ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບໄຂດ່ານ ເຂົ້າເຂດກາຊາ


ຊາວປາແລສໄຕນ໌ຈາກເຂດກາຊາ ພາກັນຂໍວີຊ່າ ເຂົ້າໄປໃນອີຈິບ.
ຊາວປາແລສໄຕນ໌ຈາກເຂດກາຊາ ພາກັນຂໍວີຊ່າ ເຂົ້າໄປໃນອີຈິບ.

ພວກ​ຊາວ​ປາ​ເ​ເລ​ສ​ໄຕ​ນ໌ຈາກ​ເຂດ​ກາຊາ ສາມາດ​ຜ່ານ​ດ່ານ​ເຂົ້າ​ໄປ​ໃນອີຈິບ​ໄດ້​ຢ່າງ​ເສລີ​ໃນ​ວັນ​ອາທິດ​ມື້​ນີ້ ຫລັງ​ຈາກ​ລັດຖະບານ​ອີຈິບ ​ໄດ້ຜ່ອນຄາຍ​ການ​ຈໍາກັດ​ຄວບ​ຄຸມ​ຕ່າງໆ​ເລາະຕາມ​ຊາຍ​ແດນ​ຂອງ​ຕົນ​ຕິດ​ກັບເຂດ​ກາ​ຊາ​ນັ້ນ.

ພວກ​ຊາວ​ປາ​ເ​ເລ​ສ​ໄຕ​ນ໌ຈໍານວນ​ຫລາຍ​ຮ້ອຍ​ຄົນ​ທີ່​ມີ​ເອກະ
ສານ​ຖືກຕ້ອງ​ໄດ້​ພາກັນ​ສວາຍ​ໃຊ້ປະ​ໂຫຍ​ດ ຈາກນະ​ໂຍ
ບາຍ​ໃໝ່ດັ່ງກ່າວຂອງລັດຖະບານ​ຊົ່ວຄາວອີຈິບ​ໃນ​ວັນ​ເສົາ​
ວານ​ນີ້ ຊຶ່ງ​ເປັນ​ມື້​ທໍາ​ອິດ​ຂອງ​ການໄຂດ່ານ Rafah ​ຄືນ​ສໍາ
ລັບປະຊາຊົນ​ທົ່ວ​ໄປ.

ຜູ້​ສື່​ຂ່າວ​ວີ​ໂອ​ເອທີ່​ເຫັນ​ເຫດການ​ຄັ້ງ​ປະ​ວັດສາດ​ຄັ້ງ​ນີ້ ກ່າວ​ວ່າ ພວກ​ຊາວ​ປາ​ເ​ເລ​ສ​ໄຕ​ນ໌ ຫລາຍ​ສິບ​ຄົນ​ໄດ້​ຖືກ​ປະຕິ​ເສດ​ບໍ່​ໃຫ້​ເຂົ້າ​ໄປ​ໃນອີຈິບ ​ເພາະ​ວ່າ​ຊື່​ຂອງ​ພວກ​ເຂົາ​ເຈົ້າ ມີ​ຢູ່​ໃນ​ບັນຊີ​ດໍາ​ດ້ານ​ຄວາມ​ປອດ​ໄພຂອງ ​ອີຈິບ.

ດ່ານ Rafah ​ເປັນ​ທາງ​ເຂົ້າປະ​ເທດຢ່າງ​ເປັນ​ທາງ​ການ​ພຽງ​ບ່ອນ​ດຽວ​ເທົ່າ​ນັ້ນ​ຢູ່​ນອກ​ອີສຣາ​ແອນ​ເຂົ້າ​ໄປ​ໃນ​ເຂດ​ກາ​ຊາ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ບໍລິຫານ​ດ່ານ​ພາຍ​ໃຕ້​ກົດ​ລະບຽບ​ທີ່ມີ​ຜົນ​ ບັງຄັບ​ໃຊ້​ ກ່ອນ​ການ​ເລີ້ມ​ຕົ້ນປິດ​ລ້ອມ​ຂອງອີຈິບ ​ໃນ​ປີ2007.

