ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອີຈິບເປີດດ່ານຊາຍແດນ ທີ່ຕິດກັບເຂດກາຊາ


ຊາວປາແລສໄຕນ໌ພາກັນລໍຖ້າທີ່ຫ້ອງການກວດກາໜັງສືເດີນທາງຂອງອິຈິບ ທີ່ດ່ານຊາຍແດນ Rafah (28 ພຶດສະພາ 2011)
ຊາວປາແລສໄຕນ໌ພາກັນລໍຖ້າທີ່ຫ້ອງການກວດກາໜັງສືເດີນທາງຂອງອິຈິບ ທີ່ດ່ານຊາຍແດນ Rafah (28 ພຶດສະພາ 2011)

ຊາວປາແລສໄຕນ໌ຈຸທຳອິດເລີ່ມຂ້າມເຂົ້າໄປໃນອີຈິບຫຼັງຈາກ
ລັດຖະບານອີຈິບປະກາດວ່າ ຕົນໄດ້ຜ່ອນຜັນ ການຈຳກັດ
ຮັດແຄບກ່ຽວກັບການຂ້າມຊາຍແດນໃນມື້ວັນເສົາຢ່າງເປັນ
ການຖາວອນ ສຳລັບບໍລິເວນຊາຍແດນຂອງຕົນ ທີ່ຕິດກັບ
ເຂດກາຊາ.

ດ່ານຂ້າມຊາຍແດນ Rafah ເປັນດ່ານຂ້າມຊາຍແດນຢ່າງ
ເປັນທາງການພຽງແຫ່ງດຽວເທົ່ານັ້ນເຂົ້າໄປໃນເຂດກາຊາ
ທີ່ຢູ່ນອກອິສຣາແອລ. ໃນມື້ວັນພຸດແລ້ວລັດຖະບານອີຈິບ
ໄດ້ປະກາດວ່າ ຕົນຈະສິ້ນສຸດ ການປິດລ້ອມເປັນເວລາ 4
ປີຕໍ່ເຂດກາຊາ ທີ່ປົກຄອງໂດຍກຸ່ມຮາມັສ ດ້ວຍການເປີດ
ດ່ານຂ້າມຊາຍແດນ. ການເຄື່ອນໄຫວທີ່ວ່ານີ້ຈະຜ່ອນຄາຍການຢູ່ຢ່າງໂດດດ່ຽວຂອງຊາວ
ປາແລສໄຕນ໌ 1 ລ້ານ 4 ແສນຄົນທີ່ອາໄສຢູ່ໃນເຂດກາຊາ.

ຜູ້ສື່ຂ່າວວີໂອເອທີ່ທີ່ປະຈຳຢູ່ບໍລິເວນຊາຍແດນລາຍງານວ່າມີຫຼາຍໆຮ້ອຍຄົນພວມພາກັນ
ເຮັດໜັງສືຢູ່ທາງຟາກຂອງຝ່າຍປາແລສໄຕນ໌ ເວລາຊາຍແດນເລີ່ມເປີດຢ່າງເປັນທາງການ.
ລາວເວົ້າວ່າ ຜູ້ເດີນທາງຄົນນຶ່ງໄດ້ສະແດງຄວາມໂລ່ງ ໃຈກ່ຽວກັບການຕັດສິນໃຈດັ່ງກ່າວ
ຂອງອີຈິບໂດຍເວົ້າວ່າ ຈະອຳນວຍໃຫ້ລາວໄດ້ເດີນທາງຄືກັນກັບຜູ້ຄົນທຳມະດາໆທົ່ວໄປ.

ອີຈິບກ່າວວ່າ ການຂ້າມຊາຍແດນຈະດຳເນີນໄປ ພາຍໃຕ້ລະບຽບການທີ່ມີຢູ່ແລ້ວ ກ່ອນ
ການປິດລ້ອມໃນປີ 2007. ຊາວປາແລສໄຕນ໌ທີ່ມີໜັງສືເດີນທາງ ຈະໄດ້ຮັບອະນຸຍາດໃຫ້
ຂ້າມຊາຍແດນໄປມາໄດ້ທຸກໆມື້ ຍົກເວັ້ນແຕ່ວັນສຸກ ແລະວັນພັກທາງລັດຖະການ. ພວກ ແມ່ຍິງຈະໄດ້ຮັບອະນຸຍາດໃຫ້ເດີນທາງອອກຈາກເຂດກາຊາໄດ້ ໂດຍບໍ່ມີການຈຳກັດໃດໆ
ຂະນະທີ່ພວກຜູ້ຊາຍ ທີ່ມີອາຍຸລະຫວ່າງ 18 ຫາ 40 ປີ ຈະຕ້ອງໄດ້ຂໍວີຊ່າເຂົ້າອີຈິບຢູ່ທີ່
ດ່ານຂ້າມຊາຍແດນ.

ອົງການຂ່າວ MENA ຂອງທາງການອີຈິບ ແຈ້ງວ່າ ການເຄື່ອນໄຫວທີ່ວ່ານີ້ ແມ່ນເປັນ
ພາກສ່ວນນຶ່ງໃນການດຳເນີນຄວາມພະຍາຍາມຂອງລັດຖະບານ ທີ່ຈະ ຢຸດຕິການແບ່ງ
ແຍກໃນໝູ່ຊາວປາແລສໄຕນ໌ ແລະສຳເລັດເສັດສິ້ນ ແຜນການສ້າງຄວາມປອງດອງຊາດ.
ໃນເດືອນເມສາຜ່ານມາ ອີຈິບໄດ້ໄກ່ເກ່ຍຂໍ້ຕົກລົງສ້າງຄວາມປອງດອງຊາດລະຫວ່າງຂະ
ບວນການ Fatah ຂອງປະທານາທິບໍດີປາແລສໄຕນ໌ທ່ານ Mahmoud Abbas ແລະ
ກຸ່ມຮາມັສທີ່ເປັນຄູ່ປໍລະປັກຊຶ່ງເຮັດໃຫ້ການຊິງດີຊິງເດັ່ນກັນຢ່າງດຸເດືອດທີ່ດຳເນີນມາເປັນ
ເວລາ 4 ປີຂອງທັງສອງກຸ່ມສິ້ນສຸດລົງ.

XS
SM
MD
LG