ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງອີຈິບ ບຸກເຂົ້າໄປ ໃນສະຖານທູດ ອິສຣາແອລ


ພວກປະທ້ວງອີຈິບມ້າງກຳແພງຊີມັງ ຕໍ່ໜ້າສະຖານທູດອິສຣາແອລ ໃນກຸງໄຄໂຣ (9 ກັນຍາ 2011)
ພວກປະທ້ວງອີຈິບມ້າງກຳແພງຊີມັງ ຕໍ່ໜ້າສະຖານທູດອິສຣາແອລ ໃນກຸງໄຄໂຣ (9 ກັນຍາ 2011)

ກຳລັງຮັກສາຄວາມສະຫງົບຂອງອີຈິບໄດ້ຮັບຄຳສັ່ງໃຫ້ຢູ່ໃນທ່າກຽມພ້ອມລະດັບສູງໃນວັນເສົາ
ມື້ນີ້ ຫຼັງຈາກຄໍ່າຄືນໃນການກໍ່ຄວາມຮຸນແຮງທີ່ພວກປະທ້ວງໄດ້ບຸກເຂົ້າໄປໃນສະຖານທູດອິສ
ຣາແອລປະຈຳກຸງໄຄໂຣ.

ນອກນັ້ນລັດຖະບານອີຈິບຍັງໄດ້ເປີດກອງປະຊຸມຮັບມືກັບວິກິດການກ່ຽວກັບເຫດຮ້າຍທີ່ວ່ານີ້.

ພວກປະທ້ວງທີ່ໂຮມຊຸມນຸມກັນຢູ່ສະຖານທູດອິສຣາແອລໃນມື້ວານນີ້ ໄດ້ພາກັນທຳລາຍບາງ
ສ່ວນຂອງກຳແພງປ້ອງກັນຄວາມປອດໄພທີ່ຫຸ້ມດ້ວຍຮູບແຕ້ມ. ຫຼັງຈາກໄດ້ເຂົ້າໄປໃນຕຶກອາ
ຄານແລ້ວພວກປະທ້ວງຈຳນວນນຶ່ງກໍໄດ້ໂຍນເອກກະສານຂອງທາງສະຖານທູດອອກມາຂ້າງ
ນອກໃຫ້ຝູງຊົນ ທີ່ໄປໂຮມຊຸມນຸມກັນ. ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງອີຈິບທີ່ຢູ່ໃນບໍລິ
ເວນເກີດເຫດ ບໍ່ໄດ້ດຳເນີນຄວາມພະຍາຍາມໃດໆທີ່ຈະເຂົ້າແຊກແຊງ.

ແຕ່ແນວໃດກໍຕາມ ລັດຖະບານອີຈິບກ່າວວ່າ ຕໍ່ມາໃນຕອນກາງຄືນໄດ້ເກີດການປະທະກັນ
ຂຶ້ນລະຫວ່າງພວກປະທ້ວງ ແລະຕຳຫຼວດຢູ່ໃນບໍລິເວນດັ່ງກ່າວທີ່ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ
ຢ່າງນ້ອຍ 448 ຄົນ.

ການບຸກໂຈມຕີສະຖານທູດທີ່ວ່ານີ້ ເຮັດໃຫ້ເອກອັກຄະລັດຖະທູດອິສຣາແອລທ່ານ Yitzhak
Levanon ພ້ອມດ້ວຍຄອບຄົວຂອງທ່ານແລະພະນັກງານສະຖານທູດອີກ 80 ຄົນຟ້າວພາ
ກັນໄປຍັງສະໜາມບິນແລະເດີນທາງອອກຈາກປະເທດອີຈິບ. ພວກເຂົາເຈົ້າເດີນທາງໄປເຖິງ
ອິສຣາແອລໃນຕອນເຊົ້າຂອງວັນເສົາມື້ນີ້. ເຈົ້າໜ້າທີ່ອິສຣາແອລກ່າວວ່າໜ່ວຍກ້າຕາຍຂອງ
ອີຈິບໄດ້ຊ່ອຍຊາວອິສຣາແອລ 6 ຄົນທີ່ຕົກຄ້າງຢູ່ໃນສະຖານທູດອອກມາໄດ້.

ລັດຖະບານອິສຣາແອລກ່າວວ່າ ຮອງເອກອັກຄະລັດຖະທູດ ຍັງຢູ່ທີ່ປະເທດອີຈິບເພື່ອສືບຕໍ່
ການຕິດຕໍ່ປະສານທາງດ້ານການທູດແລະໃນຂະນະທີ່ອິສຣາແອລໄດ້ກ່າວຂອບອົກຂອບໃຈ
ລັດຖະບານອີຈິບທີ່ໃຫ້ການຊ່ອຍເຫຼືອແຕ່ກໍເອີ້ນເຫດການໃນຄັ້ງນີ້ວ່າເປັນການລະເມີດຕໍ່ລະ ບຽບການຂອງນາໆຊາດ.

XS
SM
MD
LG