ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີ​ຈິບ ສັງ​ຫານ ຜູ້​ຕ້ອງ​ສົງ​ໄສ ຫົວ​ຮຸນ​ແຮງ 40 ຄົນ ຫຼັງ​ຈາກ​ການ​ລະ​ເບີດ ​ຢູ່​ເຂດ ກີ​ຊາ


ຕຳຫຼວດ​ປາ​ບ​ປາມ​ຈະ​ລາ​ຈົນ ເຝົ້າ​ຍາມ​ຈຸດ​ເກີດ​ເຫດ​ລົດ​ເມ​ລະ​ເບີດ ໃນ​ເຂດ ກີ​ຊາ, ປະ​ເທດ ອີ​ຈິບ. 28 ທັນ​ວາ, 2018.
ຕຳຫຼວດ​ປາ​ບ​ປາມ​ຈະ​ລາ​ຈົນ ເຝົ້າ​ຍາມ​ຈຸດ​ເກີດ​ເຫດ​ລົດ​ເມ​ລະ​ເບີດ ໃນ​ເຂດ ກີ​ຊາ, ປະ​ເທດ ອີ​ຈິບ. 28 ທັນ​ວາ, 2018.

ລັດ​ຖະ​ບານ ອີ​ຈິບ ໄດ້​ເວົ້າ​ໃນ​ວັນ​ເສົາ​ວານ​ນີ້ວ່າ ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ
ເຂົາເຈົ້າໄດ້ສັງຫານພວກຫົວຮຸນແຮງ 40 ຄົນໃນການບຸກໂຈມຕີບ່ອນລີ້ຊ່ອນຂອງ
ພວກເຂົາໃນແຫຼມ ຊີໄນ ແລະ ໃນເຂດຕົວເມືອງຂອງນະຄອນຫຼວງ ໄຄໂຣ, ພຽງບໍ່ເທົ່າ
ໃດຊົ່ວໂມງຫຼັງຈາກລະເບີດລົດ ໄດ້ແນເປົ້າໂຈມຕີໃສ່ບົດນັກທ່ອງທ່ຽວໃນນະຄອນຫຼວງ
ດັ່ງກ່າວ, ເຮັດໃຫ້ຄົນ ຫວຽດນາມ 3 ຄົນເສຍຊີວິດ ແລະ ຜູ້ພາທ່ຽວຊາວ ອີຈິບ ຂອງເຂົາ
ເຈົ້າເສຍຊີວິດ.

ໃນ​ຖະ​ແຫຼງ​ການ​ເມື່ອ​ວັນ​ເສົາ​ວານນີ້, ກະ​ຊວງ​ພາຍ​ໃນ, ເຊິ່ງ​ເປັນ​ຜູ້​ຄວບ​ຄຸ​ມ​ຕຳຫຼວດ,
ໄດ້ກ່າວວ່າ ພວກຫົວຮຸນແຮງ 10 ຄົນໄດ້ຖືກຂ້າຕາຍໃນເວລາທີ່ກອງກຳລັງຮັກສາ
ຄວາມປອດໄພ ໄດ້ບຸກເຂົ້າໄປໃນບ່ອນຫຼົບລີ້ຂອງພວກເຂົາໃນເມືອງ, ແອລ-ອາຣິຊ
(el-Arish), ເມືອງຊາຍຝັ່ງໃນພາກເໜືອທີ່ມີຄວາມວຸ້ນວາຍຂອງແຫຼມຊີໄນ, ເປັນຈຸດ
ສູນກາງຂອງການເຄື່ອນໄຫວຕໍ່ຕ້ານລັດຖະບານທີ່ດຳເນີນມາດົນນານໂດຍພວກ ອິສ
ລາມ.

