ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທ່ານ El-Sissi ສາບານໂຕ ເຂົ້າຮັບຕຳແໜ່ງ ເປັນ ປ. ອີຈິບ (ວີດີໂອ)


ປະທານາທິບໍດີອີຈິບ ທ່ານ Abdel-Fattah el-Sissi ກ່າວຄຳປາໄສ ທີ່ສານລັດຖະທຳມະນູນສູງສຸດ ໃນນະຄອນຫຼວງ ໄຄໂຣ (8 ມິຖຸນາ 2014)
ປະທານາທິບໍດີອີຈິບ ທ່ານ Abdel-Fattah el-Sissi ກ່າວຄຳປາໄສ ທີ່ສານລັດຖະທຳມະນູນສູງສຸດ ໃນນະຄອນຫຼວງ ໄຄໂຣ (8 ມິຖຸນາ 2014)
ອະດີດຜູ້ບັນຊາການກອງທັບອີຈິບ ທ່ານ Abdel Fattah el-
Sissi ສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີອີຈິບ ພາຍໃນເວລາບໍ່ຮອດນຶ່ງອາທິດ ຫລັງຈາກ ໄດ້ຮັບໄຊຊະນະ
ດ້ວຍຄະແນນສຽງ ອັນຖ້ວມລົ້ນ ທີ່ບໍ່ເຄີຍມີການສົງໄສ ໃດໆ
ເລີຍ.

ພິທີສາບານໂຕໄດ້ຈັດຂຶ້ນໃນວັນອາທິດມື້ນີ້ທີ່ສານລັດຖະທຳ
ມະນູນສູງສຸດຂອງປະເທດ ໃນນະຄອນຫຼວງໄຄໂຣ.

ທ່ານ Sissi ໄດ້ຂຶ້ນຄອງອຳນາດພາຍໃນເວລາເກືອບນຶ່ງປີຫຼັງ
ຈາກທ່ານແລະກອງທັບໄດ້ໂຄ່ນລົ້ມປະທານາທິບໍດີຄົນກ່ອນ
ທີ່ນິຍົມແນວທາງສາສະໜາອິສລາມ ທ່ານ Mohamed Morsi. ພັກພະລາດອນພາບມຸສ ລິມຂອງທ່ານ Morsi ໄດ້ພາກັນບອຍຄອດ ບໍ່ເຂົ້າຮ່ວມໃນການເລືອກຕັ້ງ ຄັ້ງນີ້ ແລະກໍຖືກ ປາບປາມໂດຍລັດຖະບານ ທີ່ແຕ່ງຕັ້ງໂດຍພວກທະຫານ. ທ່ານ Sissi ເວົ້າວ່າ ພັກພະລາ ດອນພາບມຸສລິມ ບໍ່ມີອະນາຄົດຢູ່ໃນອີຈິບ.
EGYPT SISSI REVELER
please wait
Embed

No media source currently available

0:00 0:00:07 0:00

ປະທານາທິບໍດີຄົນໃໝ່ຂອງອີຈິບ ປະເຊີນກັບບັນຫາທ້າທາຍຫຼາຍໆຢ່າງ ຮວມທັງຄວາມ ຮຸນແຮງທີ່ຍັງດຳເນີນຢູ່ຕໍ່ມາ ແລະເສດຖະກິດທີ່ພັງທະລາຍ.

ພວກຝ່າຍຄ້ານຫຼາຍໆຄົນ ຂອງທ່ານ Sissi ໄດ້ສະແດງຄວາມຢ້ານກົວວ່າ ປະເທດອີຈິບ ຈະກັບຄືນໄປສູ່ການປົກຄອງແບບອຳນາດຜະເດັດການ ຄືກັນກັບອະດີດປະທານາທິບໍດີ Hosni Mubarak. ທ່ານ Sissi ແມ່ນເປັນຫົວໜ້າສືບລັບ ພາຍໃຕ້ທ່ານ Mubarak ແລະ ຖືກແຕ່ງຕັ້ງເປັນຜູ້ບັນຊາການກອງທັບແລະລັດຖະມົນຕີປ້ອງກັນປະເທດ ໂດຍທ່ານ Sis-
si ເມື່ອສອງປີກ່ອນ.

ທ່ານ Sissi ແມ່ນປະທານາທິບໍດີຄົນທີ 5 ຂອງອີີຈິບ ທີ່ມາຈາກກອງທັບ.
EL-SISSI INAUGURATION
please wait
Embed

No media source currently available

0:00 0:00:16 0:00
XS
SM
MD
LG