສ
ແທ້ຫຼືບໍ່ ເພື່ອຊ່ອຍໃຫ້ທ່ານແລະພວກຜູ້ນຳຂອງພັກສາສະໜາອິສລາມອີກຫຼາຍສິບຄົນ ໄດ້ ໄດ້ຫຼົບໜີຈາກຄຸກ ໃນລະຫວ່າງການລຸກຮືຂຶ້ນ ເມື່ອປີ 2011 ທີ່ໂຄ່ນລົ້ມອະດີດປະທານາທິ ບໍດີ Hosni Mubarak ນັ້ນ.



ພັກພະລາດອນພາບມຸສລິມ ຂອງທ່ານ Morsi ກ່າວວ່າ ປະຊາຊົນໃນເຂດທ້ອງຖິ່ນເປັນຜູ້ ຊ່ອຍໃນການປ່ອຍພວກນັກໂທດ. ແຕ່ສານແຫ່ງນຶ່ງທີ່ກຸງໄຄໂຣພວມທຳການສືບສວນເບິ່ງ ວ່າ ທ່ານ Morsi ຮ່ວມມືກັບກຸ່ມຮາມາສຫຼືບໍ່ ເພື່ອທໍາການໂຈມປ້ອມຕຳຫຼວດຫລາຍໆແຫ່ງ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ທ່ານຈະປະເຊີນກັບການດຳເນີນຄະດີຢູ່ໃນສານຫຼືບໍ່.

ໃນວັນສຸກມື້ນີ້ ໂຄສົກຄົນນຶ່ງຂອງພັກພະລາດອນພາບມຸສລິມ ຂອງທ່ານ Morsi ໄດ້ຕໍ່ວ່າ ຢ່າງແຮງ ກ່ຽວກັບການກ່າວຫາເຫຼົ່ານີ້ ໂດຍເວົ້າວ່າ ມັນໄດ້ພິສູດໃຫ້ເຫັນ ເຖິງກັບຄືນໄປສູ່ ຍຸກສະໄໝຂອງທ່ານ Mubarak.



ການກ່າວຫາທີ່ວ່ານີ້ ມີຂຶ້ນໃນຂະນະທີ່ພວກສະໜັບສະໜຸນແລະພວກຕໍ່ຕ້ານທ່ານ Morsi ຕ່າງກໍໄດ້ວາງແຜນທີ່ຈະຈັດການໂຮມຊຸມນຸມປະທ້ວງຂະໜາດໃຫຍ່ຂຶ້ນໃນວັນສຸກມື້ນີ້ ຊຶ່ງ ພາໃຫ້ເກີດຄວາມຢ້ານກົວວ່າ ຄວາມຮຸນແຮງທີ່ເຮັດໃຫ້ຫລາຍສິບຄົນເສຍຊີວິດໃນໄລຍະ ສອງສາມອາທິດຜ່ານມານີ້ ຈະດຳເນີນຕໍ່ໄປ.

ຜູ້ບັນຊາການ ກອງທັບອີຈິບ ນາຍພົນ Fattah el-Sissi ຮຽກຮ້ອງໃຫ້ຊາວອິຈິບ ທີ່ຊື່ສັດ ແລະມີກຽດທຸກໆຄົນຈົ່ງພາກັນລົງສູ່ຖະໜົນຫົນທາງເພື່ອມອບສິດອຳນາດໃຫ້ແກ່ທ່ານສຳ ລັບຕໍ່ສູ້ກັບອັນທີ່ທ່ານເອີ້ນວ່າ ຄວາມຮຸນແຮງແລະພວກກໍ່ການຮ້າຍນັ້ນ.

Egyptian Military Seeks to Consolidate Role
please wait

No media source currently available

0:00 0:02:18 0:00
ລິງໂດຍກົງ
XS
SM
MD
LG