ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະຫານອີຈິບ ສັງຫານ ພວກກໍ່ການຮ້າຍ 20 ຄົນ ທີ່ຊາຍແດນອິສຣະແອລ


ການໂຈມຕີທາງອາກາດ ໃນວັນພຸດມື້ນີ້ ໄດ້ສັງຫານພວກຫົວຮຸ່ນແຮງ
20 ຄົນ.
ການໂຈມຕີທາງອາກາດ ໃນວັນພຸດມື້ນີ້ ໄດ້ສັງຫານພວກຫົວຮຸ່ນແຮງ 20 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຂອງອີ​ຈິບກ່າວ​ວ່າ ອອກ​ປະຕິບັດ​ງານ​ໂຈມ​ຕີ ຕໍ່ກຸ່ມ
​ທີ່ສົງໄສວ່າເປັນ​ພວກຫົວ​ຮຸນ​ແຮງ ​ຢູ່່ທີ່​ແຫຼມຊາຍນາຍ ຫຼັງຈາກ​ໄດ້​ມີການ​ໂຈມ​ຕີ​ອີກ​ຄັ້ງ​ໃໝ່ ​
ທີ່​ດ່ານ​ກວດ​ຫຼາຍ​ແຫ່ງ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ ໃນວັນ​ພຸດມື້ນີ້ ​ໄດ້​ສັງຫານພວກ​ຫົວ​ຮຸນ​ແຮງ
20 ຄົນ.

ການ​ໂຈມ​ຕີທາງ​ອາກາດ​ ມີຂື້ນ​ໃນບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງຈາກ​ໄດ້​ມີ​ການ​ໂຈມ​ຕີ ​ຕໍ່​ດ່ານ​ກວດ
​ຫຼາຍ​ແຫ່ງ ​ໃນ​ເມືອງ El-Arish ປະມານ 50 ກິ​ໂລ​ແມັດ ຫ່າງຈາກ​ຊາຍ​ແດນ​ຂອງອິສຣາ
​ແອ​ລ ແລະເຂດ Gaza.

ກອງທັບ​ອີ​ຈິບ ​ແລະປະທານ​າທິບໍດີ Mohammed Mursi ໃຫ້​ຄຳ​ໝັ້ນສັນຍາວ່າ ຈະ​ເສີມ
​ກໍາລັງ​ຄວບ​ຄຸມ​ເຂດຊາຍ​ແດນໃຫ້​ເຂັ້ມ​ແຂງ​ຕື່ມ​ຂຶ້ນ ລຸນ​ຫຼັງທີ່​ໄດ້​ມີ​ການ​ໂຈມ​ຕີ​ໃນ​ວັນ​ອາທິດ
​ແລ້ວ ທີ່ເປັນ​ເຫດ​ໃຫ້​ຕຳຫຼວດຊາຍ​ແດນອີ​ຈິບເສຍ​ຊີວິດ 16 ຄົນ. ອີ​ຈິບກ່າວ​ວ່າ ພວກ​ຫົວ
​ຮຸນ​ແຮງທີ່​ພົວພັນ​ກັບການ​ໂຈ​ມຕີໃນ​ຄັ້ງນີ້ ພະ​ຍາ​ຍາມ​ທີ່​ຈະ​ຂ້າມ​ເຂົ້າ​ໄປ​ໃນອິສຣະ​ແອລ.

XS
SM
MD
LG