ປະທານາທິບໍດີ Mohammed Morsi ຂອງອີຈິບ ໄດ້ໄປເຖິງ
ອິນເດຍໃນວັນອັງຄານວານນີ້ ໃນການຢ້ຽມຢາມເພື່ອເສີມ
ຂະຫຍາຍສາຍສໍາພັນກັບປະເທດມະຫາອໍານາດທາງເສດ
ຖະກິດ ໃນຂົງເຂດເອເຊຍໃຕ້ແຫ່ງນັ້ນ.
ອິນເດຍໄດ້ຈັດງານລ້ຽງຕ້ອນຮັບທ່ານ Morsi ເມື່ອທ່ານໄປ
ເຖິງທໍານຽບປະທານາ ທິບໍດີ ໃນນະຄອນຫລວງນີວແດນລີ ເພື່ອພົບປະກັບນາຍົກລັດ
ຖະມົນຕີ Manmohan Singh ແລະປະທານາທິບໍດີ Pranab Mukherjee ນັ້ນ.
ຄາດກັນວ່າ ທ່ານ Morsi ແລະທ່ານ Singh ຈະເຊັນສັນຍາດ້ານເສດຖະກິດ ແລະວັດ
ທະນະທໍາຫລາຍສະບັບ ໃນລະຫວ່າງທີ່ທ່ານ Morsi ຢ້ຽມຢາມຢູ່ທີ່ ນັ້ນ. ຍັງມີການ
ຄາດກັນອີກວ່າ ປະທານາທິບໍດີຂອງອີຈິບ ຈະກ່າວຄໍາປາໄສຕໍ່ກອງປະຊຸມຂອງບັນ
ດາຜູ້ນຳທາງທຸລະກິດຂອງອິນເດຍເພື່ອພະຍາຍາມດຶງດູດເອົາການລົງທຶນເຂົ້າໄປປະ
ເທດຂອງທ່ານ.
ການຄ້າສອງຝ່າຍລະຫວ່າງປະເທດທັງສອງ ດຽວນີ້ແມ່ນມີມູນຄ່າ 5 ພັນ 500 ລ້ານໂດລາ
ຊຶ່ງໄດ້ເຮັດໃຫ້ອິນເດຍກາຍເປັນພາຄີການຄ້າໃຫຍ່ອັນດັບທີ 7 ຂອງອີຈິບ.