ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊາວອີຈິບປະທ້ວງ ການປະຕິຮູບ ທີ່ບໍ່ໄວພໍ ຂອງລັດຖະບານ


ຊາວອີຈິບໂຮມຊຸມນຸມປະທ້ວງ ທີ່ຈະຕຸລັດ Tahrir ໃນນະຄອນຫຼວງໄຄໂຣ (8 ກໍລະກົດ 2011)
ຊາວອີຈິບໂຮມຊຸມນຸມປະທ້ວງ ທີ່ຈະຕຸລັດ Tahrir ໃນນະຄອນຫຼວງໄຄໂຣ (8 ກໍລະກົດ 2011)

ຊາວອິຈິບຈຳນວນຫຼາຍພັນຄົນໄດ້ໄປເຕົ້າໂຮມກັນທີ່ຈະຕຸລັດ Tahrir ເພື່ອທຳການປະທ້ວງ
ຕໍ່ອັນທີ່ພວກເຂົາເຈົ້າເອີ້ນວ່າການດຳເນີນການປະຕິຮູບແບບຊັກຊ້າແລະການໃຫ້ຄວາມເປັນ
ທຳແກ່ພວກເຄາະຮ້າຍຈາກການປາບປາມພວກປະທ້ວງຮຽກຮ້ອງເອົາປະຊາທິປະໄຕໃນຕົ້ນ
ປີນີ້.

ໃນວັນສຸກມື້ນີ້ ພວກປະທ້ວງໄດ້ພາກັນປຸກຕູບຜ້າຕັ້ງຂຶ້ນໃນບໍລິເວນໃຈກາງຈະຕຸລັດ ຊຶ່ງເປັນ ຈຸດສູນກາງໃນການໂຮມຊຸມນຸມປະທ້ວງທີ່ໂຄ່ນລົ້ມອະດີດຜູ້ນຳອີຈິບທ່ານ Hosni Mubarak
ໃນເດືອນກຸມພາຜ່ານມາ. ເປັນທີ່ຄາດກັນວ່າຈະມີຜູ້ຄົນເພີ່ມອີກເປັນຈຳນວນຫຼວງຫຼາຍ ເຂົ້າ ຮ່ວມການໂຮມຊຸມນຸມປະທ້ວງຫຼັງຈາກພິທີສວດມົນພາວະນາໃນວັນສຸກມື້ນີ້.

ການໂຮມຊຸມນຸມທີ່ວ່ານີ້ມີຂຶ້ນຫຼັງຈາກໄດ້ມີການຕັດສິນຫຼາຍໆຄະດີ ທີ່ສ້າງຄວາມບໍ່ພໍໃຈໃຫ້
ແກ່ຊາວອີຈິບ. ພວກເຂົາເຈົ້າເວົ້າວ່າ ການດຳເນີນຄະດີອະດີດເຈົ້າໜ້າທີ່ແມ່ນບໍ່ມີຄວາມໂປ່ງ
ໃສແລະກໍບໍ່ໄວພຽງພໍ.

ໃນຕົ້ນອາທິດນີ້ ພວກປະທ້ວງຈຳນວນຫຼາຍຮ້ອຍຄົນທີ່ເມືອງຊູເອສ ໄດ້ບຸກໂຈມຕີສານແຫ່ງ
ນຶ່ງແລະປ້ອມຕຳຫຼວດ ຫຼັງຈາກຜູ້ພິພາກສາຕັດສິນເຫັນພ້ອມໃຫ້ປະກັນໂຕຕຳຫຼວດຫຼາຍຄົນ ທີ່ຖືກກ່າວຫາວ່າໄດ້ສັງຫານພວກປະທ້ວງໃນລະຫວ່າງການລຸກຮືຂຶ້ນຂັບໄລ່ທ່ານ Mubarak
ນັ້ນ.

ໃນວັນອັງຄານຜ່ານມານີ້ ສານແຫ່ງນຶ່ງທີ່ນະຄອນຫຼວງໄຄໂຣໄດ້ຕັດສິນໃຫ້ອະດີດລັດຖະມົນ
ຕີ 3 ຄົນໃນຄະນະລັດຖະບານຂອງທ່ານ Mubarak ພົ້ນໂທດ ໃນຂໍ້ຫາສໍ້ລາດບັງຫຼວງ.

XS
SM
MD
LG