ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ອີຈິບ ບໍ່ຍອມ ພິຈາລະນາ ກ່ຽວກັບ ການລົງປະຊາມະຕິ (ສະໄລດ໌)


ໃນພາບຖ່າຍໃນວັນທີ 2 ທັນວາ 2012, ຫົວໜ້າຄະນະຜູ້ພິພາກສາອີຈິບ, ທ່ານ Ahmed el-Zind (ກາງ), ປະກາດຕໍ່ກອງປະຊຸມນັກຂ່າວວ່າ ຄະນະພວກທ່ານ ຈະບໍ່ເປັນຜູ້ຊີ້ນໍາດູແລການລົງປະຊາມະຕິກ່ຽວກັບລັດຖະທໍາມະນູນໃໝ່ ທີ່ຈະຈັດຂຶ້ນໃນວັນທີ 15 ທັນວານີ້. (AP Photo/Ahmed Ramadan)
ໃນພາບຖ່າຍໃນວັນທີ 2 ທັນວາ 2012, ຫົວໜ້າຄະນະຜູ້ພິພາກສາອີຈິບ, ທ່ານ Ahmed el-Zind (ກາງ), ປະກາດຕໍ່ກອງປະຊຸມນັກຂ່າວວ່າ ຄະນະພວກທ່ານ ຈະບໍ່ເປັນຜູ້ຊີ້ນໍາດູແລການລົງປະຊາມະຕິກ່ຽວກັບລັດຖະທໍາມະນູນໃໝ່ ທີ່ຈະຈັດຂຶ້ນໃນວັນທີ 15 ທັນວານີ້. (AP Photo/Ahmed Ramadan)
ຜູ້ພິພາກສາກຸ່ມນຶ່ງທີ່ມີອິດທິພົນສູງຂອງອີຈິບ ກ່າວວ່າ ພວກຕົນ
ຈະບໍ່ເປັນຜູ້ພິຈາລະນາການລົງປະຊາມະຕິກ່ຽວກັບລັດຖະທໍາ
ມະນູນໃໝ່ ທີ່ຈະຈັດຂຶ້ນໃນວັນທີ 15 ທັນວານີ້ ຊຶ່ງເປັນເຄື່ອນ
ໄຫວ ທີ່ສາມາດທໍາລາຍຄວາມຖືກຕ້ອງຂອງກົດບັດ ທີ່ໄດ້ຮັບ
ການສະໜັບສະໜຸນ ຂອງປະທານາທິບໍດີຂອງປະເທດທີ່ນິຍົມ
ສາສະໜາອິສລາມນັ້ນ.

ຢູ່ໃນຖະແຫລງການທີ່ເຜີຍແຜ່ອອກໃນວັນອາທິດວານນີ້ ໂດຍ
ອົງການຂ່າວ MENA ບັນດາຄະນະຜູ້ພິພາກສາກ່າວວ່າ ສະ
ມາຊິກຂອງຕົນ ເປັນເອກະສັນເຫັນພ້ອມນໍາກັນ ຄັດຄ້ານການ
ລົງມະຕິ ຊຶ່ງເປັນການດໍາເນີນການຄະແນນສຽງ ທີ່ຕາມປົກກະຕິ
ແລ້ວ ແມ່ນຜູ້ພິພາກສາອີຈິບເປັນຜູ້ຊີ້ນໍາດູແລນັ້ນ.

ຜູ້ພິພາກສາອີຈິບຫລາຍຄົນ ພາກັນນັດຢຸດງານໃນເດືອນແລ້ວນີ້ ເພື່ອປະທ້ວງຕໍ່ດໍາລັດ ຂອງປະທານາທິບໍດີ Mohammed Morsi ທີ່ຫ້າມ ສານບໍ່ໃຫ້ທ້າທາຍຕໍ່ການຕັດສິນໃຈ ໃດໆ ຂອງທ່ານ. ພວກຜູ້ພິພາກສາສານສູງສຸດຂອງອີຈິບ ໄດ້ພາກັນເຂົ້າຮ່ວມປະທ້ວງ ກັບພວກຜູ້ພິພາກສາດັ່ງກ່າວ ໃນວັນອາທິດວານນີ້ ແລະເວົ້າວ່າ ພວກເຂົາເຈົ້າໄດ້ໂຈະ ການເຮັດວຽກໄວ້ ໂດຍບໍ່ມີກໍາໜົດ ຍ້ອນມີສິ່ງທີ່ພວກເຂົາເຈົ້າເອີ້ນວ່າ “ຄວາມກົດດັນ ທາງຈິດໃຈ ແລະຮ່າງກາຍ.”

ບັນດາຜູ້ພິພາກສາກ່າວວ່າ ພວກເຂົາເຈົ້າຢ້ານກົວທີ່ຈະເຂົ້າໄປຮ່ວມວາລະປະຊຸມຂອງ ສານລັດຖະທໍາມະນູນສູງສຸດ ໃນວັນອາທິດ ວານນີ້ ທ່າມກາງການໂຮມຊຸມນຸມຂອງພວກ ນັບຖືສາສະໜາອິສລາມ ຫລາຍຮ້ອຍຄົນ ຢູ່ນອກຕຶກດັ່ງກ່າວ. ພວກຜູ້ຊ່ວຍທ່ານ Morsi ກ່າວວ່າ ການປະທ້ວງນັ້ນເປັນໄປຢ່າງສັນຕິ. ຊາວອິສລາມຫລາຍຄົນພາກັນຈົ່ມວ່າ ສານ ສູງສຸດລໍາອຽງຕໍ່ພວກເຂົາເຈົ້າ ເພາະວ່າຜູ້ພິພາກສາຂອງສານນີ້ ຖືກແຕ່ງຕັ້ງໂດຍ ທ່ານ Mosni Mubarak ອະດີດປະທານາ ທິບໍດີ ທີ່ຕໍ່ຕ້ານສາສະໜາອິສລາມ ທີ່ຖືກປົດອອກ ຈາກຕໍາແໜ່ງໄປ ໃນປີກາຍນີ້ ຍ້ອນການລຸກຮືຂຶ້ນທີ່ມີການເຫັນພ້ອມກັນເປັນສ່ວນໃຫຍ່.

ສານລັດຖະທຳມະນູນສູງສຸດ ມີແຜນທີ່ຈະວາງກົດລະບຽບທີ່ອາດຈະລົບລ້າງສະພາ ທີ່ໄດ້ ຮັບການຄວບຄຸມໂດຍພວກນັບຖືສາສະໜາອິສລາມສອງສະພາ ຄື ຄະນະກໍາມະການ ຮ່າງລັດຖະທຳມະນູນໃໝ່ ແລະສະພາສູງ.

ສະໄລດ໌ການປະທ້ວງຕໍ່ດໍາລັດຂອງທ່ານ Mohammed Morsi
ຮອດວັນທີ 3 ທັນວາ:
XS
SM
MD
LG