ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບອີຈິບ ພວມສູ້ລົບ ກັບ ກຸ່ມລັດອິສລາມ ຢູ່ແຫລມໄຊນາຍ


ປະທານ​ເສນາ​ທິການ​ຮ່ວມ​ ຂອງ​ກອງທັບ​ສະຫະລັດ ນາຍພົນ Joseph Dunford ລາຍງານຕໍ່ລັດຖະສະພາສະຫະລັດ.
ປະທານ​ເສນາ​ທິການ​ຮ່ວມ​ ຂອງ​ກອງທັບ​ສະຫະລັດ ນາຍພົນ Joseph Dunford ລາຍງານຕໍ່ລັດຖະສະພາສະຫະລັດ.

ກອງທັບ​ອີ​ຈິບ ພວມ​ປະຕິບັດ​ງານ​ຕໍ່ຕ້ານ​ ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມຢູ່​ໃນ​ແຫຼມໄຊ​ນາຍ ອີງ​ຕາມ​ຄຳ​ເວົ້າຂອງ​ນາຍ​ພົນ​ອະ​ວຸ​ໂສ​ສະຫະລັດ.

ກອງທັບ​ອີ​ຈິບພວມ​ປະຕິບັດ​ງານ​ຕໍ່ຕ້ານ​ກຸ່ມ​ລັດ​ອິສລາມໃນ​ເວລາ​ນີ້ ນາຍ​ພົນ Joe Dun-
ford ປະທານ​ເສນາ​ທິການ​ຮ່ວມ​ຂອງ​ກອງທັບ​ສະຫະລັດກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນພະ ຫັດ​ວານ​ນີ້ ຢູ່​ເທິງ​ເຮືອບິນ​ທະຫານ ​ທີ່​ເດີນທາງ​ແຕ່ນະຄອນ Brussels ມາ​ຍັງ​ວໍ​ຊິງ​ຕັນ.

ນາຍ​ພົນ Dunford ກ່າວ​ວ່າ ທ່ານ​ຫວັງ​ວ່າ ຈະ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ຜົນ​ຂອງ​ກະນປະຕິບັດ ​ງາ​ນຂອງ​ອີ​ຈິບ ທີ່​ກຳລັງ​ດຳ​ເນີນ​ຢູ່​ໃນ​ແຫລມ​ໄຊ​ນາຍ ​ໃນ​ເວລາ ​ເຮືອບິນ​ລົງ​ຈອດ. ທ່ານ​ບໍ່​ ໄດ້​ໃຫ້​ລາຍ​ລະອຽດ​ຫຍັງ​ຫລາຍ​ໄປ​ກວ່າ​ນີ້.

ສະຫະລັດ​ກະ​ປະມານ​ວ່າ ຈຳນວນ​ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ​ຢູ່​ທີ່​ນັ້ນ​ແມ່ນ​ມີ​ຫຼາຍ ຮ້ອຍ​ຄົນ​ ຫຼືອາດ​ຈະ​ຫລາຍ​ເຖິງ 1,000 ຄົນ​ກໍເປັນ​ໄດ້.

ນາຍ​ພົນ Dunford ກ່າວ​ຕື່ມ​ວ່າ ມີ​ພວກ​ກະບົດ​ເບ​ດູ​ອີນຫລາຍ​ສົມຄວນ ອາດ​ຈະ​ໃຫ້ການ ​ຮ່ວມ​ມື​ກັບ​ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ.

ກອງທັບ​ສະຫະລັດ​ເລີ້ມມອງ​ເຫັນ​ການ​ພົວພັນ​ລະຫວ່າງ​ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ ​ໃນ​ແຫລມ​ໄຊ​ນາຍ ຊຶ່ງໃນ​ຄັ້ງນຶ່ງ​ ເຄີຍ​ເບິ່ງ​ກັນ​ວ່າ ​ເປັນ​ກຳລັງທີ່​ໂດດດ່ຽວແລະ​ກຸ່ມ​ຫົວ​ຮຸນ ​ແຮງ​ລັດ​ອິສລາມ​ໃນ​ທົ່ວ​ພາກ​ຕາ​ເວັນ​ອອກ​ກາງ.

ພວກ​ເຮົາ​ໄດ້​ເຫັນ​ການ​ພົວພັນ​ລະຫວ່າງ​ກຸ່ມ​ລັດ​ອິສລາມ​ໃນ​ແຫຼມ​ໄຊ​ນາຍ ​ແລະ​ທີ່​ເມືອງ Raqqah ນາຍ​ພົນ Dunford ກ່າວ​ຕໍ່​ພວກ​ນັກ​ຂ່າວ. ພວກ​ເຮົາ​ໄດ້​ເຫັນ ການ​ຕິດ​ຕໍ່​ກັນ ລະຫວ່າງ​ກຸ່ມ​ລັດ​ອິສລາມ​ທີ່​ແຫຼມ​ໄຊ​ນາຍແລະ​ກຸ່ມ​ລັດ​ອິສລາມຢູ່​ລີ​ເບຍ​ແລະ​ແຫ່ງ​ອື່ນໆ ແລະ​ພວກ​ເຮົາ​ກຳລັງ​ຈັບ​ຕາ​ເບິ່ງ​ຢ່າງ​ໃກ້ຊິດ.

ຮ້ອຍ​ເອກ Greg Hicks ​ໂຄສົກ​ ຂອງ​ນາຍ​ພົນ Dunford ກ່າວ​ວ່າ ການ​ປ​ະຕິ​ບັດ​ງານ​ຂອງ​ອີ​ຈິບ​ ແລະ​ການ​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ ​ຂອງ​ກຸ່ມ​ລັດ​ອິສລາມ ໃນ​ອຸບັດເຫດ​ ເຮືອບິ​ນຕົກ ​ແມ່ນ​ມີ​ຂຶ້ນ​ໂດຍ​ບັງ​ເອີນ​ຢ່າງ​ແທ້​ຈິງບໍ່​ໄດ້​ມີ​ການ​ພົວພັນກັນແຕ່ຢ່າງໃດເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG