ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສອງພັກໃຫຍ່ອິສລາມ ຊະນະຄະແນນ ສອງສ່ວນສາມ ໃນການເລືອກຕັ້ງ ຮອບສອງຢູ່ອີຈິບ


ແມ່ຍິງຊາວອີຈິບຄົນນຶ່ງກໍາລັງປ່ອນບັດເລືອກຕັ້ງຮອບສອງ ທີ່ບ່ອນປອ່ນ ບັດແຫ່ງນຶ່ງນອກນະຄອນຫລວງໄຄໂຣ ຂອງອີຈິບ.
ແມ່ຍິງຊາວອີຈິບຄົນນຶ່ງກໍາລັງປ່ອນບັດເລືອກຕັ້ງຮອບສອງ ທີ່ບ່ອນປອ່ນ ບັດແຫ່ງນຶ່ງນອກນະຄອນຫລວງໄຄໂຣ ຂອງອີຈິບ.

ສອງ​ພັກ​ໃຫຍ່​ອີສລາມ ​ໄດ້​ຊະນະ​ສອງ​ສ່ວນ​ສາມ​ຂອງ​ຄະ​ແນນ​ສຽງໃນ​ການ​ເລືອກ​ຕັ້ງ​ຮອບ​
ສອງ​ເອົາ​ສະມາຊິກ​ສະພາ​ຜູ້​ແທນ.

ທ່ານ Abdel-Moez Ibrahim ຫົວໜ້າຄະນະ​ກໍາມາ​ທິການ​ເລືອກ​ຕັ້ງ ​ໄດ້ປະກາດ​ຜົນ​
ກາ​ນ​ເລືອກ​ຕັ້ງ​ຮອບ​ສອງ​ຂອງ​ທັງ​ໝົດສາມ​ຮອບ ທີ່​ຈັດ​ຂຶ້ນ​ເມື່ອ​ວັນ​ທີ່ 14-15 ​ເດືອນ​ນີ້ທີ່
ຕິດຕາມ​ມາ​ດ້ວຍ​ການ​ເລືອກ​ຕັ້ງ​ຂັ້ນ​ຕັດສິນ​ຊີ້ຂາດ​ ໃນ​ອາທິດ​ນີ້. ການ​ປ່ອນ​ບັດ​ເລືອກ​
ຕັ້ງ​ຮອບ​ສອງ​ແມ່ນ​ມີ​ຂຶ້ນ​ໃນ​ເກົ້າ​ແຂວງ ​ແລະ​ທ່ານ​ຫົວໜ້າ​ກໍາມາທິການ​ເລືອກ​ຕັ້ງ​ກ່າວ​ວ່າ
ມີ​ຄົນ​ມາ​ປ່ອນ​ບັດ​ຫລາຍ​ເຖິງ 65 ​ເປີ​ເຊັນ.

ການ​ເລືອກ​ຕັ້ງ​ຮອບ​ທີ່​ສາມ ຈະ​ກວມ​ເອົາ​ທັງ​ເກົ້າ​ແຂວງນັ້ນ ຈະ​ຈັດ​ຂຶ້ນ​ໃນ ຕົ້ນ​ເດືອນ​ມັງ
ກອນ​ປີ​ໜ້າ​ນີ້.

ການ​ເລືອກ​ຕັ້ງ​ເອົາ ສະພາ​ສູງ​ທີ່​ມີ​ອໍານາດ​ໜ້ອຍ​ກວ່ານັ້ນ ຈະ​ເລີ່​ມຕົ້ນ​ໃນ​ ທ້າຍ​ເດືອນ​ມັງ
ກອນ ​ແລະ​ຈະ​ສິ້ນສຸດ​ລົງ​ໃນ​ເດືອນ​ມີນາ ຊຶ່ງຫລັງ​ຈາກ​ນັ້ນສະພາ​ຈະ​ຮ່າງ​ລັດຖະທໍາ​ມະນູນ​
ສະບັບ​ໃໝ່ຂຶ້ນມາ.

XS
SM
MD
LG