ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກຂ່າວແລະນັກເຄື່ອນໄຫວ ຖືກໂຈມຕີຢູ່ອີຈິບ


ພວກສະໜັບສະໜຸນປະທານາທິບໍດີ Hosni Mubarak ປະທະກັນ ກັບພວກປະທ້ວງຕໍ່ຕ້ານທ່ານ Mubarak ທີ່ກຸງໄຄໂຣ ໃນວັນທີ 2 ກຸມພາ 2011.
ພວກສະໜັບສະໜຸນປະທານາທິບໍດີ Hosni Mubarak ປະທະກັນ ກັບພວກປະທ້ວງຕໍ່ຕ້ານທ່ານ Mubarak ທີ່ກຸງໄຄໂຣ ໃນວັນທີ 2 ກຸມພາ 2011.

ພວກນັກຂ່າວຕ່າງປະເທດຫຼາຍສິບຄົນທີ່ໄປເກັບກຳຂ່າວ ກ່ຽວກັບຄວາມວຸ້ນວາຍທີ່ປະເທດ
ອີຈິບໄດ້ຕົກເປັນເປົ້າໃນການທຸບຕີແລະການໂຈມຕີໂດຍພວກສະໜັບສະໜຸນລັດຖະບານທີ່
ນະຄອນຫຼວງໄຄໂຣໃນອັນທີ່ກະຊວງການຕ່າງປະເທດສະຫະລັດເອີ້ນວ່າ ເປັນການດຳເນີນ
ຄວາມພະຍາຍາມ ແບບປະສານງານກັນ ເພື່ອຂົ່ມຂູ່ຕໍ່ສື່ມວນຊົນຂອງນາໆຊາດ.

ນອກນັ້ນກຳລັງຮັກສາຄວາມສະຫງົບຂອງອີຈິບ ຍັງໄດ້ກັກໂຕພວກນັກຂ່າວຈຳນວນນຶ່ງໃນ
ມື້ວັນພຸດ ແລະວັນພະຫັດວານນີ້ ຮວມທັງຜູ້ສື່ຂ່າວ ຂອງໜັງສືພິມ New York Times,
Washington Post ແລະໂທລະພາບດາວທຽມ Al Jazeera ທີ່ມີສຳນັກງານຢູ່ Qatar.
ອົງການຂ່າວທັງ 3 ຕ່າງກໍແຈ້ງວ່າ ພວກນັກຂ່າວຂອງຕົນໄດ້ຖືກປ່ອຍ ໃຫ້ເປັນອິດສະຫຼະ
ແລ້ວ.

ພວກນັກຂ່າວຈາກຫຼາຍໆອົງການຂ່າວ ຮວມທັງ BBC, ໂທລະພາບ ABC, CNN ແລະ
ໂທລະພາບ SWISS ຕ່າງກໍລາຍງານວ່າ ພະນັກງານຂອງພວກເຂົາເຈົ້າໄດ້ຖືກໂຈມຕີ ໃນ
ຄວາມຮຸນແຮງ ທີ່ລະເບີດຂຶ້ນຢູ່ໃນເຂດໃຈກາງນະຄອນຫຼວງໄຄໂຣ ລະຫວ່າງພວກສະໜັບ
ສະໜຸນປະທານາທິບໍດີ Mubarak ແລະພວກປະທ້ວງຕໍ່ຕ້ານລັດຖະບານທີ່ຕັ້ງໃຈຈະຂັບໄລ່ ທ່ານອອກຈາກອຳນາດນັ້ນ.

ບັນດາກຸ່ມປົກປ້ອງສິດທິມະນຸດກ່າວວ່າ ມີພວກນັກເຄື່ອນໄຫວຫຼາຍເຖິງ 30 ຄົນຮວມທັງ
ຊາວອີຈິບແລະຊາວຕ່າງປະເທດໄດ້ຖືກຈັບໃນວັນພະຫັດວານນີ້ ໃນລະຫວ່າງການບຸກເຂົ້າ
ໄປກວດຄົ້ນໂດຍສາລະວັດທະຫານ ທີ່ສູນກາງດ້ານກົດໝາຍແຫ່ງນຶ່ງ ໃນກຸງໄຄໂຣ.

ພວກນັກຂ່າວລາຍງານວ່າ ຕົນໄດ້ຕົກເປັນເປົ້າໃນການໂຈມຕີຂອງພວກສະໜັບ ສະໜຸນ
ປະທານາທິບໍດີ Mubarak ທີ່ມີຄວາມໂກດແຄ້ນ ທີ່ມີຄວາມເຫັນວ່າອົງການຂ່າວຕ່າງໆ
ເປັນໃຈ ພວກປະທ້ວງຕໍ່ຕ້ານລັດຖະບານ. ລັດຖະບານອີຈິບ ກໍໄດ້ກ່າວຫາ ອົງການຂ່າວ
ຕ່າງໆວ່າເຂົ້າຂ້າງພວກປະທ້ວງທີ່ຢາກໃຫ້ປະທານາທິບໍດີ Mubarak ລາອອກໃນທັນທີ ແທນທີ່ຈະໃຫ້ທ່ານເສັດສິ້ນສະໄໝການດຳລົງຕຳແໜ່ງຂອງທ່ານ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໄດ້ກ່າວຕຳໜິຕິຕຽນ
ຢ່າງແຮງຕໍ່ການໂຈມຕີ ພວກເດີນຂະບວນປະທ້ວງຢ່າງສັນຕິ ພວກນັກເຄື່ອນໄຫວດ້ານສິດ
ທິມະນຸດ ຊາວຕ່າງປະເທດ ແລະພວກນັກການທູດນັ້ນ.

XS
SM
MD
LG