ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອີຈີບ ສືບຕໍ່ໄປລົງຄະແນນສຽງ ໃນການເລືອກຕັ້ງ ຮອບ 2 (ເບິ່ງສະໄລດ໌)


ຊາວອີຈິບອັ່ງອໍກັນ ເພື່ອລໍຖ້າປ່ອນບັດ ຢູ່ນອກໜ່ວຍປ່ອນບັດທີ່ເມືອງ Giza (14 ທັນວາ 2011)
ຊາວອີຈິບອັ່ງອໍກັນ ເພື່ອລໍຖ້າປ່ອນບັດ ຢູ່ນອກໜ່ວຍປ່ອນບັດທີ່ເມືອງ Giza (14 ທັນວາ 2011)

ການເລືອກຕັ້ງສະພາແຫ່ງຊາດຮອບທີສອງຂອງອີຈິບຍັງດຳເນີນຢູ່ຕໍ່ມາໃນວັນພະຫັດມື້ນີ້ໂດຍ
ທີ່ພັກສາສະໜາອິສລາມ ມີຄວາມຫວັງທີ່ຈະເສີມຂະຫຍາຍໄຊຊະນະຢ່າງຖ້ວມລົ້ນ ທີ່ພວກເຂົາ
ເຈົ້າໄດ້ຮັບໃນການເລືອກຕັ້ງຮອບທຳອິດແລ້ວນັ້ນ.

ຊາວອີຈິບໄດ້ພາກັນໄປປ່ອນບັດເປັນຈຳນວນຫຼວງຫຼາຍ ໃນມື້ວັນພຸດວານນີ້ ຊຶ່ງເປັນມື້ທຳອິດ ຂອງການປ່ອນບັດເປັນເວລາສອງມື້ ເພື່ອເລືອກເອົາສະມາຊິກເຂົ້າ ໄປນັ່ງຢູ່ໃນສະພາຕໍ່າ ທີ່ມີ
ບ່ອນນັ່ງທັງໝົດ 498 ບ່ອນ.

ໄດ້ມີການປ່ອນບັດຢູ່ໃນ 9 ເຂດຂອງອີຈິບ ຮວມທັງ Aswan, Beni, Suef, Giza, Ismaila,
Suez ແລະ Sohag. ມີຊາວອີຈິບເກືອບ 19 ລ້ານຄົນ ທີ່ສາມາດໄປປ່ອນບັດ ໃນຮອບທີສອງ
ການເລືອກຕັ້ງສະພາທີ່ມີທັງໝົດສາມຮອບດ້ວຍ ກັນ.

ພັກອິດສະຫຼະພາບແລະຄວາມຍຸຕິທຳຂອງກຸ່ມພະລາດອນພາບມຸສລິມແລະພັກສາສະໜາອິສ
ລາມນິຍົມແນວທາງເດີມ al-Nour Salafi ທີ່ຢາກໃຫ້ປະເທດອີຈິບ ຢຶດໝັ້ນຢ່າງເຄັ່ງຄັດຢູ່ໃນ
ກົດໝາຍຂອງສາສະໜາອິສລາມນັ້ນ ໄດ້ຄອບງຳການປ່ອນບັດຮອບທຳອິດ ທີ່ມີຂຶ້ນໃນທ້າຍ
ເດືອນພະຈິກ.

ການປ່ອນບັດຮອບທີສາມ ຊຶ່ງຈະກວມເອົາ 9 ແຂວງທີ່ຍັງເຫຼືອຂອງອີຈິບນັ້ນຈະມີຂຶ້ນໃນຕົ້ນ
ເດືອນມັງກອນປີຈະມານີ້.

XS
SM
MD
LG