ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບ ປົດນາຍພົນຕຳຫຼວດ ເກືອບ 500 ຄົນ


ພວກປະທ້ວງອີຈິບ ຈັບຜູ້ຊາຍປະມານ 30 ຄົນທີ່ມີມີດແລະໄມ້ຄ້ອນເປັນອາວຸດ ຊຶ່ງຈະພາກັນບຸກເຂົ້າໄປໃນ ບໍລິເວນຄ້າຍຕູບຜ້າຕັ້ງ ຂອງພວກປະທ້ວງ ທີຈະຕຸລັດ Tahrir ໃນກຸງໄຄໂຣ (12 ກໍລະກົດ 2011)
ພວກປະທ້ວງອີຈິບ ຈັບຜູ້ຊາຍປະມານ 30 ຄົນທີ່ມີມີດແລະໄມ້ຄ້ອນເປັນອາວຸດ ຊຶ່ງຈະພາກັນບຸກເຂົ້າໄປໃນ ບໍລິເວນຄ້າຍຕູບຜ້າຕັ້ງ ຂອງພວກປະທ້ວງ ທີຈະຕຸລັດ Tahrir ໃນກຸງໄຄໂຣ (12 ກໍລະກົດ 2011)

ອີຈິບໄດ້ປະກາດປົດນາຍຕຳຫຼວດອະວຸໂສຫຼາຍກວ່າ 600 ຄົນໃນຄວາມພະຍາຍາມເພື່ອ
ສະໜອງຕອບຕໍ່ຄຳຮຽກຮ້ອງຂອງພວກປະທ້ວງຈຳນວນຫຼາຍພັນຄົນ ທີ່ທວງໃຫ້ດຳເນີນ
ການກັບພວກທີ່ມີສ່ວນພົວພັນ ໃນການກໍ່ອາຊະຍາກຳ ພາຍໃຕ້ລັດຖະບານຂອງອະດີດ
ປະທານາທິບໍດີ Hosni Mubarak.

ເຈົ້າໜ້າທີ່ກະຊວງພາຍໃນກ່າວໃນມື້ວັນພຸດວານນີ້ວ່າ ນາຍພົນຕຳຫຼວດເກືອບ 500 ຄົນ ແລະນາຍຕຳຫຼວດອະວຸໂສອື່ນໆອີກ 150 ຄົນຈະຖືກປົດອອກຈາກຕຳແໜ່ງ.

ເຈົ້າໜ້າທີ່ເວົ້າວ່າໃນຈຳນວນນາຍພົນ 18 ຄົນແລະນາຍຕຳຫຼວດອື່ນໆອີກ 9 ຄົນທີ່ຖືກ
ກ່າວຫາວ່າ ສັງຫານພວກປະທ້ວງໃນລະຫວ່າງການລຸກຮືຂຶ້ນຕໍ່ຕ້ານລັດຖະບານທີ່ພາໃຫ້
ປະທານາທິບໍດີ Mubarak ຕ້ອງລາອອກ ໃນເດືອນກຸມພາຜ່ານມານັ້ນ ບໍ່ມີຜູ້ໃດຍັງກຳ
ໜ້າທີ່ຕໍ່ໄປ.

ການປະກາດທີ່ວ່ານີ້ມີຂຶ້ນ ຫຼັງຈາກພວກນັກເຄື່ອນໄຫວ ເລີ່ມທຳການປະທ້ວງໃນທົ່ວປະ
ເທດໃນມື້ວັນສຸກແລ້ວ ຮວມທັງພວກປະທ້ວງຈຳນວນນຶ່ງທີ່ຍັງພາກັນນັ່ງປະທ້ວງໃນບໍລິ
ເວນຈະຕຸລັດ Tahrir ໃນກຸງໄຄໂຣຢູ່​ຕໍ່​ມາ​ນັ້ນ.

ພວກປະທ້ວງເວົ້າວ່າ ການປົດພວກນາຍຕຳຫຼວດເຫຼົ່ານີ້ ແມ່ນຍັງບໍ່ເປັນການພຽງພໍຍ້ອນ
ວ່າສິ່ງທີ່ພວກເຂົາເຈົ້າຕ້ອງການແມ່ນການຈັດຕັ້ງ​ໂຄງ​ຮ່າງ​ໃໝ່​ທັງໝົດຂອງກຳລັງຕຳຫຼວດ
ຊຶ່ງເປັນເຄື່ອງມືທີ່ສຳຄັນ ໃນຄວບຄຸມທາງການເມືອງພາຍໃຕ້ລັດຖະບານຂອງທ່ານ Mu-
barak ນັ້ນ.

XS
SM
MD
LG