ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຈິບ ຈະຈັດ ການເລືອກຕັ້ງ ສະພາ ໃນທ້າຍ ເດືອນເມສານີ້


ປະທານາທິບໍດີອີຈິບ ທ່ານ Mohammed Morsi
ປະທານາທິບໍດີອີຈິບ ທ່ານ Mohammed Morsi
ປະທານາທິບໍດີອີຈິບ ທ່ານ Mohamed Morsi ​ໄດ້​ຮຽກຮ້ອງ​
ໃຫ້​ຈັດການ​ເລືອກ​ຕັ້ງສະພາ ​ເລີ້ມໃນ​ວັນ​ທີ 27 ​ເດືອນ​ເມສານີ້.

ການ​ປ່ອນ​ບັດ​ຈະ​ຈັດ​ຂຶ້ນ​ເປັນ 4 ​ຂັ້ນຕອນ ​ໃນທົ່ວ​ປະ​ເທດ ຊຶ່ງ
ມີ​ການ​ແບ່ງ​ແຍກ​ກັນຢ່າງ​ເລິກເຊິ່ງ ລະຫ​ວ່າງພັກ​ພະລາດອນ​
ພາບມຸສລິ​ມ ຊຶ່ງໄດ້​ປົກຄອງ​ປະ​ເທດ ນັບຕັ້ງ​ແຕ່​ໄດ້​ມີ​ການ​ຂັບ​
ໄລ່ ອະດີດປະທານາທິບໍດີ Hosni Mubarak ​ອອກ​ຈາກ​ຕຳ
​ແໜ່​ງ​ແລະ​ມີການ​ຕໍ່ຕ້ານ​ຫຼາຍຂຶ້ນຈາກ​ພວກທີ່ບໍ່​ຝັກໄຝ່​ທາງ
​ສາສະໜາ.

ການ​ປ່ອນ​ບັດ​ຈະ​ສີ້​ນສຸດ​ລົງ​ໃນ​ທ້າຍ​ເດືອນ​ມິຖຸນາ ​ໂດຍ​ທີ່
ສະພາແຫ່ງ​ຊາດ​ຊຸດ​ໃໝ່ ມີ​ກຳນົດຈະ​ປະຊຸມກັນຄັ້ງ​ທໍາ​ອິດ​
ໃນ​ວັນ​ທີ 6 ​ເດືອນ​ກໍລະກົດ.

ມັນ​ຈະ​ເປັນ​ການ​ເລືອກ​ຕັ້ງ​ຄັ້ງ​ທໍາ​ອິດ​ຂອງອີ​ຈິບ ນັບ​ຕັ້ງ​ແຕ່ໄດ້​ມີ​ການ​ຮັບຮອງ​ເອົາລັດຖະ
ທຳ​ມະນູນ ທີ່​ໄດ້​ຮັບ​ການ​ສະໜັບສະໜຸນ​ໂດຍ​ພັກສາ​ສະໜາ​ອິສລາມ ​ໃນ​ເດືອນ​ທັນວາ
ປີ​ກາຍ​ນີ້. ພວກ​ຕິຕຽນ​ກ່າວ​ວ່າ ລັດຖະທໍາ​ມະນູນດັ່ງກ່າວ​ໄດ້​ຮ່າງ​ຂຶ້ນ ​ໂດຍປາສຈາກ​ການ​ອອກ​ຄວາມຄິດ​ຄວາມ​ເຫັນ​ຂອງພວກ​ຝ່າຍ​ຄ້ານ ​ແລະ​ມີ​ການ​ຮັບຮອງ​ເອົາໃນ
ການລົງ​ປະຊາ​ມະຕິ​ແບບ​ຮີບ​ຮ້ອຍ​ນັ້ນ ​ແມ່ນ​ບໍ່​ສາມາດ​ທີ່​ຈະ ​ໃຫ້ການ​ການຄຸ້ມ​ຄອງ​ປ້ອງ​ກັນສິດທິມະນຸ​ດຢ່າງ​ພຽງພໍ ​ແລະ​ບໍ່​ສາມາດ​ຕັດ​ອຳ ນາດພວກທະຫານລົງ​ໄດ້.

ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ​ຫຼາຍໆ​ເດືອນ ຢູ່​ໃນ​ປະ​ເທດອີ​ຈິບ.
XS
SM
MD
LG