ປະທານາບໍດີຊົ່ວຄາວ ອີຈິບ ທ່ານ Adly Mansour ໄດ້ໃຫ້ຄໍາ
ໝັ້ນສັນຍາທີ່ຈະ “ຕໍ່ສູ້ເພື່ອໃຫ້ມີຄວາມປອດໄພຈົນເຖິງທີ່ສຸດ”
ຕໍ່ພວກທີ່ທ່ານເອີ້ນວ່າ ຢາກນໍາພາປະເທດໄປສູ່ຄວາມວຸ້ນວາຍ.
ຢູ່ໃນຄຳປາໄສທາງໂທລະພາບ ໃນວັນພະຫັດວານນີ້ ທ່ານ
Mansour ກ່າວວ່າ ອີຈິບກໍາລັງຢູ່ໃນ "ຂັ້ນຫົວລ້ຽວຫົວຕໍ່” ແລະ
ຈະຕ້ອງປ້ອງກັນຮັບມືກັບ ພວກທີ່ຊອກຫາຊ່ອງທາງຈະກໍ່ໃຫ້
ເກີດ "ຄວາມຮຸນແຮງແລະການນອງເລືອດ.
ທ່ານ Mansour ເວົ້າວ່າ “ຂ້າພະເຈົ້າຂໍຢືນຢັນອີກຄັ້ງນຶ່ງຕໍ່ພວກ
ທ່ານກ່ຽວກັບ ຄວາມໝາຍໝັ້ນຂອງຂ້າພະເຈົ້າທັງໝົດ ແລະ
ຄວາມໝາຍໝັ້ນຂອງລັດຖະບານ ຕໍ່ການຟື້ນຟູຄວາມປອດໄພ
ແລະສະຖຽນລະພາບຂອງປະເທດ. ພວກເຮົາຈະບໍ່ຢ້ານກົວຫລື
ຕື່ນຕົກໃຈ ແລະພວກເຮົາຈະບໍ່ໃຫ້ການໂຍະຍານຜ່ອນຜັນແກ່
ພວກທີ່ສັງຫານປະຊາຊົນຜູ້ໄຮ້ດຽງສາ. ພວກເຮົາຈະຕໍ່ສູ້ເພື່ອ
ຮັກສາຄວາມປອດໄພໄປ ເຖິງທີ່ສຸດ ພວກເຮົາຈະປົກປ້ອງຮັກ
ສາການປະຕິວັດພວກເຮົາຈະສ້າງສາປະເທດຊາດແລະພວກ
ເຮົາຈະກ້າວໄປຂ້າງໜ້າຢ່າງບໍ່ມີຄວາມລັງເລໃຈໃດໆ.”
ການກ່າວຄໍາປາໄສຂອງທ່ານ Mansour ໄດ້ມີຂື້ນກ່ອນໜ້າການວາງແຜນເດີນຂະບວນ
ປະທ້ວງຄັ້ງໃຫຍ່ ໃນວັນສຸກມື້ນີ້ ໂດຍພວກສະໜັບສະໜຸນປະທານາທິ ບໍດີພັກອິສລາມ
ທີ່ຖືກໂຄ່ນລົ້ມ ທ່ານ Mohammed Morsi ທີ່ຍັງຖືກຄຸມຂັງຢູ່ຄຸກລັບຂອງທະຫານດົນ
ກວ່າສອງອາທິດແລ້ວ ຫລັງຈາກທີ່ໄດ້ຖືກໂຄ່ນລົ້ມລົງ ຈາກຕຳແໜ່ງ.ບັນດານັກເຄື່ອນ
ໄຫວຕໍ່ຕ້ານທ່ານ Morsi ກໍໄດ້ຮຽກຮ້ອງໃຫ້ມີ ການປະທ້ວງເຊັ່ນກັນ.
ໃນວັນພະຫັດວານນີ້ ກອງທັບອີຈິບໄດ້ເຕືອນພວກປະທ້ວງ ໃຫ້ໃຫ້ຢູ່ໃນຄວາມ ສະຫງົບ.
ໂຄສົກທ່ານນຶ່ງກ່າວວ່າ ພວກໃດກໍຕາມທີ່ໃຊ້ຮຸນແຮງຈະ “ເຮັດໃຫ້ຊີວິດຂອງເຂົາເຈົ້າ ຕົກ
ຢູ່ໃນອັນຕະລາຍ ແລະຈະໄດ້ຮັບການປະຕິບັດຕໍ່ ແບບເດັດຂາດທີ່ສຸດ ພາຍໃຕ້ຂອບເຂດ
ຂອງກົດໝາຍ.”
ວີດິໂອ: ທານ Kerry ວາ ບັນດາຜູນຳອີຈິບ ຕອງກູ້ເອົາສະຖຽນລະພາບຄືນມາ: