ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕ່າງປະເທດ​ສືບ​ຕໍ່​ຍົກຍ້າຍ ພົນລະ​ເມືອງຂອງຕົນ ອອກ​ໄປຈາກອີຈິບ


ພວກຜູ້ໂດຍສາຍກໍາລັງລໍຖ້າກັບເມືອບ້ານເຮືອນຂອງຕົນ
ພວກຜູ້ໂດຍສາຍກໍາລັງລໍຖ້າກັບເມືອບ້ານເຮືອນຂອງຕົນ

ບັນດາຕ່າງປະເທດ ​ໄດ້ພາກັນ​ສືບ​ຕໍ່​ດໍາ​ເນີນ​ຄວາມພະຍາ
ຍາມ​ເພື່ອຍົກຍ້າຍ ພົນລະ​ເມືອງຂອງຕົນ ອອກ​ໄປຈາກ
ອີຈິບ ໃນວັນຈັນວານນີ້ ຂະນະ​ທີ່ຄວາມວຸ້ນວາຍບໍ່​ສະ​ງົບ
ຍັງ​ມີ​ຢູ່​ຕໍ່​ມາ ​ໃນປະເທດອາຣັບ​ແຫ່ງນັ້ນ.

ຈີນໄດ້ສົ່ງເຮືອບິນຫລາຍ​ລໍາ​ໄປຕ້ອນເອົາຄົນຂອງຕົນ
ເກືອບຮອດ 500 ຄົນ ອອກຈາກໄຄໂຣ ແລະຍັງມີ​ແຜນ​
ຈະ​ສົ່ງ​ອີກ​ຫລາຍ​ຖ້ຽວ ​ໄປຕ້ອນເອົາພວກ ນັກທ່ອງທ່ຽວ
ຊາວຮົງກົງ ຈາກ​ເມືອງ Luxor ນໍາດ້ວຍ.

ກະຊວງການຕ່າງປະເທດໄຕ້ຫວັນກ່າວໃນວັນອັງຄານນີ້ວ່າ
ຕົນ​ໄດ້​ວ່າ​ຈ້າງເຮືອບິນ​ໄປຕ້ອນເອົາປະຊາຊົນຂອງຕົນຈໍານວນຫຼາຍຮ້ອນຄົນອອກຈາກ
ທີ່ນັ້ນເຊັ່ນ ກັນ.

ໃນວັນຈັນວານນີ້ ສະຫະລັດຖະແຫລງວ່າ ຕົນກໍາລັງຈະທໍາການອົບພະຍົບພົນລະ​ເມືອງ
ຂອງຕົນ ຕື່ມອີກ 1400 ຄົນ ໃນວັນສອງວັນນີ້ຫຼັງຈາກທີ່ໄດ້ຍົກຍ້າຍ 1200 ຄົນອອກມາ
ແລ້ວ ​ໂດຍ​ໄດ້​ເໜົາເຮືອບິນໂດຍສານ 9 ຖ້ຽວ ຈາກ ອີຈິບ, ​ໄປ​ຍັງ ​ເທີ​ກີ Cyprus
ແລະ Greece.

ພວກເຈົ້າໜ້າທີ່ Turkey ແລະ Cyprus ກ່າວວ່າ ພວກຕົນກໍາລັງ​ວາງ​ແຜນ ການ​ສຸກ
ເສີນສໍາລັບ​ຮັບຮອງພວກນັກທ່ອງທ່ຽວທີ່​ອົບ​ພະຍົບມາຈາກ ອີຈິບນັ້ນ ແລະ​ເລ່ງ​ລັດຈັດ
ສົ່ງພວກເຂົາເຈົ້າໃຫ້ເຖິງຈຸດໝາຍປາຍທາງ.

ກາ​ນາ​ດາ ອິນ​ເດຍ ອິສຣາ​ແອ​ລ ​ແລະ​ອິນ​ໂດ​ເນ​ເຊຍ ​ກໍ​ຮວມຢູ່​ໃນ​ພວກ​ປະ​ເທດ ທີ່ເໝົາ
ຖ້ຽວ​ບິນ​ໄປ​ອົບ​ພະຍົບພົນລະ​ເມືອງ​ຂອງ​ຕົນອອກ​ຈາກ​ອີ​ຈິບ.

XS
SM
MD
LG