ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາອີຈິບ ຮັບຜ່ານ ຮ່າງກົດໝາຍ ສັນຊາດ ຍົກເວັ້ນ ບໍ່ເອົາຜິດ ຜູ້ນຳທະຫານ ແລະ ສື່ີມວນຊົນ


ບັນດາສະມາຊິກລັດຖະສະພາອີຈິບ ເຂົ້າຮ່ວມປະຊຸມ ຮອບປະຖົມມະເລີກ ທີ່ນະຄອນໄຄໂຣ, 10 ມັງກອນ 2016.
ບັນດາສະມາຊິກລັດຖະສະພາອີຈິບ ເຂົ້າຮ່ວມປະຊຸມ ຮອບປະຖົມມະເລີກ ທີ່ນະຄອນໄຄໂຣ, 10 ມັງກອນ 2016.

ລັດຖະສະພາ​ອີ​ຈິບ ​ໄດ້​ຮັບ​ຜ່ານ​ຮ່າງກົດໝາຍ ທີ່​ເປັນ​ຂ່າວ​ນອງ​ນັນ ​ຈຳນວນນຶ່ງ
ໃນ​ວັນ​ຈັນ​ວານ​ນີ້ ຮວມທັງ ນຶ່ງ​ໃນ​ນັ້ນ ​ແມ່ນສະເໜີ​ໃຫ້​ສັນຊາດ ຕໍ່​ຊາວ​ຕ່າງ​ດ້າວ
ຜູ້​ຊຶ່ງ​ເປີດ ບັນຊີທະນາຄານ ​ມີເງິນຈຳນວນ​ 400,000 ​ໂດ​ລາ ໃນ​ທະນາຄານ​
ໃນ​ທ້ອງຖິ່ນ.​

ຮ່າງ​ກົດໝາຍ​ທີ່​ວ່າ​ນີ້ ອະນຸຍາດ​ໃຫ້​ຊາວຕ່າງ​ດ້າວ ທີ່ໄດ້​ຝາກເງິນໃນບັນຊີ
ຢ່າງ​ນ້ອຍ 7 ລ້ານພາວ​ນ໌ ຂອງອີ​ຈິບ ຫຼື​ປະມານ 392,000 ​ໂດ​ລາ ສາມາດ​ໄດ້ຮັບ
ສັນຊາດອີຈິບ ຖ້າ​ຫາກ​ວ່າ ພວກ​ເຂົາ​ເຈົ້າ​ຮັກສາ​ເງິນ​ຢູ່​ໃນ​ບັນຊີ​ນັ້ນ ​ເປັນ​ເວລາ
5 ປີ ​ແລະ​ອາ​ໄສ ຢູ່​ໃນ​ອີ​ຈິບ ​ໃນ​ຊ່ວງ​ນັ້ນ.

ບັນດາ​ສະມາຊິກ​ສະພາ ​ໄດ້​ກ່າວ​ວ່າ ​ຊາວຕ່າງ​ດ້າວ ທີ່​ຮັບ​ເອົາ​ຂໍ້​ສະ​ເໜີດັ່ງກ່າວ
​ແມ່ນ ​ບໍ່​ມີ​ສິດ​ທາງ​ການ​ເມືອງເທື່ອ ຈົນ​ກວ່າ​ວ່າ ຫຼັງ​ຈາກ 5 ປີໃນ​ການເປັນ​ສັນຊາດ
ແລ້ວນັ້ນ.

ຮ່າງກົດໝາຍ​ນີ້ ຍັງ​ຈະ​ຕ້ອງ​ໄດ້​ຮັບ​ອະນຸມັດ​ຈາກ​ປະທານາທິ ບໍດີ​ອັບ​ແດ​ລ ຟາ​ຕາ
​ແອ​ລ-ຊີສຊີ ຊຶ່ງ​ໄດ້​ຮັບ​ການ​ຕຳ​ໜິຕິຕຽນ​ຈາກ​ສະມາຊິກສະພາ ພ້ອມ​ດ້ວຍສື່​ສັງຄົມ.

ສະມາຊິກ​ສະພາ ທ່ານ ຮາ​ຍຕາມ ​ແອ​ລ ຮາຣີໆ ​ໄດ້ກ່າວຫາລັດຖະບານວ່າທຳ​ການ|
“ຂາຍ​ສັນຊາດ​ອີ​ຈິບ” ​ເພື່ອ​ນຳເອົາ​ການ​ລົງທຶນ ​ເຂົ້າມາ​ໃນ​ປະ​ເທດ.

ປະທານ​ຂອງ​ຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດ​ ແລະ​ ຄວາມ​ປອດ​ໄພ​ແຫ່ງຊາດ
ທ່ານ​ນາຍ​ພົນ ກາມາລ ອາ​ເມີຣ໌ ​ໄດ້​ກ່າວ​ວ່າ ກົດໝາຍ​ໃໝ່​ນີ້ ຈະ​ເປີດໂອກາດ​ໃຫ້​
ພວກ​ຕ່າງ​ດ້າວ ​ເຂົ້າ​ໄປ​ລົງທຶນ​ໃນ​ອີ​ຈິບ.

​ໃນ​ວັນ​ຈັນ​ວານ​ນີ້​ເຊັ່ນ​ກັນ, ລັດຖະສະພາ ​ໄດ້​ຮັບ​ຜ່ານ​ກົ​ດໝາຍ​ໃໝ່ ສະບັບ​ນຶ່ງ​ທີ່​ສາ
ມາດ​ປົກ​ປ້ອງ​ເຈົ້າ​ໜ້າ​ທີ່ທະຫານ​ຂັ້ນ​ສູງ ຈາກ​ການ​ຖືກລົງໂທດໃນອະນາຄົດ ຕໍ່​ການ​
ທີ່​ໄດ້​ກໍ່​ຄວາມ​ຮຸນ​ແຮງ ​ໃນ​ຊ່ວງ​ປີ 2013 ທີ່​ໄດ້​ໂຄ່ນ​ລົ້ມ​ປະທານາທິບໍດີ​ຫົວ​ຮຸນ​ແຮງ
ອິສລາມ ທ່ານ​ໂມ​ຮາເມັດ ມໍຣ໌ຊີ.

ຮ່າງ​ກົດໝາຍດັ່ງກ່າວ ຕ້ອງ​ໄດ້​ລົງ​ນາມ​ໂດຍ​ປະທານາທິບໍດີ ກ່ອນ​ທີ່​ຈະ​ເປັນ​ກົດໝາຍ​
ບັງຄັບ​ໃຊ້, ທີ່​ຈະ​ອະນຸຍາດ​ໃຫ້​ສິດ​ຕໍ່ທ່ານ​ຊິ​ສຊີ ໃຫ້ອະໄພຍະໂທດ​ຕໍ່​ບັນດາ​ເຈົ້າ​ໜ້າ​ທີ່
​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ໃດ​ໆ ລະຫວ່າງ ການ​ໂຄ່ນ​ລົ້ມ​ ​ທ່ານ​ມໍຣ໌ຊີ ​ໃນ​ເດືອນ​ກໍລະກົດ
ປີ 2013 ຈົນ​ເຖິງເດືອນມິຖຸນາ ປີ 2014.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG