ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີ ກະຊວງພາຍໃນ ອີຈິບ ລອດຊີວິດ ຈາກການລອບສັງຫານ (ວີດິໂອ)


ລັດຖະມົນຕີ​ກະຊວງພາຍ​ໃນ ທ່ານ Mohamed Ibrahim ຜູ້​ທີ່​ບໍ່​ໄດ້​ຮັບ​ບາດ​ເຈັບ ​ຈາກການລອບສັງຫານ ໂດຍການວາງ​ລ​ະ​ເບີດ.
ລັດຖະມົນຕີ​ກະຊວງພາຍ​ໃນ ທ່ານ Mohamed Ibrahim ຜູ້​ທີ່​ບໍ່​ໄດ້​ຮັບ​ບາດ​ເຈັບ ​ຈາກການລອບສັງຫານ ໂດຍການວາງ​ລ​ະ​ເບີດ.
ບັນດາ​ເຈົ້າ​ໜ້າ​ທີ່ອີ​ຈິບ ກ່າວ​ວ່າ ​ໄດ້​ເກີດ​ເຫດລະ​ເບີດ​ຂື້ນ​ໃນ​ວັນ
​ພະຫັດ​ມື້​ນີ້​ ໃກ້​ກັບ​ເຮືອນ​ຂອງລັດຖະມົນຕີ​ກະຊວງພາຍ​ໃນ​ຂອງ
​ ປະ​ເທດ ​ໃນ​ກຸງ​ໄຄ​ໂຣ. ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຢ່າງໜ້ອຍ​ເຈັດ​ຄົນ.

ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ກ່າວ​ວ່າ ລະ​ເບີດ​ໄດ້​ແຕກ
​ຂື້ນ​ຢູ່​ໃກ້ຂະ​ບວນລົດ​ຂອງ ລັດຖະມົນຕີ​ກະຊວງພາຍ​ໃນ ທ່ານ
Mohamed Ibrahim ຜູ້​ທີ່​ບໍ່​ໄດ້​ຮັບ​ບາດ​ເຈັບ ​ຈາກ​ລ​ະ​ເບີດ.

ສື່​ຂອງລັດ​ອະທິບາຍ​ວ່າ ການ​ໂຈມ​ຕີດັ່ງກ່າວ​ແມ່ນການ​ພະຍາຍາ​ມ
ລອບ​ສັງຫານ ທີ່​ປະສົບຄວາມລົ້ມ​ແຫລວ ​ແຕ່ຍັງ​ບໍ່​ມີ​ຂ່າວ​ໃດໆ​ກ່ຽວ
​ກັບວ່າ ​ໃຜ​ເປັນ​ຜູ້​ຮັບ​ຜິດຊອບ.

ແຜນທີ່ບ່ອນເກີດເຫດວາງລະເບີດ ລອບສັງຫານ ຢູ່ຄຸ້ມ Nasr City
ແຜນທີ່ບ່ອນເກີດເຫດວາງລະເບີດ ລອບສັງຫານ ຢູ່ຄຸ້ມ Nasr City

ລາຍ​ງານ​ຂັ້ນ​ຕົ້ນ ​ເວົ້າ​ວ່າ ພວກ​ໂຈມ​ຕີ​ໄດ້​ໃຊ້​ລະ​ເບີດ​ລົດ ​ແຕ່​ວ່າ
​ໂທລະພາບ​ລັດ​ໄດ້ລາຍງານ​ໃນ​ພາຍຫລັງ​ວ່າ ​ຄົນ​ຮ້າຍ​ໄດ້​ແກວ່ງ​
ລະ​ເບີດ​ມາ​ຈາກ​ຕຶກ​ແຫ່ງ​ນຶ່ງ ​ທີ່​ຢູ່​ໃກ້ໆ​ນັ້ນ.

ການ​ໂຈມ​ຕີ​ເກີດ​ຂຶ້ນ ຢູ່​ໃນ​ຄຸ້ມ Nasr City ​ໃນ​ເຂດ​ກໍ້າ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ໄຄ​ໂຣ ບ່ອນ​ທີ່​ ​ໃນ​ເດືອນ​ແລ້ວ​ນີ້ ກໍາລັງ​ຮັກສາ​ຄວາ​ມປອດ​ໄພ ​ໄດ້​ເຂົ້າ​ທັບມ້າງ​ການ​ນັ່ງ​ປະ​ທ້ວງ​ຂອງ​ພວກ​ຫົວ​ສາສະໜາອິສລາມ ​ເຮັດ​ໃຫ້​ພວກສະໜັບສະໜຸນ​ປະທານາທິບໍດີ Mohamed Morsi ທີ່​ຖືກ​ໂຄ່ນ​ລົ້ມ ​ເສຍ​ຊີວິດ​ຫລາຍ​ຮ້ອຍ

egypt
please wait
Embed

No media source currently available

0:00 0:00:57 0:00
XS
SM
MD
LG