ຊາວ​ປາເເລ​ສ​ໄຕ​ນ໌ຄົນ​ໃດ​ກໍ​ຕາມ​ທີ່​ມີ​ໜັງສືຜ່ານ​ແດນ​ທີ່​ຖືກຕ້ອງ​ ຈະໄດ້​ຮັບ​ອະນຸຍາດ​ໃຫ້​ຜ່ານ
ແດນ​ໄດ້​ທຸກໆ​ມື້​ ນອກຈາກວັນ​ສຸກ​ຫລື​ວັນພັກ​ທາງ​ການ​ເທົ່າ​ນັ້ນ. ສໍາລັບ​ພວກ​ແມ່ຍິງ​ກໍສາ
ມາດເດີນທາງ​ອອກ​ຈາກ​ເຂດ​ກາຊາ​ ໄດ້​ໂດຍ​ບໍ່​ມີ​ຂໍ້​ຈໍາກັດ​ໃດໆ ​ແຕ່​ສໍາລັບ​ພວກ​ຜູ້​ຊາຍ​ທີ່​ມີ​
ອາຍຸ​ລະຫວ່າງ 18 ຫາ 40 ປີ​ຈະ​ຕ້ອງ​ຂໍວີ​ຊາເຂົ້າ​ອີຈິບ ທີ່​ຊາຍ​ແດນ​ນັ້ນ.

ອົງການ​ຂ່າວ​ທາງ​ການ MENA ຂອງ​ອີຈິບ​ກ່າວ​ວ່າ ການ​ໄຂ​ດ່ານຊາຍ​ແດນ​ຄືນ​ນີ້​ແມ່ນ​ພາກ
ສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ​ຂອງ​ລັດຖະ ບານ​ເພື່ອ​ຍຸດຕິ​ການ​ແບ່ງ​ແຍກ​ກັນ​ພວກ​ຊາ​ວປາ
ເລ​ສ​ໄຕ​ນ໌​ແລະ​ເຮັດ​ໃຫ້​ຄວາມ​ປອງ​ດອງ​ຊາດ​ຂອງ​ເຂົ້າ​ເຈົ້າ​ມີ​ຄວາມ​ສົມບູນ.​ໃນ​ເດືອນ​ເມສາຜ່ານ​
ມາ​ນີ້ ​ອີຈິບ​ໄດ້ໄກ່​ເກ່ຍຂໍ້​ຕົກລົງ ລະຫວ່າງ​ຂະ​ບວນການ Fatah ຂອງ​ປະທານາທິບໍດີ Mah
moud Abbas ​ແຫ່ງ​ປາ​ເ​ເລ​ສ​ໄຕ​ນ໌ ແລະ ​ຄູ່​ແຂ່ງ​ກຸ່ມ​ຮາ​ມາສ ທີ່​ໄດ້​ເຮັດ​ໃຫ້ການເປັນປໍ​ລະ​
ປັກ​ກັນ​ຢ່າງ​ຂົມ​ຂື່ນ​ມາ​ເປັນ​ເວລາ 4 ປີ ​ຍຸດຕິ​ລົງ.

ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫລ​ງທີ່​ດ່ານ​ຂ້າມ​ຊາຍ​ແດນ​ໃນ​ວັນ​ເສົາ​ວານ​ນີ້ ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​
ກຸ່ມ​ຮາ​ມາສທ່ານ​ນຶ່ງ​ ເອີ້ນ​ການ​ໄຂ​ດ່ານ​ຂ້າມ​ຊາຍແດນ​ຄືນ​ນີ້​ວ່າ ​ເປັນ​ການ​ເລີ້ມ​ຕົ້ນຍຸກໃໝ່
ແຫ່ງເສລີພາບສໍາລັບ​ປະຊາຊົນ​ໃນ​ເຂດ​ກາຊາ ​ແລະ​ການ​ຮ່ວມ​ມື​ທີ່​ໃກ້ຊິດ​ຂຶ້ນ​ກັບ​ເອີຈິບ.

ອີສຣາ​ແອນ​ແລະ​ອີຈິບ​ໄດ້​ປິດ​ຊາຍ​ແດນ​ຂອງ​ພວກ​ຕົນ​ກັບ​ເຂດ​ກາຊາໃນ​ປີ 2007 ຫລັງ​
ຈາກ​ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ຮາ​ມາສຍຶດ​ເອົາ​ດິນແດນ​ດັ່ງກ່າວ.

XS
SM
MD
LG