ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຈິບ ຕັດສິນປະຫານຊີິວິດ ຜູ້ນຳ ກຸ່ມພະລາດອນພາບ ມຸສລິມ


ຜູ້ນຳຂອງກຸ່ມພະລາດອນພາບມຸສລິມ ທ່ານ Mohammed Badie (ລຸ່ມຂວາ) ແລະບຸກຄົນສຳຄັນຂອງດັ່ງກ່າວ ທ່ານ Salah Soltan (ຂວາ) ໃນລະຫວ່າງທີ່ໄປປາກົດໂຕ ທີ່ສານໄຄໂຣ (1 ເມສາ 2014)
ຜູ້ນຳຂອງກຸ່ມພະລາດອນພາບມຸສລິມ ທ່ານ Mohammed Badie (ລຸ່ມຂວາ) ແລະບຸກຄົນສຳຄັນຂອງດັ່ງກ່າວ ທ່ານ Salah Soltan (ຂວາ) ໃນລະຫວ່າງທີ່ໄປປາກົດໂຕ ທີ່ສານໄຄໂຣ (1 ເມສາ 2014)

ສານແຫ່ງນຶ່ງ ຂອງອີຈິບ ໄດ້ຕັດສິນລົງໂທດປະຫານຊີວິດ ທ່ານ
Mohammed Badie ຜູ້ນຳຂອງກຸ່ມນອກກົດໝາຍພະລາດອນ
ພາບມຸສລິມແລະຈຳເລີຍອື່ນໆອີກ 13 ຄົນຍ້ອນຍຸຍົງໃຫ້ກໍ່ຄວາມ
ຮຸນແຮງ.

ການຕັດສິນໂທດທີ່ມີຂຶ້ນໃນວັນເສົາມື້ນີ້ ຍັງຮວມທັງການຕັດສິນ
ຈຳຄຸກຕະຫຼອດຊີວິດຄົນອາເມຣິກັນເຊື້ອສາຍອີຈິບຄົນນຶ່ງທີ່ຖືກ ພົບເຫັນວ່າມີຄວາມຜິດໃນຖານໃຫ້ຄວາມສະໜັບສະໜຸນແກ່ກຸ່ມ
ຫົວຮຸນແຮງ.

ການຕັດສິນດັ່ງກ່າວ ສາມາດຂໍອຸທອນໄດ້ ຊຶ່ງເປັນຂັ້ນຕອນ ທີ່
ອາດໃຊ້ເວລາຫຼາຍໆປີ.

ພວກຜູ້ຊາຍເຫຼົ່ານີ້ ແມ່ນຮວມຢູ່ໃນບັນດາພວກທີ່ຖືກຄຸມຂັງຫລາຍພັນຄົນ ຫລັງຈາກໄດ້ ມີການໂຄ່ນລົ້ມປະທານາທິບໍດີນິຍົມອິສລາມ ທ່ານ Mohamed Morsi ໃນປີ 2013.

ອີຈິບໄດ້ຖືກຕຳໜິຕິຕຽນໂດຍນາໆຊາດ ກ່ຽວກັບການດຳເນີນຄະດີພວກສະໜັບສະໜຸນ ກຸ່ມພາລາດອນພາບມຸສລິມພ້ອມກັນເປັນຈຳນວນຫຼວງຫຼາຍ.

ທ່ານ Badie ຍັງຖືກຂໍ້ຫາຄາດຕະກຳ ແລະຂໍ້ຫາອື່ນໆອີກຈຳນວນນຶ່ງ.

XS
SM
MD
LG