ອີກ 14 ຄົນ​ໄດ້​ຖືກ​ສັງ​ຫານ​ໃນ​ເຂດ​ຊົນ​ນະ​ບົດ​ຂອງ​ນະ​ຄອນຫຼວງ ໄຄ​ໂຣ ໃນ​ວັນ​ທີ 6 ຕຸ
ລາ ແລະ ອີກ 16 ຄົນໃນໂຄງການກໍ່ສ້າງເຮືອນ ຢູ່ຖະໜົນຫຼວງມຸ່ງໜ້າໄປທາງພາກຕາ
ເວັນຕົກຈາກນະຄອນຫຼວງ ໄຄໂຣ. ຖະແຫຼງການໄດ້ກ່າວວ່າ ພວກຫົວຮຸນແຮງໄດ້ກະ
ກຽມການໂຈມຕີໃສ່ລັດຖະບານ ແລະ ສະຖານທີ່ທ່ອງທ່ຽວ, ເຈົ້າໜ້າທີ່ກອງທັບບົກ
ແລະ ຕຳຫຼວດ, ພ້ອມກັບໂບດສາສະໜາຄ​ຣິ​ສ​ຕຽນ​ຕ່າງໆ.

ກະ​ຊວງ​ຍັງ​ໄດ້​ເປີດ​ເຜີຍ​ຮູບພ​າບຫຼາຍ​ໃບ ທີ່​ອະ​ທິ​ບາຍ​ເຖິງ​ພວກ​ຫົວ​ຮຸນ​ແຮງ​ໄດ້​ຖືກ​ຂ້າ
ຕາຍໃນການບຸກໂຈມຕີ, ພ້ອມກັບປືນກົນວາງຢູ່ທາງຂ້າງສົບທີ່ເຕັມໄປດ້ວຍເລືອດ
ຂອງພວກເຂົາ.

ຖະ​ແຫຼງ​ການບໍ່​ໄດ້​ເວົ້າ​ວ່າ ການ​ບຸກ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ຕອນ​ໃດ, ແຕ່​ໄດ້​ແນະ​ນຳ​ວ່າ ເວ​
ລາຂອງການເປີດເຜີຍຮູບດັ່ງກ່າວ ແມ່ນໄດ້ມີເຈຕະນາທີ່ຈະສະແດງໃຫ້ເຫັນບາງສ່ວນ
ວ່າ ກອງກຳລັງຮັກສາຄວາມປອດໄພ ແມ່ນໄດ້ປະສົບຄວາມສຳເລັດໃນການຕໍ່ສູ້ກັບ
ພວກຫົວຮຸນແຮງໃນທົ່ວປະເທດ ແລະ ໄດ້ຢຸດສິ່ງທີ່ອາດເປັນການຕຳໜິວິຈານ ກ່ຽວ
ກັບ ການຄິດວ່າເຂົາເຈົ້າບໍ່ສາມາດທີ່ຈະປົກປ້ອງພວກນັກທ່ອງທ່ຽວໄດ້.

ຂົງ​ເຂດ​ບ່ອນ​ທີ່​ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ນັ້ນ​ແມ່ນ​ ມາ​ຣີ​ອູ​ຕີ​ຢາ, ໃກ້​ກັບ ປີ​ຣາ​ມິດ ກີ​ຊາ ທີ່
ມີຊື່ສຽງ, ເປັນບ່ອນທີ່ເກີດມີການໂຈມຕີຫຼາຍຄັ້ງໃນສອງປີທີ່ຜ່ານມາ, ສ່ວນໃຫຍ່ໄດ້ແນ
ເປົ້າໃສ່ຕຳຫຼວດ. ມັນຍັງຖືກສົງໄສຢ່າງກວ້າງຂວາງວ່າ ເປັນບ້ານຂອງພວກ ຈີຮາດ ທີ່
ຈົງຮັກພັກດີຕໍ່ກຸ່ມ ພາລະດອນພາບ ມຸສລິມ, ເປັນກຸ່ມອິສລາມ ທີ່ຖືກປົດອອກຈາກອຳ
ນາດ ໂດຍກອງທັບໃນປີ 2013 ຫຼັງຈາກການປົກຄອງທີ່ເປັນການແບ່ງແຍກຂອງພວກ
ເຂົາຍາວນຶ່ງປີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG